Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 4:41 - ພຣະຄຳພີສັກສິ

41 ໃນ​ສະໄໝ​ຂອງ​ກະສັດ​ເຮເຊກີຢາ​ແຫ່ງ​ອານາຈັກ​ຢູດາຍ ພວກ​ຜູ້ຊາຍ​ທີ່​ມີ​ຊື່​ໃນ​ຂ້າງ​ເທິງ​ນັ້ນ​ໄດ້​ໄປ​ທີ່​ເມືອງ​ເກຣາກ ແລະ​ທຳລາຍ​ເຕັນ​ກັບ​ຕູບ​ຂອງ​ປະຊາຊົນ​ທີ່​ອາໄສ​ຢູ່​ທີ່​ນັ້ນ. ພວກເຂົາ​ຂັບໄລ່​ປະຊາຊົນ​ເຫຼົ່ານັ້ນ​ອອກ​ໄປ ແລະ​ໄດ້​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ​ຢ່າງ​ຖາວອນ ຍ້ອນ​ບ່ອນ​ນີ້​ມີ​ດິນ​ທີ່​ອຸດົມສົມບູນ​ສຳລັບ​ຝູງແກະ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 4:41
13 Jak'a apnaqawi uñst'ayäwi  

ອາຮາດ, ເຮເຊກີຢາ, ມານາເຊ,


ແລະ​ບ້ານ​ທັງຫລາຍ​ທີ່​ຢູ່​ອ້ອມແອ້ມ​ນັ້ນ ໄກ​ໄປ​ຈົນເຖິງ​ທິດ​ຕາເວັນຕົກ​ສ່ຽງໃຕ້​ຂອງ​ເມືອງ​ບາອາລາດ. ນີ້ແຫລະ ຄື​ການ​ບັນທຶກ​ສຳມະໂນຄົວ​ແລະ​ບ່ອນຕ່າງໆ​ທີ່​ພວກເຂົາ​ອາໄສ​ຢູ່.


ພວກເຂົາ​ໄດ້​ຂ້າ​ສັດຕູ​ຢ່າງ​ຫລວງຫລາຍ ເພາະ​ການ​ເຮັດ​ເສິກ​ຄັ້ງ​ນີ້​ແມ່ນ​ພຣະເຈົ້າ​ພໍໃຈ​ໃຫ້​ເຮັດ ແລະ​ພວກເຂົາ​ໄດ້​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ດິນແດນ​ນີ້ ຈົນ​ຖືກ​ກວາດ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ພວກເຂົາ​ໄດ້​ໂຈມຕີ​ຄ້າຍພັກ​ຂອງ​ຄົນລ້ຽງແກະ​ບາງ​ບ່ອນ ໂດຍ​ໄດ້​ຕ້ອນເອົາ​ຝູງແກະ​ແລະ​ຝູງ​ອູດ​ໄປ​ເປັນ​ຈຳນວນ​ຫລວງຫລາຍ. ແລ້ວ​ພວກເຂົາ​ກໍ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.


ຊ່ວງ​ເວລາ​ຕໍ່ມາ ໄດ້​ມີ​ກອງທັບ​ຂອງ​ພວກ​ໂມອາບ ແລະ​ຂອງ​ພວກ​ອຳໂມນ​ພ້ອມ​ດ້ວຍ​ພວກ​ເມີນິດ ພັນທະມິດ​ຂອງ​ພວກເຂົາ​ໄດ້​ເຂົ້າ​ມາ​ຮຸກຮານ​ຢູດາຍ.


ພຣະເຈົ້າ​ໄດ້​ໃຫ້​ເພິ່ນ​ເອົາ​ຊະນະ​ພວກ​ຟີລິດສະຕິນ, ພວກ​ອາຣັບ​ທີ່​ອາໄສ​ຢູ່​ໃນ​ເມືອງ​ເກີດບາອານ ແລະ​ພວກ​ເມີນິດ.


ສະນັ້ນ ຈົ່ງ​ຟັງ​ແຜນການ​ທີ່​ພຣະເຈົ້າຢາເວ​ກະທຳ​ຕໍ່ສູ້​ປະຊາຊົນ​ເອໂດມ ແລະ​ສິ່ງ​ທີ່​ພຣະອົງ​ຕັ້ງໃຈ​ກະທຳ​ຕໍ່​ຊາວ​ເຕມານ. ແມ່ນແຕ່​ລູກ​ຂອງ​ພວກເຂົາ​ກໍ​ຈະ​ຖືກ​ລາກ​ໄປ ແລະ​ທຸກຄົນ​ຈະ​ຢ້ານກົວ​ໃຫຍ່.


ພຣະອົງ​ໄດ້​ສ້າງ​ມະນຸດ​ທຸກ​ຊາດ ໃຫ້​ເກີດ​ມາ​ຈາກ​ມະນຸດ​ຄົນ​ດຽວ ແລະ​ໃຫ້​ພວກເຂົາ​ຢູ່​ທົ່ວ​ພິພົບ​ໂລກ ພຣະອົງ​ໄດ້​ຊົງ​ກຳນົດ​ເວລາ ແລະ​ກຳນົດ​ເຂດ​ທີ່​ພວກເຂົາ​ຢູ່​ນັ້ນ.


ຊາວ​ຊີໂດນ, ຊາວ​ອາມາເຫຼັກ ແລະ​ຊາວ​ມາໂອນ ໄດ້​ກົດຂີ່​ພວກເຈົ້າ​ໃນ​ຄາວ​ທີ່​ຜ່ານ​ມາ​ນັ້ນ ເມື່ອ​ພວກເຈົ້າ​ຮ້ອງ​ຫາ​ເຮົາ ເຮົາ​ບໍ່ໄດ້​ຊ່ວຍເຫລືອ​ພວກເຈົ້າ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka