1 ຂ່າວຄາວ 24:6 - ພຣະຄຳພີສັກສິ6 ເຊື້ອສາຍຂອງເອເລອາຊາ ແລະຂອງອີທາມາໄດ້ປ່ຽນຜຽນກັນໃຊ້ສະຫລາກ. ແລ້ວພວກເຂົາກໍໄປຈົດຊື່ນຳເຊມາອີຢາລູກຊາຍຂອງເນທາເນນຜູ້ເປັນເລຂາທິການຂອງຊາວເລວີ. ກະສັດ, ບັນດາຂ້າຣາຊການ, ປະໂຣຫິດຊາດົກ, ອາຮີເມເຫຼັກຜູ້ເປັນລູກຊາຍຂອງອາບີອາທາ ແລະບັນດາຫົວໜ້າຄອບຄົວຂອງປະໂຣຫິດ ແລະຂອງຊາວເລວີ ທັງໝົດຕ່າງກໍຮູ້ເຫັນເປັນພະຍານນຳ. Uka jalj uñjjattʼäta |
ຫົວໜ້າຂອງແຕ່ລະຄອບຄົວ ແລະນ້ອງຊາຍຂອງພວກເຂົາກໍເໝືອນກັນ ໄດ້ໃຊ້ສະຫລາກເລືອກເອົາໜ້າທີ່ ຊຶ່ງໄດ້ຖືກມອບໝາຍໃຫ້ ເໝືອນກັນກັບຍາດຕິພີ່ນ້ອງຂອງພວກເຂົາຄືບັນດາປະໂຣຫິດ ທີ່ສືບເຊື້ອສາຍມາຈາກອາໂຣນໄດ້ປະຕິບັດຕໍ່ໜ້າກະສັດດາວິດ, ຊາດົກ, ອາຮີເມເຫຼັກ ແລະບັນດາຫົວໜ້າຄອບຄົວຂອງປະໂຣຫິດແລະຂອງຊາວເລວີ ຕ່າງກໍໄດ້ຮູ້ເຫັນເປັນພະຍານນຳ.
ຕໍ່ໄປ ແມ່ນຊາວສີ່ຄອບຄົວທີ່ໄດ້ຖືກມອບໝາຍໜ້າທີ່ໃຫ້ຮັບຜິດຊອບເປັນລຳດັບ ດັ່ງນີ້: ທີໜຶ່ງເຢໂຮຍອາຣິບ; ທີສອງເຢດາອີຢາ; ທີສາມຮາຣິມ; ທີສີ່ເສໂອຣິມ; ທີຫ້າມັນກີຢາ; ທີຫົກມີຢາມິນ; ທີເຈັດຮັກກົດ; ທີແປດອາບີຢາ; ທີເກົ້າເຢຊູອາ; ທີສິບເຊການີຢາ; ທີສິບເອັດເອລີອາຊິບ; ທີສິບສອງຢາກິມ; ທີສິບສາມຮຸບປາ; ທີສິບສີ່ເຢເຊເບອັບ; ທີສິບຫ້າບີນກາ; ທີສິບຫົກອີມເມ; ທີສິບເຈັດເຮຊີຣະ; ທີສິບແປດຮັບປີເຊດ; ທີສິບເກົ້າເປທາຮີຢາ; ທີຊາວເຢເຮຊະເກນ; ທີຊາວເອັດຢາກິນ; ທີຊາວສອງກາມູນ; ທີຊາວສາມເດລາອີຢາ; ທີຊາວສີ່ມາອາຊີຢາ.
ເອຊະຣາເປັນຜູ້ຮອບຮູ້ດ້ານກົດບັນຍັດ ຊຶ່ງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ມອບໃຫ້ໂມເຊ. ຍ້ອນເອຊະຣາເປັນຜູ້ມີພຣະພອນຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ກະສັດຈຶ່ງໃຫ້ທຸກສິ່ງຕາມທີ່ລາວຂໍຮ້ອງ. ໃນຣາຊການປີທີເຈັດຂອງກະສັດອາກຕາເຊເຊັດ ເອຊະຣາໄດ້ເດີນທາງຈາກບາບີໂລນມາສູ່ນະຄອນເຢຣູຊາເລັມ ພ້ອມທັງຊາວອິດສະຣາເອນພວກໜຶ່ງ ທີ່ປະກອບດ້ວຍບັນດາປະໂຣຫິດຊາວເລວີ, ພວກນັກດົນຕຼີປະຈຳວິຫານ, ພວກເຝົ້າຍາມພຣະວິຫານ ແລະພວກຄົນງານ.
ເມື່ອເຖິງເດືອນທີເຈັດ ປະຊາຊົນອິດສະຣາເອນກໍໄດ້ຕັ້ງຖິ່ນຖານ ຢູ່ຕາມບ້ານເກີດເມືອງນອນຂອງຕົນໝົດທຸກຄົນ. ໃນວັນທີໜຶ່ງຂອງເດືອນນັ້ນ ພວກເຂົາທັງໝົດໄດ້ມາເຕົ້າໂຮມກັນຢູ່ທີ່ນະຄອນເຢຣູຊາເລັມ ຄືທີ່ສີ່ແຍກກາງເມືອງຢູ່ຕໍ່ໜ້າປະຕູນໍ້າ. ພວກເຂົາຂໍຮ້ອງເອຊະຣາ ຜູ້ທີ່ເປັນປະໂຣຫິດ ແລະເປັນນັກຮຽນຮູ້ດ້ານກົດບັນຍັດ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ແກ່ປະຊາຊົນອິດສະຣາເອນຜ່ານທາງໂມເຊ ນຳໜັງສືກົດບັນຍັດອອກມາ.