9 ຄອບຄົວຂອງເມເຊເລມີຢາ ສືບທອດຜູ້ມີຄວາມສາມາດໃຫ້ ສິບແປດຄົນ.
ຄົນເລວີເຫຼົ່ານີ້ມີໜ້າທີ່ເຝົ້າຍາມພຣະວິຫານ. ຈາກຕະກຸນຂອງໂກຣາແມ່ນເມເຊເລມີຢາ ລູກຊາຍຂອງໂກເຣໃນຄອບຄົວຂອງອາສັບ.
ໂຮສາ ຈາກຕະກຸນເມຣາຣີ ມີລູກຊາຍສີ່ຄົນດັ່ງນີ້: ຊີມຣີ (ພໍ່ຂອງລາວໄດ້ຕັ້ງລາວໃຫ້ເປັນຫົວໜ້າ ເຖິງແມ່ນວ່າບໍ່ແມ່ນອ້າຍກົກກໍຕາມ),
ເຊເລມີຢາ ຮັບສະຫລາກຖືກປະຕູດ້ານຕາເວັນອອກ ແລະເຊກາຣີຢາລູກຊາຍຂອງເພິ່ນ ຜູ້ໃຫ້ຄຳປຶກສາທີ່ດີຕະຫລອດມາ ກໍໄດ້ຮັບສະຫລາກຖືກປະຕູດ້ານເໜືອ.
ຄອບຄົວຂອງໂອເບັດເອໂດມສືບທອດ ຜູ້ມີຄວາມສາມາດສູງໃຫ້ທັງໝົດຫົກສິບສອງຄົນ ເພື່ອປະກອບສ່ວນເຂົ້າໃນວຽກງານດ້ານນີ້.