Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 5:6 - ພຣະຄຳພີສັກສິ

6 ຕີກະລາດ​ປີເລເສ​ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ຈັບ​ເບເອຣາ ຜູ້​ເປັນ​ຫົວໜ້າ​ເຜົ່າ​ຣູເບັນ​ແລະ​ໄດ້​ເອົາ​ລາວ​ໄປ​ເປັນ​ຊະເລີຍ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 5:6
6 Jak'a apnaqawi uñst'ayäwi  

ໃນ​ຄາວ​ທີ່​ເຈົ້າ​ເປກາ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ນັ້ນ ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ຢຶດເອົາ​ເມືອງ​ຕ່າງໆ​ດັ່ງນີ້: ອີໂຢນ, ອາເບັນ​ເບັດ​ມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນ​ທັງໝົດ​ຂອງ​ກີເລອາດ, ຄາລີເລ ແລະ​ເນັບທາລີ ແລະ​ໄດ້​ນຳ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ.


ແລ້ວ​ກະສັດ​ອາຮາດ​ກໍ​ສົ່ງ​ຄະນະທູດ​ໄປ​ຫາ​ກະສັດ​ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ຂ້າພະເຈົ້າ​ຄື​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງທ່ານ ຂໍ​ທ່ານ​ກະລຸນາ​ມາ​ຊ່ວຍກູ້​ເອົາ​ຂ້າພະເຈົ້າ ຈາກ​ອຳນາດ​ຂອງ​ກະສັດ​ແຫ່ງ​ຊີເຣຍ ແລະ​ກະສັດ​ແຫ່ງ​ອິດສະຣາເອນ ທີ່​ກຳລັງ​ໂຈມຕີ​ຂ້າພະເຈົ້າ​ແດ່ທ້ອນ.”


ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ບັນດານ​ໃຫ້​ກະສັດ​ປູນ​ແຫ່ງ​ອັດຊີເຣຍ (ມີ​ຊື່​ອື່ນ​ອີກ​ວ່າ ຕີກະລາດ​ປີເລເສ) ມາ​ຮຸກຮານ​ປະເທດ​ຂອງ​ພວກເຂົາ. ເພິ່ນ​ໄດ້​ຈັບ​ເຜົ່າ​ຣູເບັນ, ກາດ, ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ​ໄປ​ເປັນ​ຊະເລີຍ ແລະ​ໃຫ້​ພວກເຂົາ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ຮາລາ, ຮາບໍ ແລະ​ຮາຣາ ແລະ​ຕາມ​ລຳ​ແມ່ນໍ້າ​ໂກຊານ​ຈົນເຖິງ​ທຸກ​ວັນນີ້.


ມີກາ, ເຣອາອີຢາ, ບາອານ ແລະ​ເບເອຣາ.


ບັນທຶກ​ສຳມະໂນຄົວ​ຂອງ​ຕະກຸນ​ຕ່າງໆ​ໃນ​ເຜົ່າ​ຣູເບັນ ມີ​ດັ່ງນີ້: ເຢອີເອນ, ເຊກາຣີຢາ,


ແທນ​ທີ່​ກະສັດ​ຕີກະລາດ​ເປເລເສ​ແຫ່ງ​ອັດຊີເຣຍ​ຈະ​ຊ່ວຍ​ກະສັດ​ອາຮາດ ເພິ່ນ​ກັບ​ຫັນ​ມາ​ຕໍ່ຕ້ານ ແລະ​ໄດ້​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka