Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 27:1 - ພຣະຄຳພີສັກສິ

1 ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ບັນດາ​ຫົວໜ້າ​ຄອບຄົວ ແລະ​ບັນດາ​ຫົວໜ້າ​ຕະກຸນ ພ້ອມ​ທັງ​ບັນດາ​ເຈົ້າໜ້າທີ່​ອິດສະຣາເອນ ທີ່​ໄດ້​ບໍລິຫານ​ວຽກງານ​ຂອງ​ຣາຊອານາຈັກ. ທຸກໆ​ເດືອນ​ໃນ​ແຕ່ລະ​ປີ​ໃດ ໄດ້​ມີ​ໝວດ​ຕ່າງໆ​ຊາວສີ່​ພັນ​ຄົນ ປະຕິບັດ​ໜ້າທີ່​ພາຍໃຕ້​ຜູ້​ບັນຊາການ​ປະຈຳເດືອນ​ນັ້ນໆ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 27:1
18 Jak'a apnaqawi uñst'ayäwi  

ບັນດາ​ທະຫານ​ທີ່​ມີ​ຊື່ສຽງ​ຂອງ​ກະສັດ​ດາວິດ​ມີ​ລາຍຊື່​ຕໍ່ໄປນີ້: ຜູ້​ທຳອິດ​ຊື່​ວ່າ ໂຢເຊບ​ບັດເຊເບັດ ຊາວ​ຕາເກໂມນ. ລາວ​ເປັນ​ຫົວໜ້າ​ຂອງ​ຈອມສາມ​ທະຫານເອກ. ລາວ​ໄດ້​ໃຊ້​ຫອກ ເປັນ​ອາວຸດ​ເພື່ອ​ຕໍ່ສູ້​ທະຫານ​ແປດຮ້ອຍ​ຄົນ ແລະ​ຂ້າ​ທຸກຄົນ​ໄດ້​ໃນ​ສະໜາມຮົບ​ບັ້ນດຽວ.


ພວກ​ຜູ້ປົກຄອງ​ສິບສອງ​ຄົນ​ຕ່າງ​ກໍ​ຮັບ​ໜ້າທີ່​ໃນ​ແຕ່ລະ​ເດືອນ ເພື່ອ​ລຳລຽງ​ສະບຽງ​ອາຫານ​ໃຫ້​ກະສັດ​ໂຊໂລໂມນ​ແລະ​ທຸກຄົນ​ທີ່​ກິນ​ຢູ່​ໃນ​ວັງ. ພວກເຂົາ​ຈັດ​ສົ່ງ​ທຸກສິ່ງ​ໃຫ້​ຕາມ​ທີ່​ເພິ່ນ​ຕ້ອງການ.


ກະສັດ​ໂຊໂລໂມນ​ໄດ້​ແຕ່ງຕັ້ງ​ຜູ້ປົກຄອງ​ແຂວງ​ສິບສອງ​ຄົນ​ໄວ້​ຢູ່​ໃນ​ປະເທດ​ອິດສະຣາເອນ. ພວກ​ນີ້​ເປັນ​ພວກ​ທີ່​ຈັດ​ສະບຽງ​ອາຫານ​ຈາກ​ທ້ອງຖິ່ນ​ຂອງຕົນ ສຳລັບ​ກະສັດ​ແລະ​ສຳນັກ​ຂອງ​ເພິ່ນ. ແຕ່ລະຄົນ​ຕ້ອງ​ຮັບຜິດຊອບ​ຈັດຫາ​ສະບຽງ​ອາຫານ​ໃຫ້​ກຸ້ມ​ເດືອນ​ໜຶ່ງ​ຕໍ່​ປີ.


ແລະ​ແຕ່ງຕັ້ງ​ອາໂດນີຣາມ​ໃຫ້​ເປັນ​ຜູ້​ກຳກັບ​ພວກເຂົາ. ເພິ່ນ​ແບ່ງ​ຄົນງານ​ນີ້​ອອກ​ເປັນ​ສາມ​ພວກ​ຄື​ພວກລະ​ສິບພັນ​ຄົນ, ແຕ່ລະ​ພວກ​ໃຊ້​ເວລາ​ເຮັດ​ວຽກ​ຢູ່​ທີ່​ພູ​ເລບານອນ​ໜຶ່ງ​ເດືອນ ແລະ​ກັບຄືນ​ເມືອ​ຢູ່​ເຮືອນ​ສອງ​ເດືອນ.


ຕໍ່ໄປນີ້​ແມ່ນ​ລາຍຊື່​ທະຫານ​ຜູ້​ທີ່​ມີ​ຊື່ສຽງ​ຂອງ​ກະສັດ​ດາວິດ. ໂດຍ​ຮ່ວມ​ກັບ​ປະຊາຊົນ​ອິດສະຣາເອນ​ສ່ວນ​ອື່ນໆ ທະຫານ​ເຫຼົ່ານີ້​ໄດ້​ຊ່ວຍ​ດາວິດ​ໃຫ້​ໄດ້​ຂຶ້ນ​ເປັນ​ກະສັດ ຕາມ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາໄວ້​ໂດຍ​ຊາວ​ອິດສະຣາເອນ; ແລະ​ພວກເຂົາ​ຍັງ​ໄດ້​ຊ່ວຍ​ຮັກສາ​ໃຫ້​ອານາຈັກ​ຂອງ​ເພິ່ນ​ໝັ້ນຄົງ​ດ້ວຍ.


ກະສັດ​ດາວິດ​ໄດ້​ປຶກສາ​ກັບ​ນາຍ​ທະຫານ ທີ່​ບັນຊາການ​ກອງພັນ​ແລະ​ກອງຮ້ອຍ​ທຸກຄົນ.


ກະສັດ​ດາວິດ​ໄດ້​ເລືອກເອົາ​ບັນດາ​ຫົວໜ້າ​ຄອບຄົວ​ທີ່​ເກັ່ງກ້າ​ຈາກ​ພີ່ນ້ອງ​ຂອງ​ເຢຣິຢາ ສອງພັນ​ເຈັດຮ້ອຍ​ຄົນ ເພື່ອ​ໃຫ້​ເຮັດ​ໜ້າທີ່​ບໍລິຫານ​ທາງ​ດ້ານ​ກິດຈະການ​ຂອງ​ພຣະເຈົ້າ ແລະ​ດ້ານ​ພົນລະເຮືອນ​ທ່າມກາງ​ຊາວ​ອິດສະຣາເອນ​ທີ່​ທາງ​ຝັ່ງ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ເຊັ່ນ: ໃນ​ເຂດແດນ​ຕ່າງໆ​ຂອງ​ຣູເບັນ, ກາດ ແລະ​ມານາເຊ​ເຄິ່ງເຜົ່າ​ຕາເວັນອອກ.


ລາຍຊື່​ດັ່ງ​ຕໍ່​ລົງ​ໄປ​ນີ້​ແມ່ນ​ບັນດາ​ຜູ້​ບັນຊາການ​ຂອງ​ແຕ່ລະ​ເດືອນ ມີ​ດັ່ງນີ້: ເດືອນ​ທີໜຶ່ງ: ຢາໂຊເບອາມ ລູກຊາຍ​ຂອງ​ຊັບດີເອນ (ລາວ​ເປັນ​ສະມາຊິກ​ຂອງ​ຕະກຸນ​ເປເຣັດ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ເຜົ່າຢູດາ) ເດືອນ​ທີສອງ: ໂດດາຍ ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ອາໂຮ (ມິກໂລດ​ເປັນ​ຜູ້​ຮອງ) ເດືອນ​ທີສາມ: ເບນາອີຢາ ລູກຊາຍ​ຂອງ​ປະໂຣຫິດ​ເຢໂຮຍອາດາ; ລາວ​ໄດ້​ເປັນ​ຫົວໜ້າ​ຂອງ “ທະຫານ​ເອກ​ສາມສິບ​ຄົນ” (ອຳມີຊາບັດ ຜູ້​ເປັນ​ລູກຊາຍ​ຂອງ​ເບນາອີຢາ ໄດ້​ຂຶ້ນ​ເປັນ​ຜູ້​ບັນຊາການ​ຂອງ​ໝວດ​ນີ້​ແທນ​ພໍ່​ຂອງ​ຕົນ) ເດືອນ​ທີສີ່: ອາສາເຮນ ນ້ອງຊາຍ​ຂອງ​ໂຢອາບ (ເຊບາດີຢາ​ຜູ້​ເປັນ​ລູກຊາຍ​ໄດ້​ຂຶ້ນ​ແທນ​ລາວ) ເດືອນ​ທີຫ້າ: ຊາມຮູດ ເຊື້ອສາຍ​ຜູ້ໜຶ່ງ​ຂອງ​ອີຊະຣາ ເດືອນ​ທີຫົກ: ອີຣາ ລູກຊາຍ​ຂອງ​ອິກເກັດ ຊາວ​ເມືອງ​ເຕກົວ ເດືອນ​ທີເຈັດ: ເຮເລດ ຊາວ​ເອຟຣາອິມ ຈາກ​ເມືອງ​ເປໂລນ ເດືອນ​ທີແປດ: ສິບເບກາຍ ຊາວ​ຮູຊາ (ລາວ​ເປັນ​ສະມາຊິກ​ຄົນ​ໜຶ່ງ​ໃນ​ຕະກຸນ​ເຊຣາ ຊຶ່ງ​ເປັນ​ສ່ວນໜຶ່ງ​ຂອງ​ເຜົ່າຢູດາ) ເດືອນ​ທີເກົ້າ: ອາບີເອເຊ ຊາວ​ເມືອງ​ອານາທົດ​ໃນ​ເຂດແດນ​ຂອງ​ເຜົ່າ​ເບັນຢາມິນ ເດືອນ​ທີສິບ: ມະຫາໄຣ ຊາວ​ເມືອງ​ເນໂຕຟາ ລາວ​ເປັນ​ສະມາຊິກ​ຄົນ​ໜຶ່ງ​ຂອງ​ຕະກຸນ​ເຊຣາ ເດືອນ​ທີສິບເອັດ: ເບນາອີຢາ ຊາວ​ເມືອງ​ປີຣາໂທນ​ໃນ​ເຂດແດນ​ຂອງ​ເຜົ່າ​ເອຟຣາອິມ ເດືອນ​ທີສິບສອງ: ເຮນດາອີ ຊາວ​ເມືອງ​ເນໂຕຟາ (ລາວ​ເປັນ​ເຊື້ອສາຍ​ຜູ້ໜຶ່ງ​ຂອງ​ໂອດນີເອນ)


ກະສັດ​ໄດ້​ສັ່ງ​ບັນດາ​ຂ້າຣາຊການ​ທັງໝົດ​ໃນ​ຊາດ​ອິດສະຣາເອນ ໃຫ້​ມາ​ປະຊຸມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ. ດັ່ງນັ້ນ ຂ້າຣາຊການ​ທັງໝົດ​ຂອງ​ເຜົ່າ​ຕ່າງໆ, ບັນດາ​ຂ້າຣາຊການ​ຜູ້​ທີ່​ໄດ້​ບໍລິຫານ​ວຽກ​ການ​ຂອງ​ອານາຈັກ ບັນດາ​ຜູ້ນຳ​ຂອງ​ຕະກຸນ​ຕ່າງໆ, ບັນດາ​ເຈົ້າໜ້າທີ່​ຜູ້​ເບິ່ງແຍງ​ຊັບສົມບັດ ແລະ​ສັດ​ຂອງ​ກະສັດ ແລະ​ຂອງ​ບັນດາ​ລູກຊາຍ​ຂອງ​ເພິ່ນ ຕະຫລອດ​ທັງ​ບັນດາ​ຂ້າຣາຊການ​ໃນ​ວັງ, ພວກ​ທະຫານ​ທີ່​ເກັ່ງກ້າ, ພວກ​ນັກຮຽນ​ຮູ້ ແລະ​ບັນດາ​ຜູ້​ອາວຸໂສ ກໍໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ.


ແລ້ວ​ບັນດາ​ຫົວໜ້າ​ຕະກຸນ​ຕ່າງໆ, ບັນດາ​ເຈົ້າໜ້າທີ່​ຂອງ​ເຜົ່າ​ຕ່າງໆ, ບັນດາ​ຜູ້​ບັນຊາການ​ກອງທັບ ແລະ​ບັນດາ​ຜູ້​ບໍລິຫານ​ຊັບສົມບັດ​ຂອງ​ກະສັດ ກໍໄດ້​ສະໝັກ​ໃຈ​ຖວາຍ​ສິ່ງຂອງ​ເພື່ອ​ວຽກງານ​ການ​ກໍ່ສ້າງ​ພຣະວິຫານ


ກະສັດ​ໂຊໂລໂມນ​ສັ່ງ​ນາຍ​ທະຫານ​ທັງໝົດ​ທີ່​ບັນຊາ​ກອງພັນ, ກອງຮ້ອຍ, ພວກ​ຜູ້ຕັດສິນ, ພວກຜູ້ນຳ​ທັງຫລາຍ ແລະ​ພວກຫົວໜ້າ​ຄອບຄົວ​ທຸກໆ​ຄົນ​ກັບ​ປະຊາຊົນ​ທັງໝົດ


ແລະ​ໄດ້​ເລືອກເຟັ້ນ​ເອົາ​ຄົນ​ທີ່​ມີ​ຄວາມ​ສາມາດ​ຈາກ​ຊາວ​ອິດສະຣາເອນ​ທັງໝົດ. ເພິ່ນ​ໄດ້​ແຕ່ງຕັ້ງ​ພວກເຂົາ​ໃຫ້​ເປັນ​ຜູ້ປົກຄອງ​ພັນ​ຄົນ, ຮ້ອຍ​ຄົນ, ຫ້າສິບ​ຄົນ ແລະ​ສິບ​ຄົນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເບັດເລເຮັມ​ເອຟຣາທາ​ເອີຍ ເຈົ້າ​ເປັນ​ເມືອງ​ໜຶ່ງ​ທີ່​ນ້ອຍ​ທີ່ສຸດ ໃນ​ເມືອງ​ທັງຫລາຍ​ຂອງ​ຢູດາຍ ແຕ່​ເຮົາ​ຈະ​ໃຫ້​ມີ​ຜູ້ປົກຄອງ​ຄົນ​ໜຶ່ງ ອອກ​ມາ​ຈາກ​ເຈົ້າ​ສຳລັບ​ຊາດ​ອິດສະຣາເອນ ຊຶ່ງ​ໜໍ່ແນວ​ເຊື້ອສາຍ​ສືບມາ​ຈາກ​ສະໄໝ​ເດີມ.”


ດັ່ງນັ້ນ ເພື່ອ​ນຳພາ​ພວກເຈົ້າ ຂ້າພະເຈົ້າ​ຈຶ່ງ​ໄດ້​ແຕ່ງຕັ້ງ​ບັນດາ​ຜູ້ນຳ ທີ່​ສະຫລຽວ​ສະຫລາດ​ແລະ​ມີ​ປະສົບການ ທີ່​ພວກເຈົ້າ​ໄດ້​ເລືອກ​ມາ​ຈາກ​ແຕ່ລະເຜົ່າ​ຂອງ​ພວກເຈົ້າ ແລະ​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຂົາ​ເບິ່ງແຍງ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ໃຫ້​ບາງຄົນ​ຮັບຜິດຊອບ​ພັນ​ຄົນ, ບາງຄົນ​ຮັບຜິດຊອບ​ຮ້ອຍ​ຄົນ, ບາງຄົນ​ຮັບຜິດຊອບ​ຫ້າສິບ​ຄົນ ແລະ​ບາງຄົນ​ຮັບຜິດຊອບ​ສິບ​ຄົນ. ນອກຈາກນີ້ ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ເຈົ້າໜ້າທີ່​ອື່ນໆ​ຕາມ​ເຜົ່າ​ຕ່າງໆ​ອີກ​ດ້ວຍ.


ຕໍ່ມາ​ອີກ​ເປັນ​ເວລາ​ດົນນານ ພຣະເຈົ້າຢາເວ​ໄດ້​ໃຫ້​ຊາດ​ອິດສະຣາເອນ ຢູ່​ຢ່າງ​ສະຫງົບສຸກ​ຈາກ​ເຫຼົ່າ​ສັດຕູ​ທີ່​ຢູ່​ອ້ອມແອ້ມ​ພວກເຂົາ. ໃນ​ເວລາ​ນັ້ນ​ໂຢຊວຍ​ກໍ​ເຖົ້າແກ່​ຫລາຍ​ແລ້ວ


ເພິ່ນ​ຈະ​ແຕ່ງຕັ້ງ​ເຂົາ​ບາງຄົນ​ໃຫ້​ເປັນ​ນາຍພັນ ແລະ​ໃຫ້​ບາງຄົນ​ເປັນ​ນາຍຮ້ອຍ. ລູກຊາຍ​ຂອງ​ພວກເຈົ້າ​ຈະ​ຕ້ອງ​ໄຖນາ​ແລະ​ກ່ຽວເຂົ້າ​ໃຫ້​ເພິ່ນ ແລະ​ເຮັດ​ອາວຸດ​ແລະ​ເຄື່ອງຮົບ​ປະຈຳ​ລົດຮົບ​ໃຫ້​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka