Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 9:1 - ພຣະຄຳພີສັກສິ

1 ຊາວ​ອິດສະຣາເອນ​ທັງໝົດ​ທີ່​ຂຶ້ນທະບຽນ​ລາຍຊື່​ຂອງຕົນ​ຕາມ​ຄອບຄົວ​ຕ່າງໆ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ ຕາມ​ການ​ແຈ້ງ​ໃຫ້​ຊາບ​ນີ້. ຊາວ​ຢູດາ​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ນະຄອນ​ບາບີໂລນ​ເປັນ​ການ​ລົງໂທດ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 9:1
22 Jak'a apnaqawi uñst'ayäwi  

ສິ່ງ​ອື່ນໆ​ທີ່​ກະສັດ​ເຢໂຣໂບອາມ​ໄດ້​ກະທຳ ຄື​ສົງຄາມ​ທີ່​ເພິ່ນ​ໄດ້​ເຮັດ ແລະ​ການປົກຄອງ​ທີ່​ເພິ່ນ​ໄດ້​ດຳເນີນການ ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້​ໃນ ປຶ້ມ​ປະຫວັດສາດ​ຂອງ​ບັນດາ​ກະສັດ​ແຫ່ງ​ອິດສະຣາເອນ.


ກະສັດ​ເນບູ​ກາດເນັດຊາ​ກວາດຕ້ອນ​ເອົາ​ຄົນ​ໄປ​ເປັນ​ຊະເລີຍ ມີ​ດັ່ງນີ້: ປະຊາຊົນ​ເຢຣູຊາເລັມ, ພວກ​ເຈົ້ານາຍ​ທັງໝົດ​ໃນ​ວັງ ແລະ​ພວກ​ຊົນຊັ້ນ​ຜູ້​ມີ​ຄວາມຮູ້​ສູງ​ທຸກຄົນ, ທັງໝົດ​ມີ​ຈຳນວນ​ສິບພັນ​ຄົນ. ເພິ່ນ​ຍັງ​ໄດ້​ກວາດເອົາ​ພວກ​ຄົນງານ​ທີ່​ມີ​ຝີມື​ດີ ພ້ອມ​ທັງ​ພວກ​ຊ່າງເຫລັກ​ໄປ​ດ້ວຍ; ແລະ​ໄດ້​ປະ​ແຕ່​ຄົນ​ຍາກຈົນ​ເທົ່ານັ້ນ​ໄວ້​ໃນ​ຢູດາຍ.


ແລ້ວ​ກະສັດ​ເນບູ​ກາດເນັດຊາ​ກໍໄດ້​ຈັບ​ເອົາ​ກະສັດ​ເຢໂຮຍອາກິນ ໄປ​ເປັນ​ຊະເລີຍ​ທີ່​ນະຄອນ​ບາບີໂລນ​ພ້ອມ​ທັງ​ແມ່​ຂອງ​ເພິ່ນ, ພວກເມຍ, ພວກ​ຂ້າຣາຊການ ແລະ​ບັນດາ​ຊົນຊັ້ນ​ຜູ້​ມີ​ຄວາມຮູ້​ສູງ​ຂອງ​ຢູດາຍ.


ກະສັດ​ເນບູ​ກາດເນັດຊາ​ໄດ້​ກວາດເອົາ​ຄົນ​ສຳຄັນ​ໄປ​ທີ່​ນະຄອນ​ບາບີໂລນ ມີ​ດ້ວຍ​ກັນ​ທັງໝົດ​ເຈັດພັນ​ຄົນ ແລະ​ພວກ​ທີ່​ມີ​ຝີມື​ດີ​ໜຶ່ງພັນ​ຄົນ ຊຶ່ງ​ລ້ວນແຕ່​ເປັນ​ຄົນ​ແຂງແຮງ ແລະ​ເປັນ​ທະຫານ​ໄດ້​ທັງ​ນັ້ນ.


ລູກຊາຍ​ຂອງ​ອູລາມ​ເປັນ​ນັກຮົບ​ທີ່​ເກັ່ງກ້າ​ແລະ​ນັກຍິງທະນູ. ລາວ​ມີ​ລູກຊາຍ​ແລະ​ຫລານຊາຍ​ທັງໝົດ​ໜຶ່ງຮ້ອຍ​ຫ້າສິບ​ຄົນ. ຊື່​ທັງໝົດ​ທີ່​ມີ​ຢູ່​ຂ້າງ​ເທິງ​ນັ້ນ​ແມ່ນ​ບັນດາ​ລູກ​ຫຼານ​ຂອງ​ເຜົ່າ​ເບັນຢາມິນ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້ນຳ​ຜູ້​ບັນຊາການ​ກອງທັບ​ຂອງ​ກະສັດ​ແຫ່ງ​ອັດຊີເຣຍ ມາ​ຮຸກຮານ​ຢູດາຍ. ພວກເຂົາ​ໄດ້​ຈັບ​ມານາເຊ ເອົາ​ເບັດ​ເກາະ​ຄໍ​ເພິ່ນ ທັງ​ລ່າມໂສ້​ແລະ​ນຳ​ເພິ່ນ​ໄປ​ສູ່​ນະຄອນ​ບາບີໂລນ.


ມີ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຫລາຍ​ຄົນ​ໄດ້​ອອກ​ຈາກ​ແຂວງ​ບາບີໂລນ ແລະ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ; ແຕ່ລະຄົນ​ໄດ້​ກັບຄືນ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ. ຄອບຄົວ​ຂອງ​ພວກເຂົາ​ໄດ້​ເປັນ​ຊະເລີຍ​ແລະ​ອາໄສ​ຢູ່​ໃນ​ບາບີໂລນ ຕັ້ງແຕ່​ສະໄໝ​ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຈັບ​ພວກເຂົາ​ໄປ​ທີ່​ນັ້ນ.


ມີ​ຈຳນວນ 652 ຄົນ ໃນ​ຕະກຸນ​ເດລາອີຢາ, ໂຕບີຢາ ແລະ​ເນໂກດາ ທີ່​ໄດ້​ກັບຄືນ​ມາ​ຈາກ​ເມືອງ​ເຕນເມລາ, ເຕນຮາກຊາ, ເຄຣຸບ, ອັດດານ ແລະ​ອິມເມ; ແຕ່​ພວກເຂົາ​ພິສູດ​ບໍ່ໄດ້​ວ່າ ພວກ​ຕົນ​ເປັນ​ເຊື້ອສາຍ​ຂອງ​ຊາວ​ອິດສະຣາເອນ.


ພວກຜູ້ນຳ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ສ່ວນ​ປະຊາຊົນ​ທີ່​ເຫຼືອ​ນັ້ນ​ພາກັນ​ໃຊ້​ສະຫລາກ ເພື່ອ​ເລືອກ​ເອົາ​ຄອບຄົວ​ໜຶ່ງ​ໃນ​ແຕ່ລະສິບ​ຄອບຄົວ​ໄປ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ເມືອງ​ສັກສິດ; ສ່ວນ​ເກົ້າ​ຄອບຄົວ​ນັ້ນ ຕ້ອງ​ໄປ​ອາໄສ​ຢູ່​ໃນ​ເມືອງ​ໃຫຍ່​ແລະ​ເມືອງນ້ອຍ​ອື່ນໆ.


ພຣະເຈົ້າ​ໄດ້​ບັນດານ​ໃຈ​ຂ້າພະເຈົ້າ​ໃຫ້​ເອີ້ນ​ປະຊຸມ​ປະຊາຊົນ ແລະ​ພວກຜູ້ນຳ​ຂອງ​ພວກເຂົາ ພ້ອມທັງ​ເຈົ້າໜ້າທີ່​ຕ່າງໆ ເພື່ອ​ກວດເບິ່ງ​ບັນຊີ​ລາຍຊື່​ຂອງ​ປະຊາຊົນ. ຂ້າພະເຈົ້າ​ໄດ້​ພົບ​ບັນຊີ​ລາຍຊື່​ຂອງ​ພວກ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ໝວດ​ທຳອິດ ຊຶ່ງ​ລາຍລະອຽດ​ມີ​ດັ່ງນີ້:


ບັນດາ​ວິລະບູລຸດ​ແລະ​ພວກ​ທະຫານ, ບັນດາ​ຜູ້ຕັດສິນ​ແລະ​ພວກ​ຜູ້ທຳນວາຍ, ບັນດາ​ໝໍ​ດູ​ແລະ​ພວກ​ຜູ້ປົກຄອງ,


ເມືອງ​ທາງ​ພາກໃຕ້​ຂອງ​ຢູດາຍ​ໄດ້​ຖືກ​ປິດລ້ອມ​ແລ້ວ ບໍ່ມີ​ຜູ້ໃດ​ເລີຍ​ລອດຊີວິດ​ມາ​ໄດ້. ປະຊາຊົນ​ຢູດາ​ລ້ວນແຕ່​ໄດ້​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”


ໃນທີ່ສຸດ ເນບູຊາຣາດານ ຜູ້​ບັນຊາການ​ທະຫານ ກໍ​ຈັບ​ປະຊາຊົນ​ທີ່​ເຫຼືອ​ຢູ່​ໃນ​ເມືອງ​ລວມທັງ​ຄົນ​ທີ່​ໜີ​ເຂົ້າ​ມາ​ມອບ​ຕົວ​ຕໍ່​ເພິ່ນ ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ກະສັດ​ເນບູ​ກາດເນັດຊາ​ຈັບ​ກະສັດ​ເຢໂຮຍອາກິມ ແລະ​ຢຶດເອົາ​ເຄຶ່ອງໃຊ້​ບາງ​ຢ່າງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ໄປ. ເພິ່ນ​ໄດ້​ຈັບ​ເອົາ​ຊະເລີຍ​ບາງຄົນ​ກັບຄືນ​ໄປ​ທີ່​ວິຫານ​ພະ​ຂອງ​ເພິ່ນ​ໃນ​ບາບີໂລນ ແລະ​ເອົາ​ຊັບສົມບັດ​ທີ່​ຢຶດ​ໄດ້​ນັ້ນ​ໄປ​ເກັບໄວ້​ໃນ​ຄັງ​ພະ​ຂອງຕົນ​ທີ່​ວິຫານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka