16 ເຢໂຮຍອາກິມມີລູກຊາຍສອງຄົນ ດັ່ງນີ້: ເຢໂຮຍອາກິນ ແລະເຊເດກີຢາ.
ຕໍ່ມາ ກະສັດເນບູກາດເນັດຊາໄດ້ແຕ່ງຕັ້ງມັດຕານີຢາ ລູງຂອງເຢໂຮຍອາກິນ ໃຫ້ເປັນກະສັດປົກຄອງອານາຈັກຢູດາຍ ແລະໄດ້ປ່ຽນຊື່ໃຫ້ເພິ່ນໃໝ່ວ່າ ເຊເດກີຢາ.
ກະສັດເຢໂຮຍອາກິມໄດ້ຕາຍໄປ; ແລ້ວເຈົ້າເຢໂຮຍອາກິນ ລູກຊາຍຂອງເພິ່ນກໍໄດ້ຂຶ້ນເປັນກະສັດປົກຄອງແທນ.
ເຈົ້າເຢໂຮຍອາກິນໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸໄດ້ສິບແປດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມເດືອນ. ແມ່ຂອງເພິ່ນຊື່ວ່າ ເນຮູຊະຕາ ລູກສາວຂອງເອນນາທານຊາວນະຄອນເຢຣູຊາເລັມ.
ໃນປີທີ່ເຈົ້າເອວິນເມໂຣດັກໄດ້ຂຶ້ນເປັນກະສັດແຫ່ງບາບີໂລນນັ້ນ ເພິ່ນໄດ້ສະແດງຄວາມເມດຕາຕໍ່ເຈົ້າເຢໂຮຍອາກິນກະສັດແຫ່ງຢູດາຍ ໂດຍປ່ອຍເພິ່ນອອກຈາກຄຸກ. ເຫດການນີ້ໄດ້ເກີດຂຶ້ນໃນວັນທີຊາວເຈັດຂອງເດືອນສິບສອງ ໃນປີທີສາມສິບເຈັດ ຫລັງຈາກທີ່ກະສັດເຢໂຮຍອາກິນຖືກຈັບໄປເປັນຊະເລີຍ.
ໂຢສີຢາມີລູກຊາຍສີ່ຄົນຕາມລຳດັບອາຍຸ ມີດັ່ງນີ້: ໂຢຮານັນ, ເຢໂຮຍອາກິມ, ເຊເດກີຢາ ແລະຊານລູມ.
ຄົນເຫຼົ່ານີ້ແມ່ນບັນດາເຊື້ອສາຍຂອງກະສັດເຢໂຮຍອາກິນ ທີ່ຖືກພວກບາບີໂລນຈັບໄປເປັນຊະເລີຍ ກະສັດເຢໂຮຍອາກິນມີລູກຊາຍເຈັດຄົນ ດັ່ງນີ້: ເຊອານຕີເອນ,
ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ໄດ້ສືບຕໍ່ໃຊ້ຜູ້ທຳນວາຍຫລາຍຄົນມາເຕືອນປະຊາຊົນຂອງພຣະອົງ ເພາະພຣະອົງບໍ່ປະສົງຈະທຳລາຍພວກເຂົາ ແລະທີ່ສະຖິດຂອງພຣະອົງ.
ເຈົ້າເຢໂຮຍອາກິນຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸສິບແປດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມເດືອນກັບສິບວັນ. ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ.
ພຣະເຈົ້າຢາເວໄດ້ກ່າວຕໍ່ເຈົ້າເຢໂຮຍອາກິນ ລູກຊາຍຂອງກະສັດເຢໂຮຍອາກິມແຫ່ງຢູດາຍວ່າ, “ເຮົາເປັນພຣະເຈົ້າອົງຊົງພຣະຊົນຢູ່ຢ່າງແນ່ແທ້ສັນໃດ ເຖິງແມ່ນເຈົ້າເປັນແຫວນສຸບຢູ່ໃນມືຂວາຂອງເຮົາ ເຮົາກໍຈະດຶງເຈົ້າອອກໄປສັນນັ້ນ
ຂ້າພະເຈົ້າຖາມວ່າ, “ກະສັດເຢໂຮຍອາກິນຜູ້ນີ້ເປັນດັ່ງໝໍ້ແຕກ ທີ່ຖືກໂຍນຖິ້ມ ແລະບໍ່ມີຜູ້ໃດຕ້ອງການນັ້ນບໍ? ດ້ວຍເຫດນັ້ນ ລາວເອງແລະລູກຂອງລາວຈຶ່ງໄດ້ຖືກຈັບໄປເປັນຊະເລີຍໃນດິນແດນໜຶ່ງ ຊຶ່ງພວກເຂົາບໍ່ຮູ້ຈັກແມ່ນຫລືບໍ່?”
ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ແຕ່ງຕັ້ງເຊເດກີຢາ ລູກຊາຍຂອງເຈົ້າໂຢສີຢາໃຫ້ຂຶ້ນເປັນກະສັດແຫ່ງຢູດາຍແທນເຈົ້າເຢໂຮຍອາກິນລູກຊາຍຂອງເຢໂຮຍອາກິມ.