1 ຄົນເຫຼົ່ານີ້ແມ່ນເຊື້ອສາຍບາງສ່ວນຂອງຢູດາ ມີດັ່ງນີ້: ເປເຣັດ, ເຮຊະໂຣນ, ການໝີ, ຮູເຣ ແລະໂຊບານ.
ແຕ່ເດັກນ້ອຍຫົດມືເຂົ້າຄືນ ແລະນ້ອງຂອງລາວຈຶ່ງເກີດກ່ອນ. ແລ້ວນາງຜະດຸງຄັນກໍເວົ້າວ່າ, “ອ້າວ! ຊ່າງແຫກອອກມາໄດ້.” ສະນັ້ນ ເດັກນ້ອຍຜູ້ນີ້ຈຶ່ງມີຊື່ວ່າ ເປເຣັດ.
ຢູດາແລະພວກລູກຊາຍຂອງຕົນ: ເອຣະ, ໂອນານ, ເຊລາ, ເປເຣັດ ແລະເຊຣາ. (ສ່ວນເອຣະກັບໂອນານ ລູກຊາຍສອງຄົນຂອງຢູດານັ້ນ ຕາຍທີ່ການາອານ) ພ້ອມດ້ວຍລູກຊາຍຂອງເປເຣັດຊື່ວ່າ ເຮຊະໂຣນ ແລະຮາມູນ.
ກາເລັບລູກຊາຍຂອງເຮຊະໂຣນໄດ້ແຕ່ງງານກັບນາງອາຊູບາ ແລະມີລູກສາວຜູ້ໜຶ່ງຊື່ວ່າ ເຢຣີໂອດ. ນາງມີ ລູກຊາຍສາມຄົນ ດັ່ງນີ້: ເຢເຊ, ໂຊບັບ ແລະອາກໂດນ.
ຢູດາມີລູກຊາຍຫ້າຄົນ. ລູກຊາຍສາມຄົນທີ່ເກີດຈາກນາງບັດຊູອາ ຊາວການາອານ ມີດັ່ງນີ້: ເອຣະ, ໂອນານ ແລະເຊລາ. ເອຣະຜູ້ເປັນລູກຊາຍກົກໄດ້ເຮັດຊົ່ວຮ້າຍຕໍ່ສາຍຕາຂອງພຣະເຈົ້າຢາເວ ແລະພຣະອົງຈຶ່ງຂ້າລາວ.
ລູກຊາຍສອງຄົນທີ່ເກີດຈາກນາງຕາມາລູກໃພ້ຂອງຕົນ ມີດັ່ງນີ້: ເປເຣັດແລະເຊຣາ.
ເປເຣັດມີລູກຊາຍສອງຄົນຊື່ວ່າ ເຮຊະໂຣນແລະຮາມູນ.
ຕໍ່ໄປນີ້ແມ່ນເຊື້ອສາຍຂອງກາເລັບອີກ ດັ່ງນີ້: ຮູເຣແມ່ນລູກຊາຍກົກຂອງກາເລັບທີ່ໄດ້ກັບນາງເອຟຣັດ ເມຍຂອງເພິ່ນ. ໂຊບານລູກຊາຍຂອງຮູເຣ ຜູ້ທີ່ໄດ້ສ້າງເມືອງກີຣີອາດເຢອາຣີມ.
ອາການ ລູກຊາຍຂອງການໝີແລະໜຶ່ງໃນເຊື້ອສາຍຂອງເຊຣາ ໄດ້ນຳຄວາມຈິບຫາຍມາສູ່ປະຊາຊົນອິດສະຣາເອນ ໂດຍຮັກສາຂອງທີ່ປຸ້ນມາໄດ້ໄວ້ ຊຶ່ງຂອງເຫຼົ່ານັ້ນໄດ້ມອບຖວາຍແລ້ວ.
ເຮຊະໂຣນມີລູກຊາຍສາມຄົນ ດັ່ງນີ້: ເຢຣາເມເອນ, ຣາມ ແລະເຄລູໄບ (ກາເລັບ).
ເອລີໂອນາຍ ມີລູກຊາຍເຈັດຄົນດັ່ງນີ້: ໂຮດາວີຢາ, ເອລີອາຊິບ, ເປລາອີຢາ, ອັກກຸບ, ໂຢຮານານ, ເດລາອີຢາ ແລະອານານີ.
ໂຊບານເປັນພໍ່ຂອງເຣອາອີຢາ ແລະເຣອາອີຢາເປັນພໍ່ຂອງຢາຮາດ; ຢາຮາດເປັນພໍ່ຂອງອາຮູມາຍແລະລາຮາດ ຊຶ່ງເປັນບັນພະບຸລຸດຂອງຊົນຊາດໂຊຣາ.
ເຜົ່າຢູດາປະກອບດ້ວຍຕະກຸນເຊລາ, ເປເຣັດ, ເຊຣາ, ເຮຊະໂຣນ ແລະຮາມູນ. (ລູກຊາຍສອງຄົນຂອງຢູດາ ຄືເອຣະ ແລະໂອນານໄດ້ຕາຍຢູ່ດິນແດນການາອານ.)
ນາໂຊນເປັນລູກຊາຍຂອງອຳມີນາດາບ, ອຳມີນາດາບເປັນລູກຊາຍຂອງອັດມີນ, ອັດມີນເປັນລູກຊາຍຂອງອານີ, ອານີເປັນລູກຊາຍຂອງເຮຊະໂຣນ, ເຮຊະໂຣນເປັນລູກຊາຍຂອງເປເຣັດ, ເປເຣັດເປັນລູກຊາຍຂອງຢູດາ,
ເຊື້ອສາຍຂອງດາວິດນັບແຕ່ເປເຣັດ ມີດັ່ງນີ້: ເປເຣັດ, ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ, ໂອເບັດ, ເຢຊີ, ດາວິດ.