ແຕ່ໂຢອາດ ລູກຊາຍຂອງກະສັດອາຮາຊີຢາປົບໜີໄປໄດ້. ລາວເກືອບຖືກຂ້າພ້ອມກັບພວກອື່ນໆ, ແຕ່ເຢໂຮເຊບາ ປ້າຂອງລາວຊ່ວຍຊີວິດລາວໄວ້ໄດ້. ເຢໂຮເຊບາເປັນລູກສາວຂອງກະສັດໂຢຣາມ ແລະເປັນນ້ອງຕ່າງແມ່ຂອງກະສັດອາຮາຊີຢາ. ນາງເຢໂຮເຊບາໄດ້ພາໂຢອາດກັບແມ່ລ້ຽງຂອງລາວເຂົ້າໄປໃນຫ້ອງນອນທີ່ພຣະວິຫານ ແລະເຊື່ອງລາວໄວ້ຈາກຍານາງອາທາລີຢາເພື່ອວ່າລາວຈະບໍ່ໄດ້ຖືກຂ້າ.