Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 3:1 - ພຣະຄຳພີສັກສິ

1 ຕໍ່ໄປນີ້​ແມ່ນ​ລູກຊາຍ​ຂອງ​ກະສັດ​ດາວິດ​ຕາມ​ລຳດັບ​ອາຍຸ ເກີດ​ໃນ​ເວລາ​ທີ່​ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຮັບໂຣນ ມີ​ດັ່ງນີ້: ອຳໂນນ ມີ​ແມ່​ຊື່​ນາງ​ອາຮີໂນອາມ ຊາວ​ຢິດຊະເຣນ ດານີເອນ ມີ​ແມ່​ຊື່​ນາງ​ອາບີກາຍ ຊາວ​ກາເມນ

Uka jalj uñjjattʼäta Copia luraña




1 ຂ່າວຄາວ 3:1
11 Jak'a apnaqawi uñst'ayäwi  

ອັບຊາໂລມ​ລູກຊາຍ​ຂອງ​ກະສັດ​ດາວິດ​ມີ​ນ້ອງສາວ​ຄົນ​ໜຶ່ງ​ທີ່​ງາມ​ຫລາຍ ແລະ​ຍັງ​ບໍ່​ທັນ​ໄດ້​ແຕ່ງງານ​ເທື່ອ​ຊື່​ວ່າ ຕາມາ. ອຳໂນນ​ລູກຊາຍ​ຄົນອື່ນ​ອີກ​ຂອງ​ກະສັດ​ດາວິດ​ຫລົງ​ຮັກ​ກັບ​ນາງ.


ດັ່ງນັ້ນ ພວກ​ຄົນ​ຮັບໃຊ້​ຈຶ່ງ​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ອັບຊາໂລມ ແລະ​ຂ້າ​ອຳໂນນ​ເສຍ. ສ່ວນ​ພວກ​ລູກຊາຍ​ຄົນອື່ນໆ​ຂອງ​ກະສັດ​ດາວິດ​ກໍ​ຂຶ້ນ​ຂີ່​ລໍ​ແລະ​ປົບໜີໄປ.


ການ​ຕໍ່ສູ້​ກັນ​ລະຫວ່າງ​ຝ່າຍ​ສະໜັບ​ສະໜູນ​ຄອບຄົວ​ຂອງ​ກະສັດ​ໂຊນ ແລະ​ຝ່າຍ​ສະໜັບ​ສະໜູນ​ຄອບຄົວ​ຂອງ​ກະສັດ​ດາວິດ ໄດ້​ດຳເນີນ​ໄປ​ເປັນ​ເວລາ​ນານ. ໃນ​ຂະນະທີ່​ກະສັດ​ດາວິດ​ເຂັ້ມແຂງ​ຂຶ້ນ​ນັ້ນ ຝ່າຍ​ຄູ່ແຂ່ງ​ຂອງ​ເພິ່ນ​ກໍ​ອ່ອນ​ກຳລັງ​ລົງ.


ເມື່ອ​ກະສັດ​ດາວິດ​ຍ້າຍ​ຈາກ​ເມືອງ​ເຮັບໂຣນ​ມາ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ​ແລ້ວ ເພິ່ນ​ມີ​ເມຍນ້ອຍ​ຕື່ມ​ອີກ​ຫລາຍ​ຄົນ ແລະ​ມີ​ລູກຊາຍ​ກັບ​ລູກສາວ​ຫລາຍ​ຄົນ​ຕື່ມ​ອີກ.


ຕະກຸນ​ຕ່າງໆ​ຂອງ​ຜູ້​ຊ່ຽວຊານ​ທາງການຂຽນ ແລະ​ລອກ​ເອກະສານ ທີ່​ອາໄສ​ຢູ່​ຕາມ​ເມືອງ​ຢາເບດ ມີ​ດັ່ງນີ້: ຕີຣາດ, ຊີເມອາດ ແລະ​ສູກາດ. ພວກເຂົາ​ແມ່ນ​ຊາວ​ເກນິດ ທີ່​ໄດ້​ແຕ່ງງານ​ກັບ​ຊາວ​ເຣກາບ.


ພຣະເຈົ້າຢາເວ​ໄດ້​ໃຫ້​ຂ້າພະເຈົ້າ​ມີ​ລູກຊາຍ​ຫລາຍ​ຄົນ ແລະ​ໃນ​ພວກ​ລູກຊາຍ​ທັງໝົດ​ຂອງ​ຂ້າພະເຈົ້າ​ນັ້ນ ພຣະອົງ​ກໍໄດ້​ເລືອກເອົາ​ໂຊໂລໂມນ​ໃຫ້​ຂຶ້ນ​ເປັນ​ຜູ້ປົກຄອງ​ຊາດ​ອິດສະຣາເອນ ອານາຈັກ​ຂອງ​ພຣະເຈົ້າຢາເວ.


ອັບຊາໂລມ ມີ​ແມ່​ຊື່​ນາງ​ມາອາກາ ລູກສາວ​ຂອງ​ກະສັດ​ຕານໄມ​ແຫ່ງ​ເມືອງ​ເກຊູ ອາໂດນີຢາ ມີ​ແມ່​ຊື່​ນາງ​ຮັກກິດ


ຢິດຊະເຣນ, ຢົກເດອາມ, ຊາໂນອາ,


ດາວິດ​ພ້ອມ​ທັງ​ຄົນ​ຂອງ​ເພິ່ນ​ແລະ​ຄອບຄົວ​ທັງໝົດ​ຂອງ​ພວກເຂົາ ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ເມືອງ​ກາດ. ດາວິດ​ມີ​ເມຍ​ສອງ​ຄົນ ຄື​ອາຮີໂນອາມ​ຊາວ​ຢິດຊະເຣນ ແລະ​ອາບີກາຍ​ເມຍ​ໝ້າຍ​ຂອງ​ນາບານ​ຊາວ​ກາເມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka