Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 6:3 - ພຣະຄຳພີສັກສິ

3 ອຳຣາມ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ອາໂຣນ​ແລະ​ໂມເຊ ແລະ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ມີຣີອາມ. ອາໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 6:3
18 Jak'a apnaqawi uñst'ayäwi  

ແລະ​ຈາກ​ຕະກຸນ​ອຸດຊີເອນ​ແມ່ນ​ອຳມີນາດາບ ເບິ່ງແຍງ​ໜຶ່ງຮ້ອຍ​ສິບສອງ​ຄົນ.


ໂກຮາດ​ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ.


ອຳຣາມ​ລູກຊາຍ​ກົກ​ຂອງ​ເພິ່ນ​ເປັນ​ພໍ່​ຂອງ​ອາໂຣນ​ແລະ​ໂມເຊ. (ອາໂຣນ​ແລະ​ເຊື້ອສາຍ​ຂອງ​ລາວ​ໄດ້​ຖືກ​ແຍກ​ອອກ​ຢູ່​ຕ່າງຫາກ ເພື່ອ​ເບິ່ງແຍງ​ເຄື່ອງ​ສັກສິດ​ຕ່າງໆ​ຕະຫລອດໄປ​ເຊັ່ນ: ເຜົາ​ເຄື່ອງຫອມ​ຕ່າງໆ​ຕໍ່ໜ້າ​ພຣະເຈົ້າຢາເວ, ຮັບໃຊ້​ພຣະອົງ ແລະ​ອວຍພອນ​ປະຊາຊົນ​ໃນ​ນາມ​ຂອງ​ພຣະອົງ.


ຢາຮາດ ເຊື້ອສາຍ​ຂອງ​ອີຊະຮາ ສືບ​ມາ​ທາງ​ເຊໂລໂມດ;


ໂກຮາດ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ.


ລຳດັບ​ເຊື້ອສາຍ​ຈາກ​ເຊັ່ນໜຶ່ງ​ຫາ​ອີກ​ເຊັ່ນໜຶ່ງ​ຂອງ​ເອເລອາຊາ ມີ​ດັ່ງນີ້: ເອເລອາຊາ​ເປັນ​ພໍ່​ຂອງ​ຟີເນຮາ, ຟີເນຮາ​ເປັນ​ພໍ່​ຂອງ​ອາບີຊູອາ,


ແລ້ວ​ນາງ​ມີຣີອາມ ເອື້ອຍ​ອາໂຣນ​ທີ່​ເປັນ​ຜູ້ທຳນວາຍ​ກໍ​ຕີ​ກອງ​ອອກ​ໜ້າ ຕິດຕາມ​ດ້ວຍ​ຜູ້ຍິງ​ທຸກຄົນ​ທັງ​ຕີ​ກອງ​ແລະ​ຟ້ອນລຳ.


ຜູ້​ເປັນ​ເອື້ອຍ​ຂອງ​ເດັກນ້ອຍ​ນັ້ນ​ກໍ​ຢືນ​ຢູ່​ຫ່າງໆ ເພື່ອ​ຢາກ​ຮູ້​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ແກ່​ນ້ອງ​ຂອງຕົນ.


ສ່ວນ​ເອື້ອຍ​ຂອງລາວ​ກໍ​ຟ້າວ​ມາ​ຖາມ​ລູກສາວ​ຂອງ​ກະສັດ​ຟາໂຣ​ວ່າ, “ຢາກ​ໃຫ້​ຂ້ານ້ອຍ​ໄປ​ຫາ​ຍິງ​ຊາວ​ເຮັບເຣີ ມາ​ລ້ຽງ​ເດັກນ້ອຍ​ໃຫ້​ຫລື​ບໍ່?”


ແລ້ວ​ພຣະເຈົ້າ​ໄດ້​ບອກ​ໂມເຊ​ວ່າ, “ເຈົ້າ​ກັບ​ອາໂຣນ, ນາດາບ, ອາບີຮູ, ພ້ອມ​ທັງ​ບັນດາ​ຫົວໜ້າ 70 ຄົນ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຂຶ້ນ​ມາ​ຫາ​ພຣະເຈົ້າຢາເວ​ທີ່​ເທິງ​ພູເຂົາ; ເມື່ອ​ຂຶ້ນ​ມາ​ແລ້ວ​ໃຫ້​ກົ້ມຂາບ​ນະມັດສະການ​ຢູ່​ຫ່າງໆ.


“ຈົ່ງ​ເອີ້ນ​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ມາ​ເຊັ່ນ​ວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ. ຈົ່ງ​ແຍກ​ພວກເຂົາ​ຢູ່​ຕ່າງຫາກ ຈາກ​ປະຊາຊົນ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ອຳຣາມ​ໄດ້​ໂຢເກເບັດ​ນ້ອງສາວ​ຂອງ​ພໍ່​ຕົນ​ມາ​ເປັນ​ເມຍ ແລະ​ນາງ​ໄດ້​ເກີດ​ລູກຊາຍ​ໃຫ້​ລາວ ດັ່ງນີ້: ອາໂຣນ ແລະ​ໂມເຊ. ອຳຣາມ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບ​ເຈັດ​ປີ.


ອາໂຣນ​ໄດ້​ແຕ່ງງານ​ກັບ​ນາງ​ເອລີເຊບາ ຜູ້​ທີ່​ເປັນ​ລູກສາວ​ຂອງ​ອຳມີນາດາບ ແລະ​ເປັນ​ເອື້ອຍ​ຂອງ​ນາໂຊນ. ນາງ​ເກີດ​ລູກຊາຍ​ສີ່​ຄົນ​ໃຫ້​ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.


ນາດາບ​ແລະ​ອາບີຮູ​ລູກຊາຍ​ອາໂຣນ ຕ່າງ​ກໍໄດ້​ນຳ​ໝໍ້ຂາງ​ຂອງຕົນ​ມາ ແລະ​ເອົາ​ຖ່ານໄຟ​ທີ່​ກຳລັງ​ລຸກ​ຢູ່​ໃສ່​ໃນ​ນັ້ນ. ພວກເຂົາ​ໄດ້​ເອົາ​ກຳຍານ​ໂຮຍ​ໃສ່​ຕື່ມ ແລະ​ນຳ​ໄປ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ. ແຕ່​ໄຟ​ທີ່​ຖວາຍ​ນີ້​ບໍ່​ບໍຣິສຸດ ເພາະວ່າ​ພຣະອົງ​ບໍ່ໄດ້​ສັ່ງ​ພວກເຂົາ​ໃຫ້​ຖວາຍ​ຢ່າງ​ນັ້ນ.


ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ແລະ​ເອເລອາຊາ​ແລະ​ອີທາມາ ລູກຊາຍ​ສອງ​ຄົນ​ຂອງ​ລາວ​ວ່າ, “ຈົ່ງ​ເອົາ​ພືດຜົນ​ເປັນເມັດ​ທີ່​ເຫຼືອ​ຈາກ​ການ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ ມາ​ເຮັດ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ແລະ​ກິນ​ທີ່​ຂ້າງ​ແທ່ນບູຊາ​ເພາະ​ການ​ຖວາຍ​ນີ້​ແມ່ນ​ບໍຣິສຸດ​ທີ່ສຸດ.


ໂມເຊ​ໄດ້​ສອບ​ຖາມ​ກ່ຽວກັບ​ຊີ້ນ​ແບ້​ທີ່​ໄດ້​ຖວາຍ​ເພື່ອ​ລຶບລ້າງ​ບາບ​ນັ້ນ ເມື່ອ​ເພິ່ນ​ຮູ້​ວ່າ​ແບ້​ນັ້ນ​ໄດ້​ເຜົາ​ໝົດ​ເສຍ​ແລ້ວ. ໂມເຊ​ຈຶ່ງ​ຮ້າຍ​ເອເລອາຊາ​ແລະ​ອີທາມາ​ກ່ຽວກັບ​ເລື່ອງ​ນີ້. ເພິ່ນ​ໄດ້​ຖາມ​ເຂົາ​ວ່າ,


ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ; ເຮົາ​ໄດ້​ກອບກູ້​ເອົາ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້ ເຮົາ​ໄດ້​ໃຊ້​ໂມເຊ, ອາໂຣນ ແລະ​ມີຣີອາມ ໃຫ້​ນຳພາ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka