1 ຂ່າວຄາວ 27:2 - ພຣະຄຳພີສັກສິ2-15 ລາຍຊື່ດັ່ງຕໍ່ລົງໄປນີ້ແມ່ນບັນດາຜູ້ບັນຊາການຂອງແຕ່ລະເດືອນ ມີດັ່ງນີ້: ເດືອນທີໜຶ່ງ: ຢາໂຊເບອາມ ລູກຊາຍຂອງຊັບດີເອນ (ລາວເປັນສະມາຊິກຂອງຕະກຸນເປເຣັດ ຊຶ່ງເປັນສ່ວນໜຶ່ງຂອງເຜົ່າຢູດາ) ເດືອນທີສອງ: ໂດດາຍ ເຊື້ອສາຍຄົນໜຶ່ງຂອງອາໂຮ (ມິກໂລດເປັນຜູ້ຮອງ) ເດືອນທີສາມ: ເບນາອີຢາ ລູກຊາຍຂອງປະໂຣຫິດເຢໂຮຍອາດາ; ລາວໄດ້ເປັນຫົວໜ້າຂອງ “ທະຫານເອກສາມສິບຄົນ” (ອຳມີຊາບັດ ຜູ້ເປັນລູກຊາຍຂອງເບນາອີຢາ ໄດ້ຂຶ້ນເປັນຜູ້ບັນຊາການຂອງໝວດນີ້ແທນພໍ່ຂອງຕົນ) ເດືອນທີສີ່: ອາສາເຮນ ນ້ອງຊາຍຂອງໂຢອາບ (ເຊບາດີຢາຜູ້ເປັນລູກຊາຍໄດ້ຂຶ້ນແທນລາວ) ເດືອນທີຫ້າ: ຊາມຮູດ ເຊື້ອສາຍຜູ້ໜຶ່ງຂອງອີຊະຣາ ເດືອນທີຫົກ: ອີຣາ ລູກຊາຍຂອງອິກເກັດ ຊາວເມືອງເຕກົວ ເດືອນທີເຈັດ: ເຮເລດ ຊາວເອຟຣາອິມ ຈາກເມືອງເປໂລນ ເດືອນທີແປດ: ສິບເບກາຍ ຊາວຮູຊາ (ລາວເປັນສະມາຊິກຄົນໜຶ່ງໃນຕະກຸນເຊຣາ ຊຶ່ງເປັນສ່ວນໜຶ່ງຂອງເຜົ່າຢູດາ) ເດືອນທີເກົ້າ: ອາບີເອເຊ ຊາວເມືອງອານາທົດໃນເຂດແດນຂອງເຜົ່າເບັນຢາມິນ ເດືອນທີສິບ: ມະຫາໄຣ ຊາວເມືອງເນໂຕຟາ ລາວເປັນສະມາຊິກຄົນໜຶ່ງຂອງຕະກຸນເຊຣາ ເດືອນທີສິບເອັດ: ເບນາອີຢາ ຊາວເມືອງປີຣາໂທນໃນເຂດແດນຂອງເຜົ່າເອຟຣາອິມ ເດືອນທີສິບສອງ: ເຮນດາອີ ຊາວເມືອງເນໂຕຟາ (ລາວເປັນເຊື້ອສາຍຜູ້ໜຶ່ງຂອງໂອດນີເອນ) Uka jalj uñjjattʼäta |