4 ພວກເຂົາໄດ້ເມຍຫລາຍຄົນຈຶ່ງມີລູກຢ່າງຫລວງຫລາຍ ຈົນບັນດາເຊື້ອສາຍຂອງພວກເຂົາເປັນທະຫານໄດ້ມີສາມສິບຫົກພັນຄົນ.
ຈາກເຜົ່າອິດຊາຄາ: ຫົວໜ້າ ສອງຮ້ອຍຄົນພ້ອມທັງທະຫານທີ່ຢູ່ໃຕ້ການບັນຊາຂອງພວກເຂົາ (ບັນດາຜູ້ນຳເຫຼົ່ານີ້ຮູ້ວ່າ ຊາວອິດສະຣາເອນຄວນຈະເຮັດຫຍັງ ແລະເຮັດເວລາໃດດີທີ່ສຸດ);
ອຸດຊີມີລູກຊາຍຜູ້ໜຶ່ງຊື່ວ່າ ອີຊະຣາຮີຢາ. ອີຊະຣາຮີຢາແລະລູກຊາຍສີ່ຄົນຂອງລາວມີດັ່ງນີ້: ມີກາເອນ, ໂອບາດີຢາ, ໂຢເອນ ແລະອິດຊີຢາ. ພວກເຂົາເປັນຫົວໜ້າຄອບຄົວໝົດທຸກຄົນ.
ຈຳນວນທາງການຂອງຊາຍສະກັນໃນຄອບຄົວຂອງເຜົ່າອິດຊາຄາ ທີ່ເປັນທະຫານໄດ້ມີແປດສິບເຈັດພັນຄົນ.