Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 1:12 - ພຣະຄຳພີສັກສິ

12 ເຮົາ​ໝາຍຄວາມວ່າ​ຢ່າງ​ນີ້: ແຕ່ລະຄົນ​ໃນ​ພວກເຈົ້າ​ເວົ້າ​ບໍ່​ຖືກຕ້ອງ​ປອງດອງ​ກັນ ຜູ້ໜຶ່ງ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ” ຜູ້ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ເປໂຕ” ແລະ​ຜູ້​ອື່ນ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ພຣະຄຣິດ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ໃນ​ສິ່ງ​ເຮົາ​ໝາຍ​ເຖິງ​ຄື: ຄົນ​ໜຶ່ງ​ໃນ​ພວກເຈົ້າ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ໂປໂລ”; ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ອາໂປໂລ”; ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ເກຟາ” ແລະ ຍັງ​ມີ​ຜູ້​ໜຶ່ງ​ອີກ​ເວົ້າ​ວ່າ, “ຂ້ອຍ​ຕິດຕາມ​ພຣະຄຣິດເຈົ້າ”.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 1:12
20 Jak'a apnaqawi uñst'ayäwi  

ປະຊາຊົນ​ອິດສະຣາເອນ​ໄດ້​ແຕກແຍກ​ກັນ. ບາງຄົນ​ຢາກ​ຕັ້ງ​ຕິບນີ​ລູກຊາຍ​ຂອງ​ກີນາດ​ໃຫ້​ຂຶ້ນ​ເປັນ​ກະສັດ; ແຕ່​ບາງຄົນ​ຍັງ​ພໍໃຈ​ກັບ​ອົມຣີ​ຢູ່.


ແຕ່​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ທ່ານ​ອາຈານ’ ເພາະ​ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ ແລະ ມີ​ອາຈານ​ແຕ່​ຜູ້​ດຽວ.


ແລ້ວ​ລາວ​ກໍ​ພາ​ຊີໂມນ​ໄປ​ຫາ​ພຣະເຢຊູເຈົ້າ. ເມື່ອ​ພຣະເຢຊູເຈົ້າ​ເບິ່ງ​ລາວ​ແລ້ວ ຈຶ່ງ​ກ່າວ​ວ່າ, “ເຈົ້າ​ຊື່ ຊີໂມນ​ລູກ​ຂອງ​ໂຢຮັນ ແຕ່​ເຈົ້າ​ຈະ​ໄດ້​ຊື່​ໃໝ່​ວ່າ ເກຟາ.” (ທີ່​ແປ​ວ່າ “ເປໂຕ” ແລະ​ໝາຍຄວາມວ່າ, “ຫີນ”).


ມີ​ຄົນ​ຢິວ​ຜູ້ໜຶ່ງ​ຊື່​ວ່າ ອາໂປໂລ, ລາວ​ເກີດ​ໃນ​ເມືອງ​ອາເລັກຊັນເດຍ ແລະ​ໄດ້​ມາ​ທີ່​ເມືອງ​ເອເຟໂຊ, ລາວ​ເປັນ​ຄົນ​ມີ​ໂວຫານ​ດີ​ດ້ານ​ການ​ເວົ້າ ແລະ​ມີ​ຄວາມ​ຊຳນານ​ທາງ​ພຣະຄຳພີ​ດ້ວຍ.


ຂະນະທີ່​ອາໂປໂລ​ຍັງ​ຢູ່​ທີ່​ເມືອງ​ໂກຣິນໂທ​ນັ້ນ ໂປໂລ​ກຳລັງ​ຜ່ານ​ໄປ​ທົ່ວ​ເຂດ​ພາກ​ເໜືອ​ໃນ​ແຂວງ​ນີ້ ແລະ​ເດີນທາງ​ມາ​ຮອດ​ເມືອງ​ເອເຟໂຊ, ໃນ​ທີ່​ນີ້​ໂປໂລ​ໄດ້​ພົບ​ສິດ​ບາງຄົນ


ພີ່ນ້ອງ​ທັງຫລາຍ​ເອີຍ, ເພາະ​ມີ​ບາງຄົນ ຈາກ​ກຸ່ມ​ຂອງ​ນາງ​ຂະໂລເອ ໄດ້​ເລົ່າ​ໃຫ້​ເຮົາ​ຟັງ​ວ່າ, ໄດ້​ເກີດ​ມີ​ການ​ຜິດຂ້ອງ​ຕ້ອງຖຽງ​ກັນ​ໃນ​ທ່າມກາງ​ພວກເຈົ້າ.


ພຣະອົງ​ໄດ້​ປາກົດ​ແກ່​ເປໂຕ ແລະ​ໄດ້​ປາກົດ​ແກ່​ອັກຄະສາວົກ​ສິບສອງ​ຄົນ​ດ້ວຍ.


ພີ່ນ້ອງ​ທັງຫລາຍ​ເອີຍ ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ມາ​ນັ້ນ ໝາຍຄວາມວ່າ​ສິ່ງ​ທີ່​ເປັນ​ເນື້ອໜັງ​ແລະ​ເລືອດ ຈະ​ມີ​ສ່ວນ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່ໄດ້ ແລະ​ກາຍ​ທີ່​ເປື່ອຍເນົ່າ​ຈະ​ມີ​ສ່ວນ​ໃນ​ກາຍ​ທີ່​ບໍ່​ເປື່ອຍເນົ່າ​ກໍ​ບໍ່ໄດ້.


ບັດນີ້ ກ່ຽວກັບ​ອາໂປໂລ ຜູ້​ເປັນ​ພີ່ນ້ອງ​ນັ້ນ ເຮົາ​ໄດ້​ຊູໃຈ​ລາວ​ຢູ່​ສະເໝີ ໃຫ້​ມາ​ຢ້ຽມຢາມ​ພວກເຈົ້າ​ກັບ​ພີ່ນ້ອງ​ຄົນອື່ນໆ, ແຕ່​ລາວ​ຍັງ​ບໍ່​ໃຫ້​ຄຳ​ໝັ້ນໃຈ​ຢ່າງ​ຄັກແນ່ ວ່າ​ຈະ​ໄປ​ໃນ​ເວລາ​ນີ້, ເມື່ອ​ລາວ​ມີ​ໂອກາດ​ແລ້ວ​ຈຶ່ງ​ຈະ​ໄປ.


ພີ່ນ້ອງ​ທັງຫລາຍ​ເອີຍ, ທີ່​ເຮົາ​ໄດ້​ນຳ​ເອົາ​ເລື່ອງ​ອາໂປໂລ ແລະ​ເຮົາ​ເອງ​ມາ​ກ່າວ​ເປັນ​ຕົວຢ່າງ ກໍ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ ທີ່​ຈະ​ຮຽນຮູ້​ເອົາ​ຕາມ​ແບບຢ່າງ​ຂອງ​ພວກເຮົາ ຄື​ຢ່າ​ອອກ​ນອກ​ຂອບເຂດ​ພຣະຄຳພີ, ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ມີ​ໃຈ​ຈອງຫອງ ໂດຍ​ຍົກ​ຜູ້ໜຶ່ງ​ຂຶ້ນ ແລະ​ຂົ່ມ​ຜູ້ໜຶ່ງ​ລົງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ກ່າວ​ດັ່ງນີ້ ກໍ​ເພາະ​ເວລາ​ທີ່​ເຫຼືອ​ຢູ່​ກໍ​ສັ້ນ​ເຂົ້າ​ມາ​ແລ້ວ ຕັ້ງແຕ່​ນີ້​ໄປ​ໃຫ້​ຜູ້​ແຕ່ງງານ​ແລ້ວ ດຳເນີນ​ຊີວິດ​ເປັນ​ເໝືອນ​ຍັງ​ບໍ່ໄດ້​ແຕ່ງງານ,


ເຮົາ​ບໍ່ມີ​ສິດ​ທີ່​ຈະ​ພາ​ເມຍ​ທີ່​ເປັນ​ຄຣິສຕຽນ​ເດີນທາງ​ໄປມາ​ດ້ວຍ​ກັນ ເໝືອນ​ດັ່ງ​ອັກຄະສາວົກ​ຄົນອື່ນໆ ແລະ​ເໝືອນ​ດັ່ງ​ນ້ອງຊາຍ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເໝືອນ​ດັ່ງ​ເປໂຕ​ນັ້ນ​ບໍ?


ພວກເຈົ້າ​ຈົ່ງ​ພິຈາລະນາ​ເບິ່ງ​ສິ່ງ​ທີ່​ປາກົດ​ພາຍ​ນອກ ຖ້າ​ຜູ້ໃດ​ຕາຍ​ໃຈ​ເຊື່ອ​ວ່າ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດ ກໍ​ໃຫ້​ຜູ້ນັ້ນ​ຄຳນຶງ​ວ່າ ເໝືອນ​ດັ່ງ​ຕົນ​ເປັນ​ຄົນ​ຂອງ​ພຣະຄຣິດ ເຮົາ​ກໍ​ເປັນ​ຄົນ​ຂອງ​ພຣະຄຣິດ​ເໝືອນກັນ.


ດັ່ງນີ້ແຫລະ ຄົນ​ທີ່​ຫວ່ານ​ພຽງ​ເລັກນ້ອຍ ກໍ​ເກັບກ່ຽວ​ໄດ້​ພຽງ​ເລັກນ້ອຍ ແລະ​ຄົນ​ທີ່​ຫວ່ານ​ຫລາຍ​ກໍ​ເກັບກ່ຽວ​ໄດ້​ຫລາຍ.


ເມື່ອ​ຢາໂກໂບ​ກັບ​ເກຟາ ແລະ ໂຢຮັນ ຜູ້​ທີ່​ພວກເຂົາ​ຖື​ວ່າ​ເປັນ​ຫລັກ​ໄດ້​ສັງເກດ​ເຫັນ​ພຣະຄຸນ​ທີ່​ໄດ້​ຊົງ​ປະທານ​ແກ່​ເຮົາ ທ່ານ​ທັງ​ສາມ​ກໍໄດ້​ຍື່ນ​ມື​ຂວາ​ໃຫ້​ເຮົາ​ກັບ​ບາຣະນາບາ​ຈັບ ເພື່ອ​ສະແດງ​ວ່າ​ເຮົາ​ເປັນ​ເພື່ອນ​ຮ່ວມງານ​ກັນ ເພື່ອ​ໃຫ້​ພວກເຮົາ​ໄປ​ຫາ​ພວກ​ຕ່າງຊາດ ແລະ​ທ່ານ​ເຫຼົ່ານັ້ນ​ຈະ​ໄປ​ຫາ​ພວກ​ທີ່​ຖື​ພິທີຕັດ.


ເຮົາ​ຈຶ່ງ​ເວົ້າ​ຢ່າງ​ນີ້​ວ່າ ກົດບັນຍັດ​ທີ່​ມາ​ພາຍ​ຫລັງ​ເຖິງ​ສີ່ຮ້ອຍ​ສາມສິບ​ປີ ຈະ​ທຳລາຍ​ພັນທະສັນຍາ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ແຕ່ງຕັ້ງ​ໄວ້​ກ່ອນ​ນັ້ນ ຈະ​ຖືກ​ລຶບລ້າງ​ບໍ່ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka