Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 26:4 - ພຣະຄຳພີສັກສິ

4 ພຣະເຈົ້າ​ໄດ້​ອວຍພອນ​ໂອເບັດເອໂດມ​ໃຫ້​ມີ​ລູກຊາຍ​ແປດ​ຄົນ ຕາມ​ລຳດັບ​ອາຍຸ ດັ່ງນີ້: ເຊມາອີຢາ, ເຢໂຮຊາບັດ, ໂຢອາ, ສາກາ, ເນທາເນນ,

Uka jalj uñjjattʼäta Copia luraña




1 ຂ່າວຄາວ 26:4
11 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເພິ່ນ​ຈຶ່ງ​ຕັດສິນໃຈ​ບໍ່​ນຳ​ເອົາ​ຫີບ​ຂອງ​ພຣະເຈົ້າຢາເວ​ໃຫ້​ຢູ່​ກັບ​ຕົນ​ທີ່​ເມືອງ​ຂອງ​ດາວິດ, ແຕ່​ເພິ່ນ​ໄດ້​ເອົາ​ໄປ​ທີ່​ເຮືອນ​ຊາວ​ເມືອງກາດ​ຄົນ​ໜຶ່ງ​ຊື່​ວ່າ ໂອເບັດເອໂດມ.


ຫີບ​ຂອງ​ພຣະເຈົ້າຢາເວ​ໄດ້​ຢູ່​ທີ່​ນັ້ນ​ເປັນ​ເວລາ​ສາມ​ເດືອນ ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ໂອເບັດເອໂດມ​ພ້ອມ​ທັງ​ຄອບຄົວ​ຂອງ​ລາວ.


ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ຂ່າວ​ວ່າ ພຣະເຈົ້າຢາເວ​ໄດ້​ອວຍພອນ​ຄອບຄົວ​ໂອເບັດເອໂດມ ຕະຫລອດ​ທັງ​ທຸກສິ່ງ​ທີ່​ລາວ​ມີ ຍ້ອນ​ຫີບ​ຂອງ​ພຣະເຈົ້າ. ດັ່ງນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້ເອົາ​ຫີບ​ຂອງ​ພຣະເຈົ້າ ອອກ​ຈາກ​ເຮືອນ​ຂອງ​ໂອເບັດເອໂດມ​ໄປ​ທີ່​ເມືອງ​ຂອງ​ດາວິດ​ດ້ວຍ​ຄວາມ​ຊົມຊື່ນຍິນດີ.


ຫີບ​ຂອງ​ພຣະເຈົ້າ​ຖືກ​ປະ​ໄວ້​ທີ່​ນັ້ນ ແລະ​ພຣະເຈົ້າຢາເວ​ກໍໄດ້​ອວຍພອນ​ຄອບຄົວ​ຂອງ​ໂອເບັດເອໂດມ ຕະຫລອດ​ທັງ​ທຸກໆ​ສິ່ງ​ທີ່​ລາວ​ໄດ້​ມີ​ຢູ່.


ພວກເຂົາ​ໄດ້​ເລືອກ​ເອົາ​ຊາວ​ເລວີ​ໃຫ້​ດີດພິນ​ສຽງ​ສູງ ມີ​ດັ່ງນີ້: ເຊກາຣີຢາ, ຢາອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ເບນາອີຢາ ແລະ​ມາອາເສອີຢາ. ພວກເຂົາ​ໄດ້​ເລືອກເອົາ​ຊາວ​ເລວີ​ໃຫ້​ດີດພິນ​ສຽງ​ຕໍ່າ ມີ​ດັ່ງນີ້: ມັດຕີທີຢາ, ເອລີເຟເລຮູ, ມິກເນອີຢາ, ຜູ້ເຝົ້າຍາມ​ພຣະວິຫານ​ໄດ້​ແກ່: ໂອເບັດເອໂດມ​ແລະ​ເຢອີເອນ.


ແຕ່​ມັດຕີທີຢາ ເອລີເຟເລຮູ, ມິກເນອີຢາ, ໂອເບັດ​ເອໂດມ, ເຢອີເອນ ແລະ​ອາຊາຊີຢາ ເປັນ​ຜູ້​ດີດພິນ​ຄູ່​ຕາມ​ສຳນຽງ​ເຊມີນິດ.


ບັນດາ​ປະໂຣຫິດ​ເຊບານີຢາ, ໂຢຊາຟັດ, ເນທາເນນ, ອາມາໄສ, ເຊກາຣີຢາ, ເບນາອີຢາ ແລະ​ເອລີເອເຊ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ເປົ່າແກ ນຳ​ໜ້າ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າ. ໂອເບັດເອໂດມ ແລະ​ເຢຮີຢາ ໄດ້​ຖືກ​ຮັບ​ເລືອກ​ໃຫ້​ເປັນ​ຜູ້ເຝົ້າຍາມ​ຫີບ​ພັນທະສັນຍາ​ດ້ວຍ.


ໂອເບັດເອໂດມ ລູກຊາຍ​ເຢດູທູນ ແລະ​ຫົກສິບແປດ​ຄົນ​ໃນ​ຕະກຸນ​ຂອງ​ລາວ ເປັນ​ຜູ້​ຊ່ວຍ. ໂຮສາ​ແລະ​ໂອເບັດເອໂດມ​ເປັນ​ຜູ້​ເຝົ້າຍາມ​ປະຕູ​ເຂົ້າ.


ອາສັບ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຫົວໜ້າ ແລະ​ເຊກາຣີຢາ​ເປັນ​ຜູ້​ຮອງ. ເຢອີເອນ, ເຊມີຣາໂມດ, ເຢຮີເອນ, ມັດຕີທີຢາ, ເອລີອາບ, ເບນາອີຢາ, ໂອເບັດເອໂດມ ແລະ​ເຢອີເອນ ເປັນ​ພວກ​ດີດພິນ. ອາສັບ​ເປັນ​ຜູ້​ຕົບແສ່ງ,


ເອລາມ, ເຢໂຮຮານານ ແລະ​ເອລີເອໂຮນາຍ.


ອາມມີເອນ, ອິດຊາຄາ ແລະ​ເປອູນເລໄທ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka