Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 5:16 - ພຣະຄຳພີສັກສິ

16 ພວກເຂົາ​ໄດ້​ອາໄສ​ໃນ​ເຂດແດນ​ບາຊານ​ແລະ​ກີເລອາດ ໃນ​ເມືອງ​ທັງຫລາຍ​ໃນ​ທີ່ນັ້ນ​ແລະ​ຕາມ​ທົ່ງຫຍ້າ​ຂອງ​ຊາໂຣນ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 5:16
8 Jak'a apnaqawi uñst'ayäwi  

ອາຮີ ລູກຊາຍ​ຂອງ​ອັບດີເອນ​ແລະ​ຫລານຊາຍ​ຂອງ​ກູນີ ເປັນ​ຫົວໜ້າ​ຂອງ​ຕະກຸນ​ເຫຼົ່ານັ້ນ.


ນ້ອງ​ເປັນ​ພຽງ​ດອກໄມ້​ປ່າ​ຢູ່​ໃນ​ທົ່ງ​ຊາໂຣນ ແລະ​ເປັນ​ດອກ​ລີລາ​ຢູ່​ຕາມ​ຮ່ອມພູ​ພຸ້ນ.


ຖິ່ນ​ແຫ້ງແລ້ງ​ຈະ​ຂັບຮ້ອງ​ບົດເພງ​ຢ່າງ​ຊື່ນໃຈ ຈະ​ເປັນ​ທີ່​ສວຍງາມ​ວິໄລ​ດັ່ງ​ພູ​ເລບານອນ​ພຸ້ນ. ແລະ​ເປັນ​ດັ່ງ​ທົ່ງຫຍ້າ​ທີ່​ອຸດົມສົມບູນ​ດີ ຂອງ​ພູ​ກາເມນ ແລະ​ທົ່ງ​ຊາໂຣນ​ດ້ວຍ. ທຸກຄົນ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ໃດ ຄື​ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ພວກເຂົາ​ຈະ​ນະມັດສະການ​ເຮົາ ແລະ​ຈະ​ນຳ​ຝູງແກະ ແລະ​ຝູງງົວ​ຂອງ​ພວກເຂົາ​ໄປ​ລ້ຽງ​ຕາມ​ທົ່ງຫຍ້າ​ຊາໂຣນ ໃນ​ທິດ​ຕາເວັນຕົກ ແລະ​ໃນ​ຮ່ອມ​ພູເຂົາ​ເດືອດຮ້ອນ​ທາງທິດ​ຕາເວັນອອກ.


ເມື່ອ​ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ເມືອງ​ລິດດາ ແລະ ຊາໂຣນ ໄດ້​ເຫັນ​ດັ່ງນັ້ນ, ພວກເຂົາ​ຈຶ່ງ​ກັບ​ໃຈ​ມາ​ຫາ​ອົງພຣະ​ຜູ້​ເປັນເຈົ້າ.


ໂມເຊ​ຍັງ​ໄດ້​ມອບ​ດິນແດນ​ສ່ວນ​ໜຶ່ງ​ໃຫ້​ຄອບຄົວ​ຕ່າງໆ ທີ່​ຢູ່​ໃນ​ເຜົ່າກາດ​ເພື່ອ​ເປັນ​ກຳມະສິດ​ຂອງ​ພວກເຂົາ.


ອັນ​ນີ້​ແມ່ນ​ເມືອງ​ຕ່າງໆ ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເປັນ​ກຳມະສິດ​ຂອງ​ບັນດາ​ຄອບຄົວ​ໃນ​ເຜົ່າກາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka