1 ຂ່າວຄາວ 5:2 - ພຣະຄຳພີສັກສິ2 ແຕ່ຢ່າງໃດກໍດີ ແມ່ນເຜົ່າຢູດາທີ່ໄດ້ເຂັ້ມແຂງທີ່ສຸດ ແລະໃຫ້ຜູ້ປົກຄອງຄົນໜຶ່ງສືບມາຈາກເຜົ່ານີ້ແກ່ເຜົ່າທັງໝົດ.) Uka jalj uñjjattʼäta |
ພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນໄດ້ເລືອກຂ້າພະເຈົ້າ ແລະເຊື້ອສາຍຂອງຂ້າພະເຈົ້າໃຫ້ປົກຄອງຊາດອິດສະຣາເອນຕະຫລອດໄປ. ພຣະອົງໄດ້ເລືອກເອົາເຜົ່າຢູດາໃຫ້ເປັນຫົວໜ້ານຳພາ ແລະຈາກເຜົ່າຢູດາ ພຣະອົງໄດ້ເລືອກເອົາຄອບຄົວຂອງຂ້າພະເຈົ້າ. ຈາກພີ່ນ້ອງທັງໝົດໃນຄອບຄົວຂອງຂ້າພະເຈົ້າ ພຣະອົງພໍໃຈນຳຂ້າພະເຈົ້າ ແລະແຕ່ງຕັ້ງຂ້າພະເຈົ້າໃຫ້ຂຶ້ນເປັນກະສັດປົກຄອງທົ່ວທັງໝົດຊາດອິດສະຣາເອນ.
ທາງດ້ານຕາເວັນອອກ ໃຫ້ເຜົ່າທີ່ຢູ່ພາຍໃຕ້ທຸງໄຊປະຈຳກອງພົນຢູດາ ຕັ້ງຄ້າຍພັກເປັນໝວດໝູ່ຕ່າງໆ ຢູ່ພາຍໃຕ້ການນຳພາຂອງຫົວໜ້າຂອງພວກເຂົາດັ່ງຕໍ່ໄປນີ້: ເຜົ່າ ຫົວໜ້າ ຈຳນວນ ຢູດາ ນາໂຊນ ລູກຊາຍຂອງອຳມີນາດາບ 74.600 ຄົນ ອິດຊາຄາ ເນທາເນນ ລູກຊາຍຂອງຊູອາ 54.400 ຄົນ ເຊບູໂລນ ເອລີອາບ ລູກຊາຍຂອງເຮໂລນ 57.400 ຄົນ ລວມ: 186.400 ຄົນ ໃຫ້ກອງພົນຂອງຢູດາຍົກອອກໜ້າກ່ອນ.
ພວກເຂົານຳຂອງມາຖວາຍເປັນລຳດັບກັນດັ່ງນີ້: ມື້ ເຜົ່າ ຜູ້ນຳ ທີ 1 ຢູດາ ນາໂຊນ ລູກຊາຍຂອງອຳມີນາດາບ ທີ 2 ອິດຊາຄາ ເນທາເນນ ລູກຊາຍຂອງຊູອາ ທີ 3 ເຊບູໂລນ ເອລີອາບ ລູກຊາຍຂອງເຮໂລນ ທີ 4 ຣູເບັນ ເອລີຊູ ລູກຊາຍຂອງເຊເດອູເຣ ທີ 5 ຊີເມໂອນ ເຊລູມີເອນ ລູກຊາຍຂອງຊູຣິດຊັດດາຍ ທີ 6 ກາດ ເອລີອາສັບ ລູກຊາຍຂອງດູເອນ ທີ 7 ເອຟຣາອິມ ເອລີຊາມາ ລູກຊາຍຂອງອາມມີຮຸດ ທີ 8 ມານາເຊ ກາມາລີເອນ ລູກຊາຍຂອງເປດາຊູ ທີ 9 ເບັນຢາມິນ ອາບີດານ ລູກຊາຍຂອງກີເດໂອນີ ທີ 10 ດານ ອາຮີເອເຊ ລູກຊາຍຂອງອຳມີຊັດດາຍ ທີ 11 ອາເຊ ປາກີເອນ ລູກຊາຍຂອງອົກກະຣັນ ທີ 12 ເນັບທາລີ ອາຮີຣາ ລູກຊາຍຂອງເອນັນ. ຫົວໜ້າແຕ່ລະຄົນໄດ້ນຳເຄື່ອງຖວາຍຢ່າງດຽວກັນມາດັ່ງນີ້: ຊາມເງິນໜຶ່ງໃບ ໜັກ 1.500 ກຼາມ, ອ່າງເງິນໃບໜຶ່ງ ໜັກ 800 ກຼາມ ໂດຍໄດ້ຄິດໄລ່ຕາມອັດຕາຊັ່ງຂອງສຳນັກນະມັດສະການ, ຊາມແລະອ່າງທັງສອງໃບເຕັມດ້ວຍແປ້ງ ປົນກັບນໍ້າມັນໝາກກອກເທດ ຕາມລະບຽບການຖວາຍພືດຜົນເປັນເມັດ; ຈານຄຳໜຶ່ງໃບ, ໜັກ 110 ກຼາມ, ໃສ່ເຄື່ອງຫອມມາພ້ອມ; ງົວເຖິກໜຸ່ມໂຕໜຶ່ງ, ແກະເຖິກໂຕໜຶ່ງ, ລູກແກະເຖິກ ອາຍຸໜຶ່ງປີໂຕໜຶ່ງສຳລັບເຜົາບູຊາ; ແບ້ເຖິກໂຕໜຶ່ງສຳລັບຖວາຍບູຊາລຶບລ້າງບາບ; ງົວເຖິກສອງໂຕ, ແກະເຖິກ ຫ້າໂຕ, ແບ້ເຖິກຫ້າໂຕ ແລະລູກແກະເຖິກຫ້າໂຕ ອາຍຸໜຶ່ງປີ ສຳລັບຖວາຍເພື່ອຄວາມສາມັກຄີທຳ.