Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 26:12 - ພຣະຄຳພີສັກສິ

12 ຄົນ​ເຝົ້າຍາມ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້​ຖືກ​ແບ່ງ​ອອກ​ເປັນ​ໝວດ​ຕາມ​ຄອບຄົວ ແລະ​ພວກເຂົາ​ໄດ້​ຖືກ​ມອບໝາຍ​ໜ້າທີ່​ໃນ​ພຣະວິຫານ​ດັ່ງ​ຄົນເລວີ​ອື່ນໆ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 26:12
7 Jak'a apnaqawi uñst'ayäwi  

ສະນັ້ນ ພວກເຂົາ​ຈຶ່ງ​ອອກ​ໄປ​ຈາກ​ຄ້າຍ​ຂອງ​ຊາວ​ຊີເຣຍ ກັບຄືນ​ໄປ​ນະຄອນ​ຊາມາເຣຍ ແລະ​ຮ້ອງ​ບອກ​ທະຫານ​ຍາມ​ປະຕູ​ວ່າ, “ພວກຂ້ອຍ​ໄດ້​ໄປ​ທີ່​ຄ້າຍ​ທະຫານ​ຊີເຣຍ, ແຕ່​ບໍ່​ເຫັນ​ມີ​ໃຜ ແລະ​ບໍ່ໄດ້ຍິນ​ສຽງ​ໃຜ​ເລີຍ ມ້າ​ແລະ​ລໍ​ກໍ​ຍັງ​ຜູກ​ໄວ້​ຢູ່ ແລະ​ຜ້າເຕັນ​ກໍ​ຢູ່​ໃນ​ສະພາບ​ເດີມ.”


ພວກເຂົາ​ໃຊ້​ສະຫລາກ ບໍ່​ວ່າ​ສຳລັບ​ຜູ້ໜຸ່ມ​ຫລື​ຜູ້ແກ່ ບໍ່​ວ່າ​ສຳລັບ​ຜູ້​ທີ່​ຊຳນານ​ຫລື​ເລີ່ມຕົ້ນ​ໃໝ່​ກໍຕາມ ເພື່ອ​ຮັບ​ໜ້າທີ່​ມອບໝາຍ.


ຮິນກີຢາ, ເຕບາລີຢາ ແລະ​ເຊກາຣີຢາ. ສະມາຊິກ​ທັງໝົດ​ໃນ​ຄອບຄົວ​ຂອງ​ໂຮສາ​ທີ່​ເປັນ​ຜູ້​ເຝົ້າຍາມ​ພຣະວິຫານ​ມີ​ສິບສາມ​ຄົນ.


ແຕ່ລະ​ຄອບຄົວ​ຈະ​ໃຊ້​ສະຫລາກ​ເອົາ ວ່າ​ຕົນ​ຈະ​ຮັບຜິດຊອບ​ປະຕູ​ດ້ານ​ໃດ ໂດຍ​ບໍ່ຄຳນືງ​ເຖິງ​ວ່າ​ຄອບຄົວ​ມີ​ຄົນ​ຫລາຍ ຫລື​ຄົນໜ້ອຍ.


ພວກເຂົາ​ແລະ​ເຊື້ອສາຍ​ໄດ້​ສືບຕໍ່​ເຝົ້າຍາມ​ປະຕູ​ທັງຫຼາຍ​ຂອງ​ວິຫານ​ແຫ່ງ​ພຣະເຈົ້າຢາເວ, ວິຫານ​ແຫ່ງ​ຫໍເຕັນ.


ມີ​ຄົນເລວີ​ຜູ້ໜຶ່ງ​ຊື່​ວ່າ​ໂກເຣ​ລູກຊາຍ​ຂອງ​ອີມນາ ທີ່​ເປັນ​ນາຍ​ເຝົ້າຍາມ​ປະຕູ​ທາງດ້ານ​ຕາເວັນອອກ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ຮັບ​ເຄື່ອງຖວາຍ​ດ້ວຍ​ເຕັມໃຈ​ແກ່​ພຣະເຈົ້າ ເພື່ອ​ຈະ​ແຈກ​ຢາຍ​ເຄື່ອງຖວາຍ​ຂອງ​ພຣະເຈົ້າຢາເວ ແລະ​ສິ່ງຂອງ​ບໍຣິສຸດ​ທີ່ສຸດ​ທັງຫລາຍ.


ຕາມ​ຄຳສັ່ງ​ຂອງ​ກະສັດ​ດາວິດ ນັກດົນຕຼີ​ຊາວ​ເລວີ​ໃນ​ຕະກຸນ​ອາສັບ ຕ່າງ​ກໍ​ເຂົ້າ​ປະຈຳ​ທີ່​ຂອງຕົນ ມີ​ດັ່ງນີ້: ອາສັບ, ເຮມານ ແລະ​ເຢດູທູນ ຜູ້ທຳນວາຍ​ປະຈຳ​ກະສັດ. ຜູ້ເຝົ້າຍາມ​ປະຕູ​ພຣະວິຫານ​ກໍ​ບໍ່ໄດ້​ປະລະ​ໜ້າທີ່​ຂອງຕົນ ເພາະ​ຊາວ​ເລວີ​ຄົນອື່ນໆ​ໄດ້​ຈັດຕຽມ​ປັດສະຄາ​ເພື່ອ​ພວກ​ຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka