Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 26:1 - ພຣະຄຳພີສັກສິ

1 ຄົນເລວີ​ເຫຼົ່ານີ້​ມີ​ໜ້າທີ່​ເຝົ້າຍາມ​ພຣະວິຫານ. ຈາກ​ຕະກຸນ​ຂອງ​ໂກຣາ​ແມ່ນ​ເມເຊເລມີຢາ ລູກຊາຍ​ຂອງ​ໂກເຣ​ໃນ​ຄອບຄົວ​ຂອງ​ອາສັບ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 26:1
15 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ເລືອກ​ເອົາ​ຊາວ​ເລວີ​ໃຫ້​ດີດພິນ​ສຽງ​ສູງ ມີ​ດັ່ງນີ້: ເຊກາຣີຢາ, ຢາອາຊີເອນ, ເຊມີຣາໂມດ, ເຢຮີເອນ, ອຸນນີ, ເອລີອາບ, ເບນາອີຢາ ແລະ​ມາອາເສອີຢາ. ພວກເຂົາ​ໄດ້​ເລືອກເອົາ​ຊາວ​ເລວີ​ໃຫ້​ດີດພິນ​ສຽງ​ຕໍ່າ ມີ​ດັ່ງນີ້: ມັດຕີທີຢາ, ເອລີເຟເລຮູ, ມິກເນອີຢາ, ຜູ້ເຝົ້າຍາມ​ພຣະວິຫານ​ໄດ້​ແກ່: ໂອເບັດເອໂດມ​ແລະ​ເຢອີເອນ.


ສີ່ພັນ​ຄົນ ໃຫ້​ເຮັດ​ໜ້າທີ່​ເຝົ້າຍາມ​ປະຕູ ແລະ​ອີກ​ສີ່ພັນ​ຄົນ ສຳລັບ​ສັນລະເສີນ​ພຣະເຈົ້າຢາເວ​ໂດຍ​ໃຊ້​ເຄື່ອງ​ດົນຕຼີ ທີ່​ກະສັດ​ດາວິດ​ໄດ້​ຈັດຫາ​ໄວ້​ສຳລັບ​ສັນລະເສີນ​ໂດຍ​ສະເພາະ.


ທີຊາວສີ່ ໄດ້​ແກ່​ໂຣມາມຕີ​ເອເຊ ພ້ອມ​ທັງ​ພວກ​ລູກຊາຍ​ກັບ​ພວກ​ພີ່ນ້ອງ​ຂອງຕົນ ມີ​ສິບສອງ​ຄົນ.


ລາວ​ມີ​ລູກຊາຍ​ເຈັດ​ຄົນ​ຕາມ​ລຳດັບ​ອາຍຸ ດັ່ງນີ້: ເຊກາຣີຢາ, ເຢດີອາເອນ, ເຊບາດີຢາ, ຢາທະນິເອນ,


ຄອບຄົວ​ຂອງ​ເມເຊເລມີຢາ ສືບທອດ​ຜູ້​ມີ​ຄວາມ​ສາມາດ​ໃຫ້ ສິບແປດ​ຄົນ.


ຜູ້​ເປັນ​ລູກຊາຍ​ຂອງ​ຕາຮາດ ຜູ້​ເປັນ​ລູກຊາຍ​ຂອງ​ອັດສີເຣ ຜູ້​ເປັນ​ລູກຊາຍ​ຂອງ​ເອບີອາສັບ ຜູ້​ເປັນ​ລູກຊາຍ​ຂອງ​ໂກຣາ


ຕໍ່ໄປນີ້​ແມ່ນ​ຊາວ​ເລວີ​ທີ່​ໄດ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ມີ​ດັ່ງນີ້: ເຊມາອີຢາ ເປັນ​ລູກຊາຍ​ຂອງ​ຮັດຊຸບ, ຜູ້​ເປັນ​ລູກຊາຍ​ຂອງ​ອາຊະຣີກຳ, ຜູ້​ເປັນ​ລູກຊາຍ​ຂອງ​ຮາຊາບີຢາ​ແຫ່ງ​ຕະກຸນ​ເມຣາຣີ


ເຢໂຮຍອາດາ​ໄດ້​ຈັດ​ໃຫ້​ມີ​ຄົນ​ເຝົ້າຍາມ​ວິຫານ​ຂອງ​ພຣະເຈົ້າຢາເວ ເພື່ອ​ປ້ອງກັນ​ບໍ່​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ທີ່​ເປັນ​ມົນທິນ​ເຂົ້າ​ໄປ​ໃນ​ທີ່ນັ້ນ.


ເພື່ອ​ປະຕິບັດ​ຕາມ​ກົດລະບຽບ​ທີ່​ກະສັດ​ດາວິດ​ພໍ່​ຂອງ​ເພິ່ນ​ໄດ້​ວາງ​ໄວ້ ເພິ່ນ​ໄດ້​ຈັດ​ວຽກ​ປະຈຳວັນ​ໃຫ້​ແກ່​ພວກ​ປະໂຣຫິດ ແລະ​ພວກເລວີ​ທີ່​ເປັນ​ຜູ້​ຊ່ວຍ​ຮ້ອງເພງ​ແລະ​ເຮັດ​ວຽກ​ໃຫ້​ພວກ​ປະໂຣຫິດ. ເພິ່ນ​ຍັງ​ໄດ້​ຈັດຕັ້ງ​ໃຫ້​ມີ​ທະຫານ​ເຝົ້າຍາມ​ພຣະວິຫານ​ເປັນ​ໝວດໆ ເພື່ອ​ເຮັດ​ໜ້າທີ່​ປະຈຳວັນ ຢູ່​ຕາມ​ແຕ່ລະ​ປະຕູ​ເຂົ້າ​ພຣະວິຫານ ຕາມ​ຂໍ້ຄຳສັ່ງ​ຂອງ​ກະສັດ​ດາວິດ​ຄົນ​ຂອງ​ພຣະເຈົ້າ.


ຂ້າແດ່​ພຣະເຈົ້າ ພວກ​ຂ້ານ້ອຍ​ໄດ້ຍິນ​ຄຳ​ເວົ້າ​ດ້ວຍ​ຫູ​ຂອງຕົນເອງ ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ກໍໄດ້​ບອກ​ເຖິງ​ເລື່ອງ​ນີ້ ຄື​ໃນ​ຄາວ​ຂອງ​ພວກເພິ່ນ​ນັ້ນ​ພຣະອົງ​ໄດ້​ເຮັດ​ສິ່ງ​ຍິ່ງໃຫຍ່​ຫລາຍ ເປັນ​ເຫດການ​ທີ່​ຜ່ານ​ມາ​ແຕ່​ດົນນານ​ແລ້ວ:


ຈົ່ງ​ຟັງ​ເຖີດ ປະຊາຊົນ​ທຸກ​ຖ້ວນ​ໜ້າ​ເອີຍ ຄົນ​ທົ່ວ​ທັງໂລກ​ເອີຍ ຈົ່ງ​ຮັບ​ຟັງ​ເລື່ອງນີ້


ພວກເຂົາ​ຈະ​ຮັບໃຊ້​ເຮົາ​ຢູ່​ໃນ​ພຣະວິຫານ​ໄດ້ ໂດຍ​ຮັບຜິດຊອບ​ເຝົ້າຍາມ​ປະຕູ ແລະ​ໂດຍ​ເຮັດ​ວຽກ​ຢ່າງອື່ນ​ໃນ​ພຣະວິຫານ. ພວກເຂົາ​ຈະ​ຂ້າ​ສັດ​ທີ່​ປະຊາຊົນ​ຖວາຍ​ເປັນ​ເຄື່ອງ​ເຜົາບູຊາ ແລະ​ເຄື່ອງ​ບູຊາ​ອື່ນໆ ແລະ​ມີ​ໜ້າທີ່​ຮັບໃຊ້​ປະຊາຊົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka