1 ຂ່າວຄາວ 9:2 - ພຣະຄຳພີສັກສິ2 ພວກທຳອິດທີ່ກັບຄືນມາສູ່ທີ່ດິນຂອງຕົນຕາມເມືອງຕ່າງໆ ມີທັງຊາວອິດສະຣາເອນຄົນທຳມະດາ, ປະໂຣຫິດ, ຊາວເລວີ ແລະຄົນຮັບໃຊ້ໃນພຣະວິຫານຮວມຢູ່ດ້ວຍ. Uka jalj uñjjattʼäta |
ບັນດາປະໂຣຫິດຊາວເລວີແລະປະຊາຊົນບາງພວກ ກໍໄດ້ຕັ້ງຖິ່ນຖານຢູ່ໃນ ຫລືຢູ່ໃກ້ນະຄອນເຢຣູຊາເລັມ; ພວກນັກດົນຕຼີ, ພວກເຝົ້າຍາມພຣະວິຫານ ແລະພວກເຮັດວຽກປະຈຳພຣະວິຫານກໍຕັ້ງຖິ່ນຖານຢູ່ໃນເມືອງ; ແລະຊາວອິດສະຣາເອນທີ່ຍັງເຫລືອ ກໍໄດ້ຕັ້ງຖິ່ນຖານຢູ່ໃນເມືອງທີ່ພວກບັນພະບຸລຸດຂອງພວກຕົນເຄີຍອາໄສຢູ່.
ຂໍຮ່ວມກັບບັນດາຜູ້ນຳຂອງພວກຂ້ານ້ອຍໃນທີ່ນີ້ ພາຍໃຕ້ຄຳສາບແຊ່ງອັນມີໂທດຮ້າຍແຮງ ຖ້າພວກຂ້ານ້ອຍຝ່າຝືນຂໍ້ຕົກລົງນີ້ ຂໍສາບານວ່າພວກຂ້ານ້ອຍຈະດຳເນີນຊີວິດຕາມກົດບັນຍັດ ຊຶ່ງພຣະເຈົ້າໄດ້ມອບໃຫ້ຜ່ານທາງໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າ; ວ່າພວກຂ້ານ້ອຍຈະກະທຳຕາມສິ່ງທັງໝົດທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍໄດ້ສັ່ງ; ແລະວ່າພວກຂ້ານ້ອຍຈະຢຶດຖືກົດບັນຍັດ ແລະຂໍ້ກຳນົດຕ່າງໆຂອງພຣະອົງ.