12 ອາມາຊີຢາ, ອາຊາຣີຢາ(ອຸດຊີຢາ), ໂຢທາມ,
ໃນຣາຊການປີທີສອງຂອງເຈົ້າເຢໂຮອາດລູກຊາຍຂອງກະສັດເຢໂຮອາຮາດແຫ່ງອິດສະຣາເອນ; ເຈົ້າອາມາຊີຢາລູກຊາຍຂອງເຈົ້າໂຢອາດໄດ້ຂຶ້ນເປັນກະສັດແຫ່ງຢູດາຍ
ປະຊາຊົນຊາວຢູດາຍທັງໝົດຈຶ່ງສວມມົງກຸດໃຫ້ອາຊາຣີຢາລູກຊາຍຂອງເພິ່ນຜູ້ທີ່ມີອາຍຸສິບຫົກປີຂຶ້ນເປັນກະສັດ.
ໃນຣາຊການປີທີຊາວຂອງເຈົ້າໂຢທາມ ລູກຊາຍຂອງເຈົ້າອຸດຊີຢາກະສັດແຫ່ງຢູດາຍ; ເຈົ້າໂຮເຊອາລູກຊາຍຂອງເອລາໄດ້ກະບົດຕໍ່ກະສັດເປກາລູກຊາຍຂອງເຣມາລີຢາ. ລາວໄດ້ສັງຫານເພິ່ນ ແລະຕັ້ງຕົນເອງຂຶ້ນເປັນກະສັດປົກຄອງແທນ.
ໃນຣາຊການປີທີສອງຂອງເຈົ້າເປກາລູກຊາຍຂອງເຈົ້າເຣມາລີຢາກະສັດແຫ່ງອິດສະຣາເອນ; ເຈົ້າໂຢທາມລູກຊາຍຂອງເຈົ້າອຸດຊີຢາໄດ້ຂຶ້ນເປັນກະສັດປົກຄອງອານາຈັກຢູດາຍ
ພຣະເຈົ້າຢາເວໄດ້ລົງໂທດກະສັດອຸດຊີຢາ ໂດຍໃຫ້ເປັນໂຣກຂີ້ທູດ ຕະຫລອດຊົ່ວຊີວິດ. ເພິ່ນຢູ່ໃນວັງຕ່າງຫາກ ແລະອອກຈາກວຽກການທຸກຢ່າງໃນຂະນະທີ່ໂຢທາມ ລູກຊາຍຂອງເພິ່ນປົກຄອງອານາຈັກແທນ.
ເພິ່ນໄດ້ຕາຍໄປແລະຖືກຝັງໄວ້ໃນອຸບມຸງແຫ່ງກະສັດທີ່ເມືອງຂອງດາວິດ; ແລ້ວເຈົ້າໂຢທາມລູກຊາຍຂອງເພິ່ນກໍຂຶ້ນເປັນກະສັດປົກຄອງແທນ.
ໂຢຣາມ, ອາຮາຊີຢາ, ໂຢອາດ,
ອາຮາດ, ເຮເຊກີຢາ, ມານາເຊ,
ເຈົ້າອາມາຊີຢາຂຶ້ນເປັນກະສັດເມື່ອເພິ່ນອາຍຸໄດ້ຊາວຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາຊາວເກົ້າປີ. ແມ່ຂອງເພິ່ນຊື່ວ່າເຢໂຮອັດດານ ຊາວນະຄອນເຢຣູຊາເລັມ.
ປະຊາຊົນທັງໝົດໃນຢູດາຍໄດ້ເລືອກເອົາເຈົ້າອຸດຊີຢາອາຍຸສິບຫົກປີ ລູກຊາຍຂອງອາມາຊີຢາໃຫ້ຂຶ້ນເປັນກະສັດປົກຄອງແທນ.
ເຈົ້າໂຢທາມໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸຊາວຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບຫົກປີ. ແມ່ຂອງເພິ່ນຊື່ວ່າເຢຣູຊາລູກສາວຂອງຊາດົກ.