Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 1:2 - ພຣະຄຳພີສັກສິ

2 ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ຢູ່​ເມືອງ​ໂກຣິນໂທ ຜູ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ທຸກຄົນ ຜູ້​ທີ່​ຖືກ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ດ້ວຍ​ກັນ​ໃນ​ພຣະຄຣິດເຈົ້າ​ເຢຊູ ກັບ​ຄົນ​ທັງຫລາຍ​ໃນ​ທຸກ​ແຫ່ງຫົນ ທີ່​ຮ້ອງ​ອອກ​ພຣະນາມ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຄື​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຂົາ ແລະ​ຂອງ​ພວກເຮົາ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເຖິງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ຜູ້​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ຄົນ​ທີ່​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ​ກັນ​ກັບ​ຄົນ​ທັງໝົດ​ໃນ​ທຸກແຫ່ງຫົນ​ທີ່​ຮ້ອງອອກ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຂົາ ແລະ ຂອງ​ພວກເຮົາ:

Uka jalj uñjjattʼäta Copia luraña




1 ໂກຣິນໂທ 1:2
45 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ເພິ່ນ​ກໍໄດ້​ຍົກຍ້າຍ​ໄປ​ທາງ​ທິດ​ໃຕ້ ສູ່​ເນີນພູ​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເບັດເອນ ແລະ​ເພິ່ນ​ໄດ້​ຕັ້ງ​ຄ້າຍພັກ​ພາ​ອາໄສ​ຢູ່ ລະຫວ່າງ​ເມືອງ​ເບັດເອນ​ທາງ​ທິດ​ຕາເວັນຕົກ ແລະ​ເມືອງ​ອາອີ​ທາງທິດ​ຕາເວັນອອກ. ຢູ່​ທີ່​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ອີກ​ໜຶ່ງ​ແທ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ໄດ້​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ.


ເຊດ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເອໂນດ. ຕັ້ງແຕ່​ນັ້ນ​ມາ ມະນຸດ​ກໍ​ເລີ່ມຕົ້ນ​ຮ້ອງທູນ​ໂດຍ​ອອກ​ພຣະນາມຊື່​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ.


ຄວາມງາມ​ຂອງເຈົ້າ​ຈະ​ເຮັດ​ໃຫ້​ກະສັດ​ປາຖະໜາ ຈົ່ງ​ເຊື່ອຟັງ​ເພິ່ນ​ເພາະ​ເພິ່ນ​ເປັນ​ນາຍ​ຂອງເຈົ້າ.


ທ່ານ​ທັງຫລາຍ​ກໍ​ຮູ້​ຖ້ອຍຄຳ ທີ່​ພຣະອົງ​ໄດ້​ສົ່ງ​ມາ​ຍັງ​ປະຊາຊົນ​ອິດສະຣາເອນ ໃຫ້​ປະກາດ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ທາງ​ພຣະເຢຊູ​ຄຣິດເຈົ້າ ພຣະອົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ມະນຸດ​ທຸກຄົນ.


ພຣະອົງ​ບໍ່ໄດ້​ປະຕິບັດ​ກັບ​ພວກເຮົາ​ແຕກຕ່າງ​ຈາກ​ພວກເຂົາ, ພຣະອົງ​ອະໄພ​ບາບກຳ​ຂອງ​ພວກເຂົາ​ດ້ວຍ​ຄວາມເຊື່ອ.


ຫລັງຈາກ​ນັ້ນ ໂປໂລ​ໄດ້​ອອກ​ຈາກ​ນະຄອນ​ອາແຖນ ແລະ​ໄປ​ທີ່​ເມືອງ​ໂກຣິນໂທ.


ບັດນີ້ ເຈົ້າ​ລໍຊ້າ​ຢູ່​ເຮັດ​ຫຍັງ? ຈົ່ງ​ລຸກ​ຂຶ້ນ​ຮັບ​ບັບຕິສະມາ ແລະ​ຊຳລະ​ບາບກຳ​ຂອງ​ເຈົ້າ ໂດຍ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະອົງ​ສາ.”’


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ເມື່ອ​ອານາເນຍ​ໄດ້ຍິນ​ເຊັ່ນນັ້ນ ກໍ​ຕອບ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຫລາຍ​ຄົນ​ໄດ້​ບອກ​ຂ້ານ້ອຍ​ເຖິງ​ເລື່ອງ​ຊາຍ​ຄົນ​ນີ້ ຕະຫລອດ​ທັງ​ຄວາມ​ຊົ່ວຮ້າຍ​ທີ່​ລາວ​ໄດ້​ເຮັດ​ຕໍ່​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ​ໃນ​ນະຄອນ​ເຢຣູຊາເລັມ.


ລາວ​ມາ​ທີ່​ນີ້ ກໍ​ເພາະ​ຖື​ອຳນາດ​ຈາກ​ຫົວໜ້າ​ປະໂຣຫິດ ເພື່ອ​ຈັບກຸມ​ທຸກຄົນ​ທີ່​ນະມັດສະການ ​ພຣະອົງ.”


ເມື່ອ​ຄົນ​ທັງຫລາຍ​ໄດ້ຍິນ​ໂຊໂລ​ກ່າວ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ຖາມ​ວ່າ, “ບໍ່ແມ່ນ​ຄົນ​ນີ້​ບໍ ທີ່​ຂ້າ​ຄົນ​ຜູ້​ທີ່​ຮ້ອງ​ອອກ​ນາມຊື່​ພຣະເຢຊູເຈົ້າ ທີ່​ນະຄອນ​ເຢຣູຊາເລັມ? ລາວ​ມາ​ທີ່​ນີ້ ມີ​ເປົ້າໝາຍ​ເພື່ອ​ຈັບກຸມ​ຄົນ​ເຫຼົ່ານັ້ນ ແລະ​ນຳ​ກັບຄືນ​ໄປ​ຫາ​ບັນດາ​ຫົວໜ້າ​ປະໂຣຫິດ ບໍ່ແມ່ນ​ບໍ?”


ເຖິງ ບັນດາ​ຄົນ​ທັງຫລາຍ​ໃນ​ນະຄອນ​ໂຣມ​ທີ່​ພຣະເຈົ້າ​ຊົງ​ຮັກ ແລະ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ. ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ປະທານ​ພຣະຄຸນ ແລະ​ສັນຕິສຸກ​ໃຫ້​ມີ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.


ເພາະ​ພຣະເຈົ້າ​ບໍ່ໄດ້​ຖື​ວ່າ​ແຕກຕ່າງ​ກັນ ລະຫວ່າງ​ຄົນ​ຢິວ​ແລະ​ຄົນຕ່າງຊາດ, ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ​ຂອງ​ຄົນ​ທັງໝົດ ແລະ​ອວຍພອນ​ຢ່າງ​ບໍຣິບູນ​ແກ່​ທຸກຄົນ​ທີ່​ຮ້ອງ​ຫາ​ພຣະອົງ.


ຄື​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ຊົງ​ປະທານ​ແກ່​ຜູ້​ທີ່​ເຊື່ອ​ທຸກຄົນ ດ້ວຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ ເພາະວ່າ ຄົນ​ທັງຫລາຍ​ສະເໝີ​ກັນ​ທຸກຄົນ.


ພວກເຮົາ​ຮູ້​ແລ້ວ​ວ່າ ພຣະເຈົ້າ​ຊົງ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ ເພື່ອ​ໃຫ້​ເກີດຜົນ​ດີ​ໃນ​ທຸກສິ່ງ ຄື​ຄົນ​ທັງປວງ​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ໄວ້​ຕາມ​ພຣະ​ປະສົງ​ຂອງ​ພຣະອົງ.


ໂດຍ​ພຣະອົງ​ນັ້ນ, ເຈົ້າ​ທັງຫລາຍ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ, ຜູ້​ຊົງ​ເປັນ​ປັນຍາ​ຈາກ​ພຣະເຈົ້າ ແລະ​ຊົງ​ເປັນ​ຜູ້​ເຮັດ​ໃຫ້​ເຮົາ​ຊອບທຳ ແລະ​ຊົງ​ຊຳລະ​ເຮົາ​ໃຫ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ ແລະ​ຊົງ​ໄຖ່​ເຮົາ​ໃຫ້​ພົ້ນ.


ຢ່າ​ເປັນ​ຕົ້ນ​ເຫດ ທີ່​ເຮັດ​ໃຫ້​ພວກ​ຢິວ ພວກ​ຕ່າງຊາດ ຫລື​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ສະດຸດ​ໃຈ.


ຝ່າຍ​ເຈົ້າ​ທັງຫລາຍ​ເປັນ​ພຣະກາຍ​ຂອງ​ພຣະຄຣິດ ແລະ​ທຸກຄົນ​ເປັນ​ອະໄວຍະວະ​ສ່ວນ​ໜຶ່ງ​ຂອງ​ພຣະກາຍ​ນັ້ນ.


ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ​ສິ່ງສາລະພັດ​ທັງປວງ​ເກີດ​ມາ​ຈາກ​ພຣະອົງ ແລະ​ພວກເຮົາ​ເປັນ​ມາ​ເພື່ອ​ພຣະອົງ ແລະ​ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ ແລະ ສິ່ງສາລະພັດ​ກໍ​ເກີດຂຶ້ນ​ໂດຍ​ພຣະອົງ ແລະ​ເຮົາ​ກໍ​ເປັນ​ມາ​ໂດຍ​ພຣະອົງ.


ຈາກ​ໂປໂລ ຜູ້​ທີ່​ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ເອົາ​ຕາມ​ນໍ້າພຣະໄທ ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ແລະ​ຈາກ​ຕີໂມທຽວ​ພີ່ນ້ອງ​ຂອງ​ພວກເຮົາ. ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ແລະ​ເຖິງ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ​ໃນ​ທົ່ວ​ແຂວງ​ອະຂາຢາ.


ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ປະກາດ​ຕົວ​ເອງ ແຕ່​ປະກາດ​ພຣະເຢຊູ​ຄຣິດເຈົ້າ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ປະກາດ​ພວກເຮົາ​ເອງ​ວ່າ ເປັນ​ທາດຮັບໃຊ້​ຂອງ​ພວກເຈົ້າ ເພື່ອ​ເຫັນ​ແກ່​ພຣະເຢຊູເຈົ້າ.


ກັບ​ບັນດາ​ພີ່ນ້ອງ​ທີ່​ຢູ່​ນຳ​ເຮົາ ເຖິງ​ຄຣິສຕະຈັກ​ທັງຫລາຍ​ຢູ່​ໃນ​ແຄ້ວນ​ຄາລາເຕຍ:


ເພື່ອ​ຊົງ​ຕັ້ງ​ຄຣິສຕະຈັກ​ນັ້ນ​ໄວ້​ສຳລັບ​ພຣະເຈົ້າ ໂດຍ​ການ​ຊົງ​ຊຳລະ​ດ້ວຍ​ນໍ້າ​ກັບ​ດ້ວຍ​ຖ້ອຍຄຳ,


ຈາກ ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ ຄຣິສຕະຈັກ​ຊາວ​ເທສະໂລນິກ ທີ່​ເປັນ​ຂອງ​ພຣະເຈົ້າ ພຣະບິດາເຈົ້າ ແລະ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ: ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຈົ່ງ​ມີ​ຢູ່​ກັບ​ພີ່ນ້ອງ​ທັງຫລາຍ​ເທີ້ນ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ເອີ້ນ​ເອົາ​ພວກເຮົາ​ໃຫ້​ໃຊ້​ຊີວິດ​ໃນ​ທາງ​ຜິດ​ສິນທຳ ແຕ່​ໃຫ້​ໃຊ້​ຊີວິດ​ໃນ​ທາງ​ບໍຣິສຸດ.


ຈາກ ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ ພີ່ນ້ອງ​ທີ່​ເຊື່ອ​ໃນ​ຄຣິສຕະຈັກ ທີ່​ເມືອງ​ເທສະໂລນິກ ທີ່​ເປັນ​ຂອງ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ.


ເຮົາ​ຢາກ​ໃຫ້​ຜູ້ຊາຍ​ທຸກຄົນ​ຍົກ​ມື​ພາວັນນາ​ອະທິຖານ ດ້ວຍ​ຈິດໃຈ​ບໍຣິສຸດ​ຢູ່​ໃນ​ທຸກ​ແຫ່ງ ໂດຍ​ບໍ່ມີ​ໃຈ​ຄຽດຮ້າຍ​ແລະ​ການ​ຜິດຖຽງ​ກັນ.


ຖ້າ​ເຮົາ​ຍັງ​ຊັກຊ້າ​ຢູ່ ຈົດໝາຍ​ສະບັບ​ນີ້ ກໍ​ຈະ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ວ່າ ຄວນ​ຈະ​ບົວລະບັດ​ຢ່າງ​ໃດ ໃນ​ຄອບຄົວ​ຂອງ​ພຣະເຈົ້າ ຄື​ໃນ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ທີ່​ເປັນ​ເສົາ​ແລະ​ເປັນ​ຮາກ​ແຫ່ງ​ຄວາມຈິງ.


ຜູ້​ຊົງ​ໂຜດ​ເຮົາ​ທັງຫລາຍ​ໃຫ້​ພົ້ນ ແລະ​ຊົງ​ເອີ້ນ​ເອົາ​ເຮົາ​ທັງຫລາຍ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ບໍ່ແມ່ນ​ເພາະ​ເຫັນ​ແກ່​ການ​ດີ​ທີ່​ເຮົາ​ໄດ້​ເຮັດ​ນັ້ນ ແຕ່​ເພາະ​ເຫັນ​ແກ່​ພຣະ​ປະສົງ​ຂອງ​ພຣະອົງເອງ ແລະ​ພຣະຄຸນ​ຊຶ່ງ​ຊົງ​ປະທານ​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າ​ເຢຊູ ຕັ້ງແຕ່​ດຶກດຳບັນ​ມາ​ນັ້ນ


ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”


ດັ່ງນັ້ນ ເຈົ້າ​ຈົ່ງ​ຫລີກ​ໜີ​ຈາກ​ຣາຄະ​ຕັນຫາ​ຂອງ​ຄົນ​ໜຸ່ມ. ຈົ່ງ​ຕິດຕາມ​ຄວາມ​ຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ​ສັນຕິສຸກ ຮ່ວມ​ກັບ​ຄົນ​ທັງປວງ​ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ໃຈ​ບໍຣິສຸດ.


ແລະ​ໂດຍ​ນໍ້າພຣະໄທ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍຣິສຸດ ດ້ວຍ​ການ​ຖວາຍ​ພຣະກາຍ​ຂອງ​ພຣະເຢຊູ​ຄຣິດເຈົ້າ​ເທື່ອ​ດຽວ​ເທົ່ານັ້ນ​ເປັນ​ການ​ສິ້ນສຸດ.


ເພາະສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ຕາຍ​ທີ່​ນອກ​ປະຕູ​ເມືອງ​ເຊັ່ນກັນ ເພື່ອ​ຊຳລະ​ໄພ່ພົນ​ຂອງ​ພຣະເຈົ້າ​ໃຫ້​ບໍຣິສຸດ ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ເພາະວ່າ​ພຣະອົງ​ຜູ້​ຊົງ​ຊຳລະ​ມະນຸດ​ໃຫ້​ບໍຣິສຸດ​ຈາກ​ບາບກຳ​ຂອງ​ພວກເຂົາ ແລະ​ພວກ​ທີ່​ໄດ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ນັ້ນ ກໍ​ມີ​ມາ​ຈາກ​ພຣະບິດາເຈົ້າ​ອົງ​ດຽວກັນ. ເພາະສະນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ລະອາຍ​ທີ່​ຈະ​ເອີ້ນ​ຄົນ​ເຫຼົ່ານັ້ນ​ວ່າ ເປັນ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ພຣະອົງ.


ຈາກ ຢູດາ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ. ເຖິງ ພວກ​ທີ່​ໄດ້​ຖືກ​ເອີ້ນ​ໄວ້​ແລ້ວ​ໂດຍ​ພຣະເຈົ້າ ຄື​ຜູ້​ທີ່​ດຳເນີນ​ຊີວິດ​ໃນ​ຄວາມຮັກ​ຂອງ​ພຣະບິດາເຈົ້າ ແລະ​ໃນ​ຄວາມ​ປ້ອງກັນ​ຮັກສາ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ຕາມ​ເສື້ອຄຸມ​ແລະ​ຕາມ​ກົກຂາ​ຂອງ​ພຣະອົງ ໄດ້​ມີ​ຊື່​ຂຽນ​ໄວ້​ວ່າ, “ຈອມ​ກະສັດ.” ແລະ “ຈອມ​ເຈົ້ານາຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka