Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ໂກຣິນໂທ 1:10 - ພຣະຄຳພີສັກສິ

10 ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ສິດ​ອຳນາດ​ຂອງ​ພຣະນາມ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ເຮົາ​ຂໍຮ້ອງ​ພວກເຈົ້າ​ທຸກຄົນ ໃຫ້​ພວກເຈົ້າ​ກ່າວ​ຄວາມ​ດຽວ​ກັນ ແລະ​ບໍ່ໃຫ້​ຖືພັກ​ຖືພວກ ແຕ່​ຈົ່ງ​ຮ່ວມ​ເຂົ້າກັນ​ເປັນ​ນໍ້າໜຶ່ງ​ໃຈດຽວ ແລະ​ມີ​ຈຸດປະສົງ​ຢ່າງ​ດຽວກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ, ຂໍ​ໃຫ້​ພວກເຈົ້າ​ທຸກຄົນ​ຍອມຮັບ​ກັນແລະກັນ​ໃນ​ສິ່ງ​ທີ່​ພວກເຈົ້າ​ເວົ້າ ແລ້ວ​ຈຶ່ງ​ຈະ​ບໍ່​ມີ​ການແຕກແຍກ​ເກີດຂຶ້ນ​ໃນ​ທ່າມກາງ​ພວກເຈົ້າ, ແຕ່​ເພື່ອ​ພວກເຈົ້າ​ຈະ​ເປັນ​ນໍ້າໜຶ່ງໃຈດຽວ​ກັນ​ຢ່າງ​ສົມບູນ​ໃນ​ຄວາມຄິດ ແລະ ຈິດໃຈ.

Uka jalj uñjjattʼäta Copia luraña




1 ໂກຣິນໂທ 1:10
44 Jak'a apnaqawi uñst'ayäwi  

ເປັນ​ການດີ​ແທ້ໆ ຊ່າງ​ສຸກໃຈ​ອີຫລີ ທີ່​ປະຊາຊົນ​ຂອງ​ພຣະເຈົ້າ​ຢູ່​ຮ່ວມກັນ ດ້ວຍ​ຄວາມ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ


ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຈຸດມຸ່ງໝາຍ​ຢ່າງດຽວ​ໃນ​ຊີວິດ ຄື​ຍ້ອງຍໍ​ໃຫ້ກຽດ​ເຮົາ​ຕະຫລອດໄປ​ເພື່ອ​ປະໂຫຍດ​ຂອງ​ພວກເຂົາ​ເອງ ແລະ​ເຊື້ອສາຍ​ຂອງ​ພວກເຂົາ.


“ບໍ່ມີ​ຜູ້ໃດ​ດອກ​ທີ່​ຫຍິບ​ຕາບ​ເສື້ອຄຸມ​ເກົ່າ​ດ້ວຍ​ຜ້າ​ໃໝ່, ດ້ວຍວ່າ​ຜ້າ​ໃໝ່​ຈະ​ຫົດ ແລະ​ເຮັດ​ໃຫ້​ເສື້ອຄຸມ​ເກົ່າ​ຂາດ​ເປັນ​ຮູ​ໃຫຍ່​ຕື່ມ​ອີກ.


“ບໍ່ມີ​ຜູ້ໃດ​ທີ່​ໃຊ້​ຜ້າ​ໃໝ່​ຕາບ​ເສື້ອ​ເກົ່າ ຖ້າ​ເຮັດ​ຢ່າງ​ນັ້ນ​ຜ້າ​ໃໝ່​ຈະ​ຫົດ ແລະ ເຮັດ​ໃຫ້​ເສື້ອ​ເກົ່າ​ຂາດ​ເປັນ​ຮູ​ໃຫຍ່​ຕື່ມ​ອີກ.


ຖ້າ​ອານາຈັກ​ໃດ​ເກີດ​ແຕກແຍກ​ກັນ​ແລ້ວ ອານາຈັກ​ນັ້ນ​ກໍ​ຈະ​ຕັ້ງໝັ້ນ​ຢູ່​ຕໍ່ໄປ​ບໍ່ໄດ້,


ຍ້ອນ​ຂໍ້ຄວາມ​ເຫຼົ່ານີ້ ຊາວ​ຢິວ​ຈຶ່ງ​ເກີດ​ມີ​ການ​ແຕກແຍກ​ກັນ​ອີກ.


ຂ້ານ້ອຍ​ຢູ່​ໃນ​ພວກເຂົາ ແລະ​ພຣະອົງ​ສະຖິດ​ຢູ່​ໃນ​ຂ້ານ້ອຍ ເພື່ອ​ພວກເຂົາ​ຈະ​ເປັນ​ອັນໜຶ່ງ​ອັນດຽວ​ຢ່າງ​ຄົບ​ບໍລິບູນ ເພື່ອ​ໂລກ​ຈະ​ໄດ້​ຮູ້ຈັກ​ວ່າ ແມ່ນ​ພຣະອົງ​ນັ້ນ​ແຫຼະ ທີ່​ໃຊ້​ຂ້ານ້ອຍ​ມາ ແລະ​ທັງ​ໄດ້​ຮູ້ຈັກ​ວ່າ​ພຣະອົງ​ໄດ້​ຮັກ​ພວກເຂົາ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ຮັກ​ຂ້ານ້ອຍ.


ເຫດສະນັ້ນ ປະຊາຊົນ​ຈຶ່ງ​ມີ​ຄວາມ​ເຫັນ​ແຕກແຍກ​ກັນ​ໃນ​ເລື່ອງ​ພຣະເຢຊູເຈົ້າ.


ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ເວົ້າ​ວ່າ, “ຜູ້​ທີ່​ເຮັດ​ການ​ເຊັ່ນນີ້​ບໍ່ໄດ້​ມາ​ຈາກ​ພຣະເຈົ້າ ເພາະ​ລາວ​ບໍ່ໄດ້​ຖື​ຮັກສາ​ກົດ​ຂອງ​ວັນ​ຊະບາໂຕ.” ແຕ່​ຄົນອື່ນ​ເວົ້າ​ວ່າ, “ຄົນ​ບາບ​ຈະ​ເຮັດ​ການ​ອັດສະຈັນ​ແນວ​ນີ້​ໄດ້​ຢ່າງ​ໃດ?” ແລ້ວ​ພວກເຂົາ​ກໍ​ເກີດ​ມີ​ການ​ແຕກແຍກ​ກັນ.


ຄົນ​ທັງຫລາຍ​ທີ່​ເຊື່ອ​ນັ້ນ ກໍ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ແລະ​ບໍ່ມີ​ຜູ້ໃດ​ຈັກ​ຄົນ ອ້າງ​ວ່າ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ສ່ວນ​ຕົວ, ແຕ່​ຖື​ວ່າ​ສິ່ງ​ຂອງ​ທັງໝົດ​ເປັນ​ຂອງ​ກາງ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ຕັ້ງໃຈ​ຫລາຍ​ເທື່ອ​ແລ້ວ​ວ່າ​ຈະ​ມາ​ຢາມ​ພວກເຈົ້າ ເພື່ອ​ຈະ​ໄດ້​ຮັບ​ຜົນ​ບາງ​ຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນ​ດັ່ງ​ໄດ້​ຮັບ​ຜົນ​ໃນ​ທ່າມກາງ​ຊາວ​ຕ່າງ​ປະເທດ​ແລ້ວ ແຕ່​ຈົນເຖິງ​ບັດນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ເຫັນ​ແກ່​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຖວາຍ​ຕົວ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ອັນ​ມີ​ຊີວິດ ເປັນ​ອັນ​ບໍຣິສຸດ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ຊຶ່ງ​ເປັນ​ການ​ນະມັດສະການ​ໃຫ້​ສົມ​ກັບ​ຝ່າຍ​ວິນຍານ​ຂອງ​ເຈົ້າ​ທັງຫລາຍ.


ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈດຽວ​ກັນ ຢ່າ​ຄິດ​ອວດໃຫຍ່​ໃຝ່ສູງ ຈົ່ງ​ຮັບຮູ້​ຄົນ​ສາມັນ​ຕໍ່າຕ້ອຍ. ແລະ​ຢ່າ​ຖື​ວ່າ​ຕົນ​ເປັນ​ຄົນ​ສະຫລາດ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ໂດຍ​ເຫັນ​ແກ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ໂດຍ​ເຫັນ​ແກ່​ຄວາມຮັກ ຊຶ່ງ​ພຣະວິນຍານ​ປະທານ​ໃຫ້ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຮ່ວມ​ກັບ​ເຮົາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ ດ້ວຍ​ໃຈ​ຮ້ອນຮົນ​ເພື່ອ​ເຮົາ​ດ້ວຍ.


ບັດນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ເຮົາ​ຂໍ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຄອຍ​ລະວັງ​ສັງເກດ​ເບິ່ງ ພວກ​ທີ່​ສ້າງ​ຄວາມ​ແຕກແຍກ ແລະ​ເຮັດ​ໃຫ້​ຄົນອື່ນ​ຫລົງ​ໄປ ຈາກ​ຄຳສອນ​ທີ່​ພວກເຈົ້າ​ໄດ້​ຮຽນ​ມາ​ແລ້ວ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເພາະ​ມີ​ບາງຄົນ ຈາກ​ກຸ່ມ​ຂອງ​ນາງ​ຂະໂລເອ ໄດ້​ເລົ່າ​ໃຫ້​ເຮົາ​ຟັງ​ວ່າ, ໄດ້​ເກີດ​ມີ​ການ​ຜິດຂ້ອງ​ຕ້ອງຖຽງ​ກັນ​ໃນ​ທ່າມກາງ​ພວກເຈົ້າ.


ເປັນຕົ້ນ​ເຮົາ​ໄດ້ຍິນ​ວ່າ ເມື່ອ​ຄຣິສຕະຈັກ​ມາ​ປະຊຸມ​ກັນ ກໍ​ມີ​ການ​ແຕກ​ເປັນພັກ​ເປັນ​ພວກ​ໃນ​ທ່າມກາງ​ພວກເຈົ້າ ເລື່ອງ​ນີ້ ເຮົາ​ກໍ​ເຊື່ອ​ວ່າ​ຄົງ​ມີ​ຄວາມຈິງ​ຢູ່​ແດ່.


ເພື່ອ​ບໍ່​ໃຫ້​ມີ​ການ​ຍາດແຍ່ງ​ກັນ​ໃນ​ຮ່າງກາຍ ແຕ່​ໃຫ້​ທຸກ​ພາກສ່ວນ​ຫ່ວງໃຍ​ຊຶ່ງກັນແລະກັນ.


ເພາະວ່າ ພວກເຈົ້າ​ຍັງ​ຢູ່​ຝ່າຍ​ມະນຸດ​ທຳມະດາ, ພວກເຈົ້າ​ຍັງ​ອິດສາ​ກັນ ແລະ​ຜິດຂ້ອງ​ຕ້ອງຖຽງ​ກັນ​ຢູ່ ພວກເຈົ້າ​ຢູ່​ຝ່າຍ​ມະນຸດ​ທຳມະດາ ແລະ​ບໍ່​ດຳເນີນ​ຊີວິດ​ຕາມ​ມະນຸດ​ທຳມະດາ​ບໍ?


ດັ່ງນັ້ນ ເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ປະຕິບັດ​ຕາມ​ແບບ​ຢ່າງ​ຂອງເຮົາ.


ເຮົາ​ຄື​ໂປໂລ ຂໍ​ອ້ອນວອນ​ເຈົ້າ​ທັງຫລາຍ​ເປັນ​ສ່ວນຕົວ ໂດຍ​ເຫັນແກ່​ຄວາມ​ອ່ອນ​ສຸພາບ ແລະ​ໃຈ​ກະລຸນາ​ຂອງ​ພຣະຄຣິດ ເຮົາ​ຜູ້​ທີ່​ພວກເຈົ້າ​ເວົ້າ​ວ່າ ເປັນ​ຄົນ​ສຸພາບ​ຖ່ອມຕົວ​ເມື່ອ​ຢູ່​ຕໍ່ໜ້າ, ແຕ່​ເມື່ອ​ຢູ່​ໄກ​ກໍ​ເປັນ​ຄົນ​ໃຈ​ກ້າ,


ໃນ​ສຸດທ້າຍ​ນີ້ ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຂໍ​ລາ​ພວກເຈົ້າ​ກ່ອນ ຈົ່ງ​ປັບປຸງ​ໃຫ້​ຕົວ​ຈະເລີນ​ຂຶ້ນ ຈົ່ງ​ຟັງ​ຄຳ​ຮ້ອງ​ຂໍ​ຂອງເຮົາ ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ ແລະ​ພຣະເຈົ້າ​ຜູ້​ຊົງ​ຮັກ ແລະ​ຊົງ​ປະທານ​ສັນຕິສຸກ ຈະ​ຊົງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ.


ເພາະວ່າ ເມື່ອ​ພວກເຮົາ​ອ່ອນແອ ແລະ​ພວກເຈົ້າ​ເຂັ້ມແຂງ​ນັ້ນ ເຮົາ​ກໍ​ຊົມຊື່ນ​ຍິນດີ, ດັ່ງນັ້ນ ເຮົາ​ຈຶ່ງ​ພາວັນນາ​ອະທິຖານ ເພື່ອ​ໃຫ້​ພວກເຈົ້າ​ຈະເລີນ​ຂຶ້ນ​ຢ່າງ​ຄົບ​ບໍລິບູນ.


ດັ່ງນັ້ນ ພວກເຮົາ​ຈຶ່ງ​ເປັນ​ທູດ​ຂອງ​ພຣະຄຣິດ ເພາະວ່າ ພຣະເຈົ້າ​ຊົງ​ຮຽກຮ້ອງ​ພວກເຈົ້າ​ໂດຍ​ຜ່ານ​ທາງ​ພວກເຮົາ ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະຄຣິດ​ວ່າ, “ຈົ່ງ​ຍອມ​ໃຫ້​ພຣະເຈົ້າ ເຮັດ​ໃຫ້​ພວກເຈົ້າ​ຄືນ​ດີ​ກັນ​ກັບ​ພຣະອົງ​ເທີ້ນ.”


ຍ້ອນ​ວ່າ ພວກເຮົາ​ເປັນ​ຜູ້​ທີ່​ຮ່ວມ​ງານ​ກັບ​ພຣະອົງ ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ເໝືອນກັນ​ວ່າ ຢ່າ​ໃຫ້​ພຣະຄຸນ​ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ​ນັ້ນ ເປັນ​ສິ່ງ​ໄຮ້​ປະໂຫຍດ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ເຮົາ​ຮ້ອງ​ຂໍ​ພວກເຈົ້າ​ໃຫ້​ເປັນ​ເໝືອນ​ດັ່ງ​ເຮົາ ຕາມ​ທີ່ຈິງ​ແລ້ວ ເຮົາ​ກໍ​ເຄີຍ​ເປັນ​ດັ່ງ​ພວກເຈົ້າ​ເໝືອນກັນ ພວກເຈົ້າ​ບໍ່ໄດ້​ທຳຮ້າຍ​ຫຍັງ​ຕໍ່​ເຮົາ.


ພຽງແຕ່​ໃຫ້​ເຈົ້າ​ທັງຫລາຍ ດຳເນີນ​ຊີວິດ​ໃຫ້​ສົມກັບ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ເພື່ອ​ວ່າ​ຖ້າ​ເຮົາ​ມາ​ຫາ​ພວກເຈົ້າ ຫລື​ບໍ່​ມາ​ກໍຕາມ ເຮົາ​ກໍ​ຈະ​ໄດ້ຍິນ​ຂ່າວ​ຂອງ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕໍ່ສູ້​ເໝືອນ​ຢ່າງ​ເປັນ​ຄົນ​ຄົນ​ດຽວ ເພື່ອ​ຄວາມເຊື່ອ​ອັນ​ເກີດ​ຈາກ​ຂ່າວປະເສີດ​ນັ້ນ.


ຖ້າ​ພວກເຮົາ​ເຖິງ​ຂັ້ນ​ໃດ​ແລ້ວ ກໍ​ໃຫ້​ພວກເຮົາ​ດຳເນີນ​ຊື່​ໄປ​ຕາມ​ນັ້ນ.


ຈົ່ງ​ນັບຖື​ແລະ​ຮັກ​ພວກເຂົາ​ຢ່າງ​ຫລາຍ​ທີ່ສຸດ ເນື່ອງ​ຈາກ​ການງານ​ທີ່​ພວກເຂົາ​ເຮັດ​ຢູ່​ນັ້ນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ.


ພວກ​ພີ່ນ້ອງ​ເອີຍ, ເລື່ອງ​ການ​ສະເດັດ​ມາ​ປາກົດ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ການ​ທີ່​ພຣະອົງ​ຈະ​ເຕົ້າໂຮມ​ພວກເຮົາ​ໄປ​ເປັນ​ຂອງ​ພຣະອົງ​ນັ້ນ ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ,


ເຮົາ​ສັ່ງ​ເຈົ້າ​ຕໍ່​ພຣະພັກ​ພຣະເຈົ້າ ແລະ ພຣະຄຣິດເຈົ້າ​ເຢຊູ ແລະ ຝູງ​ເທວະດາ​ທີ່​ຊົງ​ເລືອກ​ໄວ້​ແລ້ວ​ນັ້ນ ໃຫ້​ເຈົ້າ​ຮັກສາ​ລະບຽບ​ເຫຼົ່ານີ້​ໄວ້ ໂດຍ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ ແລະ​ບໍ່​ເຮັດ​ການ​ໃດໆ​ດ້ວຍ​ໃຈ​ລຳອຽງ.


ເຮົາ​ສັ່ງ​ເຈົ້າ​ຢູ່​ຊ້ອງ​ພຣະພັກ​ພຣະເຈົ້າ ແລະ​ຢູ່​ຊ້ອງ​ພຣະພັກ​ພຣະຄຣິດເຈົ້າ​ເຢຊູ ຜູ້​ຈະ​ຊົງ​ພິພາກສາ​ທັງ​ຄົນ​ເປັນ​ແລະ​ຄົນ​ຕາຍ ໂດຍ​ອ້າງ​ເຖິງ​ການ​ທີ່​ພຣະອົງ​ຈະ​ຊົງ​ສ່ອງ​ສະຫວ່າງ​ມາ​ປາກົດ ແລະ​ອ້າງ​ເຖິງ​ຣາຊອານາຈັກ​ຂອງ​ພຣະອົງ​ວ່າ,


ພວກເຂົາ​ພາກັນ​ໄປ​ຫາ​ປະຊາຊົນ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ທີ່​ດິນແດນ​ກີເລອາດ,


ເຈົ້າ​ທັງຫລາຍ​ທີ່ຮັກ​ເອີຍ ຂ້າພະເຈົ້າ​ຂໍ​ເຕືອນ​ສະຕິ​ພວກເຈົ້າ ເໝືອນ​ເປັນ​ຄົນຕ່າງຊາດ​ທີ່​ທ່ອງທ່ຽວ​ໃນ​ໂລກນີ້ ໃຫ້​ງົດເວັ້ນ​ຈາກ​ຕັນຫາ​ແນວ​ມະນຸດ ຊຶ່ງ​ທຳ​ການ​ຕໍ່ສູ້​ຈິດ​ວິນຍານ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka