1 ຂ່າວຄາວ 5:1 - ພຣະຄຳພີສັກສິ1 ບຸກຄົນເຫຼົ່ານີ້ແມ່ນເຊື້ອສາຍຂອງຣູເບັນຜູ້ເປັນລູກຊາຍກົກຂອງຢາໂຄບ. (ຍ້ອນຣູເບັນໄດ້ລັກນອນນຳເມຍນ້ອຍຄົນໜຶ່ງຂອງພໍ່ຕົນ ລາວຈຶ່ງໄດ້ສູນເສຍສິດການເປັນອ້າຍກົກ ແລະສິດນັ້ນໄດ້ຖືກມອບໝາຍໃຫ້ແກ່ໂຢເຊັບ. Uka jalj uñjjattʼäta |
ຕໍ່ໄປນີ້ແມ່ນລາຍຊື່ບຸກຄົນ ຄືບັນດາຜູ້ນຳຢູ່ໃນເຜົ່າຂອງພວກເຂົາ ຜູ້ທີ່ໄດ້ຖືກຄັດເລືອກຈາກຊຸມຊົນ ໃຫ້ຊ່ວຍເຫລືອໃນວຽກງານການຈົດຈຳນວນພົນໃນຄັ້ງນີ້: ຊື່ເຜົ່າ ຜູ້ທີ່ເປັນຫົວໜ້າຕະກຸນ ຣູເບັນ ເອລີຊູ ລູກຊາຍຂອງເຊເດອູເຣ ຊີເມໂອນ ເຊລູມີເອນ ລູກຊາຍຂອງຊູຣິດຊັດດາຍ ຢູດາ ນາໂຊນ ລູກຊາຍຂອງອຳມີນາດາບ ອິດຊາຄາ ເນທາເນນ ລູກຊາຍຂອງຊູອາ ເຊບູໂລນ ເອລີອາບ ລູກຊາຍຂອງເຮໂລນ ເອຟຣາອິມ ເອລີຊາມາ ລູກຊາຍຂອງອາມມີຮຸດ ມານາເຊ ກາມາລີເອນ ລູກຊາຍຂອງເປດາຊູ ເບັນຢາມິນ ອາບີດານ ລູກຊາຍຂອງກີເດໂອນີ ດານ ອາຮີເອເຊ ລູກຊາຍຂອງອຳມີຊັດດາຍ ອາເຊ ປາກີເອນ ລູກຊາຍຂອງອົກກະຣັນ ກາດ ເອລີອາສັບ ລູກຊາຍຂອງດູເອນ ເນັບທາລີ ອາຮີຣາ ລູກຊາຍຂອງເອນັນ