6 ເບັນຢາມິນມີລູກຊາຍສາມຄົນ ດັ່ງນີ້: ເບລາ, ເບເຄ ແລະເຢດີອາເອນ.
ລູກຊາຍຂອງເບັນຢາມິນ ມີດັ່ງນີ້: ເບລາ, ເບເຄ, ອັດຊະເບນ, ເກຣາ, ນາອາມານ, ເອຮີ, ໂຣເຊ, ມຸບປິມ, ຮຸບປິມ ແລະອາກເດ.
ຈຳນວນທາງການຂອງຊາຍສະກັນໃນຄອບຄົວຂອງເຜົ່າອິດຊາຄາ ທີ່ເປັນທະຫານໄດ້ມີແປດສິບເຈັດພັນຄົນ.
ເບລາມີລູກຊາຍຫ້າຄົນ ດັ່ງນີ້: ເອຊະໂບນ, ອຸດຊີ, ອຸດຊີເອນ, ເຢຣິໂມດ ແລະອີຣິ. ພວກເຂົາເປັນຫົວໜ້າຄອບຄົວຕ່າງໆໃນຕະກຸນ ແລະເປັນທະຫານທີ່ມີຊື່ສຽງດີ. ຊາຍສະກັນໃນເຊື້ອສາຍຂອງພວກເຂົາທີ່ເປັນທະຫານໄດ້ມີຊາວສອງພັນສາມສິບສີ່ຄົນ.