Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 3:10 - ພຣະຄຳພີສັກສິ

10 ຣາຊວົງ​ຂອງ​ກະສັດ​ໂຊໂລໂມນ​ແຕ່​ພໍ່​ຮອດ​ລູກ ມີ​ດັ່ງນີ້: ໂຊໂລໂມນ, ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ,

Uka jalj uñjjattʼäta Copia luraña




1 ຂ່າວຄາວ 3:10
12 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ທີ່​ເມືອງ​ຂອງ​ດາວິດ. ເຣໂຫໂບອາມ ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.


ກະສັດ​ເຣໂຫໂບອາມ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ຂອງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ. (ແມ່​ຂອງ​ເພິ່ນ​ເປັນ​ຊາວ​ອຳໂມນ​ຊື່​ວ່າ ນາອາມາ). ແລ້ວ​ເຈົ້າ​ອາບີຢາ ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ກະສັດ​ອາສາ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ຂອງ​ກະສັດ​ທີ່​ເມືອງ​ຂອງ​ດາວິດ. ແລ້ວ​ເຈົ້າ​ເຢໂຮຊາຟັດ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ເສິກ​ລະຫວ່າງ​ກະສັດ​ເຣໂຫໂບອາມ ແລະ​ກະສັດ​ເຢໂຣໂບອາມ​ໄດ້​ເກີດຂຶ້ນ​ຢ່າງ​ລຽນຕິດ ຕະຫລອດ​ຊົ່ວ​ຣາຊການ​ຂອງ​ກະສັດ​ອາບີຢາ.


ກະສັດ​ອາບີຢາ​ໄດ້​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ໃນ​ເມືອງ​ຂອງ​ດາວິດ. ແລ້ວ​ເຈົ້າ​ອາສາ​ລູກຊາຍ​ຂອງ​ເພິ່ນ​ກໍໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ໂຢຣາມ, ອາຮາຊີຢາ, ໂຢອາດ,


ນອກຈາກ​ລູກ​ທັງໝົດ​ເຫຼົ່ານີ້​ແລ້ວ ເພິ່ນ​ຍັງ​ມີ​ລູກຊາຍ​ຫລາຍ​ຄົນ​ທີ່​ໄດ້​ເກີດ​ຈາກ​ບັນດາ​ເມຍນ້ອຍ. ເພິ່ນ​ໄດ້​ມີ​ລູກສາວ​ຜູ້ໜຶ່ງ​ອີກ​ຊື່​ວ່າ ຕາມາ.


ໃນ​ຣາຊການ​ທີ​ສິບແປດ​ຂອງ​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ ເຈົ້າ​ອາບີຢາ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ


ກະສັດ​ອາບີຢາ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ຢູ່​ໃນ​ອຸບມຸງ​ແຫ່ງ​ກະສັດ​ໃນ​ເມືອງ​ຂອງ​ດາວິດ. ເຈົ້າ​ອາສາ​ລູກຊາຍ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ; ແລະ​ພາຍໃຕ້​ການ​ປົກຄອງ​ຂອງ​ອາສາ ປະເທດ​ຊາດ​ຈຶ່ງ​ສະຫງົບສຸກ​ເປັນ​ເວລາ​ສິບ​ປີ.


ເຈົ້າ​ເຢໂຮຊາຟັດ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ກະສັດ​ອາສາ​ພໍ່​ຂອງຕົນ ແລະ​ໄດ້​ເສີມສ້າງ​ຖານະ​ຂອງຕົນ​ໃຫ້​ເຂັ້ມແຂງ​ຂຶ້ນ ເພື່ອ​ຕໍ່ສູ້​ຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka