Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 6:4 - ພຣະຄຳພີສັກສິ

4 ລຳດັບ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ​ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ເອເລອາຊາ ມີ​ດັ່ງນີ້: ເອເລອາຊາ​ເປັນ​ພໍ່​ຂອງ​ຟີເນຮາ, ຟີເນຮາ​ເປັນ​ພໍ່​ຂອງ​ອາບີຊູອາ,

Uka jalj uñjjattʼäta Copia luraña




1 ຂ່າວຄາວ 6:4
21 Jak'a apnaqawi uñst'ayäwi  

ຊາດົກ​ລູກຊາຍ​ຂອງ​ອາຮີຕຸບ ແລະ​ອາຮີເມເຫຼັກ​ລູກຊາຍ​ຂອງ​ອາບີອາທາ ທັງສອງ​ເປັນ​ປະໂຣຫິດ; ເສຣາອີຢາ​ເປັນ​ເລຂາທິການ;


ເມຣາຣີ​ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ມາຮະລີ​ແລະ​ມູຊີ. ມາຮະລີ​ມີ​ລູກຊາຍ​ສອງ​ຄົນ​ເຊັ່ນດຽວ​ກັນ​ດັ່ງນີ້: ເອເລອາຊາ​ແລະ​ກີເຊ,


ມາຮະລີ, ມູຊີ ແລະ​ຢາອາຊີຢາ, ເຊື້ອສາຍ​ຂອງ​ເມຣາຣີ.


ອຳຣາມ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ອາໂຣນ​ແລະ​ໂມເຊ ແລະ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ມີຣີອາມ. ອາໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.


ເຊື້ອສາຍ​ຂອງ​ອາໂຣນ ມີ​ດັ່ງນີ້: ລູກຊາຍ​ຂອງ​ອາໂຣນ​ແມ່ນ​ເອເລອາຊາ, ລູກຊາຍ​ຂອງ​ເອເລອາຊາ​ແມ່ນ​ຟີເນຮາ, ລູກຊາຍ​ຂອງ​ຟີເນຮາ​ແມ່ນ​ອາບີຊູອາ,


ຟີເນຮາ ລູກຊາຍ​ຂອງ​ເອເລອາຊາ​ໄດ້​ເຄີຍ​ປົກຄອງ​ພວກເຂົາ​ມາ​ຄັ້ງ​ໜຶ່ງ. ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ລາວ​ດ້ວຍ.


ດ້ວຍ​ພຣະຄຸນ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ສົ່ງ​ເຊເຣບີຢາ ຜູ້​ທີ່​ມີ​ຄວາມ​ສາມາດ ມາ​ໃຫ້​ຂ້າພະເຈົ້າ ລາວ​ເປັນ​ຄົນເລວີ​ຈາກ​ຕະກຸນ​ເມຣາຣີ; ພວກ​ລູກຊາຍ​ແລະ​ອ້າຍ​ນ້ອງ​ຂອງ​ລາວ​ທັງໝົດ​ສິບແປດ​ຄົນ​ກໍ​ມາ​ນຳ​ດ້ວຍ.


ເກໂຊມ, ຕະກຸນ​ຟີເນຮາ ດານີເອນ, ຕະກຸນ​ອີທາມາ ຮັດຕຸຊະ​ລູກຊາຍ​ຂອງ​ເຊການີຢາ, ຕະກຸນ​ດາວິດ


ເອເລອາຊາ ລູກຊາຍ​ຂອງ​ອາໂຣນ ໄດ້​ລູກສາວ​ຄົນ​ໜຶ່ງ​ຂອງ​ປູຕີເອນ​ມາ​ເປັນ​ເມຍ; ແລະ​ນາງ​ເກີດ​ລູກຊາຍ​ຜູ້ໜຶ່ງ​ໃຫ້​ລາວ​ຊື່​ວ່າ ຟີເນຮາ. ຄົນ​ເຫຼົ່ານີ້​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ ແລະ​ເປັນ​ຕະກຸນ​ຕ່າງໆ​ຂອງ​ເຜົ່າ​ເລວີ.


ຄື​ລາວ​ຕະຫລອດ​ທັງ​ເຊື້ອສາຍ​ຂອງ​ລາວ​ຈະ​ໄດ້​ເປັນ​ປະໂຣຫິດ​ຮັບໃຊ້​ເຮົາ​ສືບໆໄປ ເພາະວ່າ​ລາວ​ໄດ້​ຈັດການ​ຢ່າງ​ເດັດຂາດ​ກັບ​ທຸກໆ​ຄົນ​ທີ່​ກະບົດ​ຕໍ່​ເຮົາ ແລະ​ໄດ້​ເຮັດ​ໃຫ້​ເຮົາ​ຍົກໂທດ​ປະຊາຊົນ​ອິດສະຣາເອນ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ.”


ໂມເຊ​ໄດ້​ສົ່ງ​ທະຫານ​ເຫຼົ່ານີ້​ອອກ​ສູ້ຮົບ​ພາຍໃຕ້​ການ​ບັນຊາ​ຂອງ​ຟີເນຮາ ລູກຊາຍ​ຂອງ​ປະໂຣຫິດ​ເອເລອາຊາ. ຟີເນຮາ​ຮັບຜິດຊອບ​ສິ່ງຂອງ​ໃນ​ຫໍເຕັນ ແລະ​ແກ​ສຳລັບ​ເປົ່າ​ເປັນ​ສັນຍານ​ສູ້ຮົບ.


ໂຢຊວຍ​ໄດ້​ອວຍພອນ​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ແລະ​ໄດ້​ມອບ​ເມືອງ​ເຮັບໂຣນ​ໃຫ້​ເປັນ​ກຳມະສິດ​ຂອງ​ລາວ.


ກ່ອນ​ເຫດການ​ນີ້​ໄດ້​ເກີດຂຶ້ນ ເມືອງ​ເຮັບໂຣນ​ມີ​ຊື່​ວ່າ​ເມືອງ​ຂອງ​ອາກບາ. (ອາກບາ​ເປັນ​ເມືອງ​ໃຫຍ່​ທີ່ສຸດ​ຂອງ​ຊາວ​ອານາກີມ). ຕັ້ງແຕ່​ນັ້ນ​ມາ ດິນແດນ​ກໍ​ມີ​ຄວາມ​ສະຫງົບສຸກ.


ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ສົ່ງ​ຟີເນຮາ​ລູກຊາຍ​ຂອງ​ປະໂຣຫິດ​ເອເລອາຊາ ໄປ​ຫາ​ປະຊາຊົນ​ເຜົ່າ​ຣູເບັນ, ກາດ ແລະ​ມານາເຊ​ຕາເວັນອອກ​ຢູ່​ໃນ​ດິນແດນ​ກີເລອາດ.


ຕໍ່ມາ ເອເລອາຊາ​ລູກຊາຍ​ຂອງ​ອາໂຣນ​ກໍ​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ທີ່​ເມືອງ​ກີເບອາ ຊຶ່ງ​ເປັນ​ເມືອງ​ໃນ​ເຂດ​ເນີນພູ​ເອຟຣາອິມ. ເມືອງ​ນີ້​ໄດ້​ຍົກ​ໃຫ້​ເປັນ​ກຳມະສິດ​ຂອງ​ຟີເນຮາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka