Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 4:9 - ພຣະຄຳພີສັກສິ

9 ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຢາເບດ ແລະ​ລາວ​ໄດ້​ຮັບ​ການ​ນັບຖື​ຫລາຍກວ່າ​ໝູ່​ໃນ​ຄອບຄົວ. ແມ່​ຂອງ​ລາວ​ໄດ້​ໃສ່​ຊື່​ໃຫ້​ວ່າ​ຢາເບດ ເພາະ​ເມື່ອ​ຄອດ​ລາວ​ອອກ​ມາ​ນັ້ນ ນາງ​ໄດ້​ຮັບ​ຄວາມ​ເຈັບປວດ​ຫລາຍ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 4:9
10 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ກໍໄດ້​ກ່າວ​ກັບ​ຍິງ​ນັ້ນ​ວ່າ, “ເຮົາ​ຈະ​ເພີ່ມ​ຄວາມ​ລຳບາກ​ເມື່ອ​ເຈົ້າ​ຖືພາ, ເຈົ້າ​ຈະ​ຕ້ອງ​ເບັ່ງ​ລູກ​ອອກ​ມາ​ຢ່າງ​ເຈັບປວດ​ເຫລືອລົ້ນ. ເຖິງ​ປານ​ນັ້ນ​ເຈົ້າ​ກໍ​ບໍ່​ພົ້ນ​ທີ່​ຢາກ​ໄດ້​ຜົວ, ແລ້ວ​ຜົວ​ຂອງ​ເຈົ້າ​ນັ້ນ​ຈະ​ເປັນ​ນາຍ​ເໜືອ​ເຈົ້າ.”


ດັ່ງນັ້ນ ຊີເຄມ​ຈຶ່ງ​ຮັບ​ເອົາ​ໂລດ​ໂດຍ​ບໍ່​ໃຫ້​ເສຍ​ເວລາ ຍ້ອນ​ວ່າ​ລາວ​ຮັກ​ດີນາ​ລູກສາວ​ຂອງ​ຢາໂຄບ​ຫລາຍ. ຊີເຄມ​ເປັນ​ຄົນ​ສຳຄັນ​ທີ່ສຸດ​ໃນ​ຄອບຄົວ.


ແຕ່​ນາງ​ສິ້ນໃຈ​ຕາຍ​ຫລັງຈາກ​ຄອດ​ລູກ​ແລ້ວ. ກ່ອນ​ສິ້ນໃຈ​ຕາຍ ນາງ​ໄດ້​ໃສ່​ຊື່​ໃຫ້​ລູກຊາຍ​ຂອງຕົນ​ວ່າ ເບັນໂອນີ ແຕ່​ຢາໂຄບ​ຜູ້​ເປັນ​ພໍ່​ໃສ່​ຊື່​ໃຫ້​ໃໝ່​ວ່າ ເບັນຢາມິນ.


ແຕ່​ຢາເບດ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ວ່າ, “ໂອ ພຣະເຈົ້າ​ເອີຍ ໂຜດ​ອວຍພອນ​ຂ້ານ້ອຍ ແລະ​ໃຫ້​ຂ້ານ້ອຍ​ມີ​ດິນແດນ​ຢ່າງ​ຫລວງຫລາຍ​ແດ່ທ້ອນ. ໂຜດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ແລະ​ຮັກສາ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ການ​ຊົ່ວຮ້າຍ​ນາໆ​ປະການ​ແດ່ທ້ອນ ຊຶ່ງ​ອາດ​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ເຈັບປວດ.” ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ທີ່​ລາວ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ.


ໂກເຊ​ເປັນ​ພໍ່​ຂອງ​ອານຸບ​ແລະ​ໂຊເບບາ ແລະ​ເປັນ​ບັນພະບຸລຸດ​ຂອງ​ຕະກຸນ​ຕ່າງໆ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາຮາເຮນ​ລູກຊາຍ​ຂອງ​ຮາຣູມ.


ແລ້ວ​ລາວ​ກໍ​ສົມສູ່​ກັບ​ເມຍ​ຂອງຕົນ​ອີກ ນາງ​ຈຶ່ງ​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ເຂົາ​ຈຶ່ງ​ໃສ່​ຊື່​ໃຫ້​ລາວ​ວ່າ ເບຣິຢາ ເພາະ​ຄວາມ​ເດືອດຮ້ອນ​ທີ່​ໄດ້​ເກີດຂຶ້ນ​ກັບ​ຄອບຄົວ​ຂອງ​ພວກເຂົາ​ນັ້ນ.


ຈົ່ງ​ເຮັດ​ໃຫ້​ພໍ່​ແມ່​ພາກພູມ​ໃຈ​ໃນ​ຕົວ​ເຈົ້າ ແລະ​ຈົ່ງ​ເຮັດ​ໃຫ້​ແມ່​ຂອງເຈົ້າ​ມີ​ຄວາມສຸກ.


ເຮົາ​ຈະ​ໃຫ້​ທຸກ​ຊົນຊາດ​ຍອມ​ຊ່ວຍກູ້​ເອົາ​ຄືກັນ ຄື​ຊ່ວຍ​ເອົາ​ຊີວິດ​ຂອງ​ພວກເຈົ້າ​ໄວ້. ເພາະ​ພວກເຈົ້າ​ມີ​ຄ່າ​ຫລາຍ​ສຳລັບ​ເຮົາ ເພາະ​ເຮົາ​ຮັກ​ພວກເຈົ້າ​ຫລາຍ​ຈຶ່ງ​ໃຫ້ກຽດ​ພວກເຈົ້າ.


ຄົນ​ຢິວ​ໃນ​ເມືອງ​ນີ້​ມີ​ຈິດໃຈ​ສູງ​ສົ່ງ ຫລາຍກວ່າ​ຄົນ​ຢິວ​ໃນ​ເມືອງ​ເທສະໂລນິກ, ພວກເຂົາ​ມີ​ໃຈ​ເຫຼື້ອມໃສ​ຫລາຍ ແລະ​ຢາກ​ຈະ​ຟັງ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ ແລະ​ພວກເຂົາ​ສຶກສາ​ພຣະຄຳພີ​ທຸກໆ​ວັນ ເພື່ອ​ຢາກ​ຮູ້​ວ່າ​ຖ້ອຍຄຳ​ທີ່​ໂປໂລ​ກ່າວ​ນັ້ນ​ເປັນ​ຄວາມຈິງ​ແທ້​ຫລື​ບໍ່.


ນາງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອີຄາບົດ ໂດຍ​ອະທິບາຍ​ວ່າ, “ສະຫງ່າຣາສີ​ໄດ້​ໄປ​ຈາກ​ຊາດ​ອິດສະຣາເອນ” ອັນ​ເປັນ​ການ​ອ້າງ​ເຖິງ​ຫີບ​ຂອງ​ພຣະເຈົ້າ​ທີ່​ໄດ້​ຖືກ​ຢຶດ​ໄປ​ນັ້ນ ແລະ​ການ​ຕາຍ​ຂອງ​ພໍ່ປູ່​ພ້ອມ​ທັງ​ຜົວ​ຂອງ​ນາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka