Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 24:5 - ພຣະຄຳພີສັກສິ

5 ໃນ​ເມື່ອ​ທັງ​ເຊື້ອສາຍ​ຂອງ​ເອເລອາຊາ ແລະ​ອີທາມາ ມີ​ເຈົ້າໜ້າທີ່​ໃນ​ພຣະວິຫານ ແລະ​ຜູ້ນຳ​ທາງ​ດ້ານ​ຈິດວິນຍານ​ໃນ​ທ່າມກາງ​ພວກເຂົາ. ດັ່ງນັ້ນ ການ​ມອບໝາຍ​ໜ້າທີ່​ຈຶ່ງ​ໃຊ້​ສະຫລາກ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 24:5
17 Jak'a apnaqawi uñst'ayäwi  

ຫົວໜ້າ​ຂອງ​ແຕ່ລະ​ຄອບຄົວ ແລະ​ນ້ອງຊາຍ​ຂອງ​ພວກເຂົາ​ກໍ​ເໝືອນກັນ ໄດ້​ໃຊ້​ສະຫລາກ​ເລືອກ​ເອົາ​ໜ້າທີ່ ຊຶ່ງ​ໄດ້​ຖືກ​ມອບໝາຍ​ໃຫ້ ເໝືອນກັນ​ກັບ​ຍາດຕິພີ່ນ້ອງ​ຂອງ​ພວກເຂົາ​ຄື​ບັນດາ​ປະໂຣຫິດ ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ​ໄດ້​ປະຕິບັດ​ຕໍ່ໜ້າ​ກະສັດ​ດາວິດ, ຊາດົກ, ອາຮີເມເຫຼັກ ແລະ​ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ປະໂຣຫິດ​ແລະ​ຂອງ​ຊາວ​ເລວີ ຕ່າງ​ກໍໄດ້​ຮູ້​ເຫັນ​ເປັນ​ພະຍານ​ນຳ.


ເຊື້ອສາຍ​ຂອງ​ເອເລອາຊາ​ໄດ້​ຖືກ​ແບ່ງ​ອອກ​ເປັນ​ສິບຫົກ​ໝວດ ສ່ວນ​ເຊື້ອສາຍ​ຂອງ​ອີທາມາ​ໄດ້​ຖືກ​ແບ່ງ​ອອກ​ເປັນ​ແປດ​ໝວດ; ການ​ເຮັດ​ເຊັ່ນນີ້​ເພາະ​ເຊື້ອສາຍ​ຂອງ​ເອເລອາຊາ​ມີ​ເພດ​ຊາຍ ເປັນ​ຫົວໜ້າ​ຄອບຄົວ​ຫລາຍກວ່າ.


ພວກເຂົາ​ໃຊ້​ສະຫລາກ ບໍ່​ວ່າ​ສຳລັບ​ຜູ້ໜຸ່ມ​ຫລື​ຜູ້ແກ່ ບໍ່​ວ່າ​ສຳລັບ​ຜູ້​ທີ່​ຊຳນານ​ຫລື​ເລີ່ມຕົ້ນ​ໃໝ່​ກໍຕາມ ເພື່ອ​ຮັບ​ໜ້າທີ່​ມອບໝາຍ.


ແຕ່ລະ​ຄອບຄົວ​ຈະ​ໃຊ້​ສະຫລາກ​ເອົາ ວ່າ​ຕົນ​ຈະ​ຮັບຜິດຊອບ​ປະຕູ​ດ້ານ​ໃດ ໂດຍ​ບໍ່ຄຳນືງ​ເຖິງ​ວ່າ​ຄອບຄົວ​ມີ​ຄົນ​ຫລາຍ ຫລື​ຄົນໜ້ອຍ.


ແລະ​ອາຊາຣີຢາ ເປັນ​ລູກຊາຍ​ຂອງ​ຮິນກີຢາ (ຫົວໜ້າ​ເຈົ້າໜ້າທີ່​ປະຈຳ​ວິຫານ​ຂອງ​ພຣະເຈົ້າ), ຜູ້​ເປັນ​ລູກຊາຍ​ຂອງ​ເມຊຸນລຳ, ຜູ້​ເປັນ​ລູກຊາຍ​ຂອງ​ຊາດົກ, ຜູ້​ເປັນ​ລູກຊາຍ​ຂອງ​ເມຣາອີໂຢດ, ຜູ້​ເປັນ​ລູກຊາຍ​ຂອງ​ອາຮີຕຸບ


ສ່ວນ​ຂ້າຣາຊການ​ຂອງ​ເພິ່ນ​ກໍ​ຍັງ​ໄດ້​ບໍລິຈາກ​ໃຫ້​ປະຊາຊົນ, ພວກ​ປະໂຣຫິດ ແລະ​ຊາວ​ເລວີ​ໄດ້​ໃຊ້​ດ້ວຍ. ສຳລັບ​ຂ້າຣາຊການ​ຜູ້​ທີ່​ຮັບຜິດຊອບ​ວິຫານ​ຂອງ​ພຣະເຈົ້າ ມີ​ດັ່ງນີ້: ມະຫາ​ປະໂຣຫິດ​ຮິນກີຢາ, ເຊກາຣີຢາ ແລະ​ເຢຮີເອນ ກໍໄດ້​ບໍລິຈາກ​ລູກແກະ​ກັບ​ລູກ​ແບ້ເຖິກ​ສອງພັນ​ຫົກຮ້ອຍ​ໂຕ ແລະ​ງົວເຖິກ​ສາມຮ້ອຍ​ໂຕ ເພື່ອ​ເຜົາບູຊາ​ໃນ​ການ​ສະຫລອງ​ນັ້ນ.


ເສຣາອີຢາ​ລູກຊາຍ​ຂອງ​ຮິນກີຢາ ແລະ​ຫລານຊາຍ​ຂອງ​ເມຊຸນລຳ. ບັນພະບຸລຸດ​ຂອງ​ລາວ​ມີ​ດັ່ງນີ້: ຊາດົກ, ເມຣາອີຢົດ ແລະ​ອາຮີຕຸບ​ທີ່​ເປັນ​ຜູ້ຄວບຄຸມ​ປະຈຳ​ວິຫານ​ຂອງ​ພຣະເຈົ້າ.


ມະນຸດ​ໃຊ້​ສະຫລາກ​ຢາກ​ຮູ້​ພຣະປະສົງ, ແຕ່​ແມ່ນ​ພຣະເຈົ້າຢາເວ​ເອງ​ທີ່​ເປັນ​ຜູ້​ໃຫ້​ຄຳ​ຊີ້ຂາດ.


ພວກ​ຜູ້ປົກຄອງ​ຕ່າງ​ກໍ​ໝິ່ນປະໝາດ​ເຮົາ ທັງ​ຫຍໍ້ຫຍັນ​ບ່ອນ​ສັກສິດ​ຂອງເຮົາ​ດ້ວຍ. ສະນັ້ນ ເຮົາ​ຈຶ່ງ​ໃຫ້​ອິດສະຣາເອນ​ຖືກ​ທຳລາຍ ປ່ອຍ​ໃຫ້​ປະຊາຊົນ​ຂອງເຮົາ​ຖືກ​ໝິ່ນປະໝາດ.”


ພວກ​ລູກເຮືອ​ໄດ້​ເວົ້າ​ຕໍ່​ກັນແລະກັນ​ວ່າ, “ໃຫ້​ພວກເຮົາ​ໃຊ້​ສະຫລາກ ແລະ​ຫາ​ຕົວ​ຜູ້​ທີ່​ເຮັດ​ໃຫ້​ພວກເຮົາ​ຕ້ອງ​ຕົກ​ຢູ່​ໃນ​ອັນຕະລາຍ​ເຊັ່ນນີ້.” ພວກເຂົາ​ຈຶ່ງ​ໃຊ້​ສະຫລາກ ແລະ​ສະຫລາກ​ນັ້ນ​ກໍ​ຕົກ​ຖືກ​ຊື່​ໂຢນາ.


ໃນ​ເວລາ​ນັ້ນ​ພວກ​ມະຫາ​ປະໂຣຫິດ​ແລະ​ພວກ​ເຖົ້າແກ່ ກໍໄດ້​ປະຊຸມ​ກັນ​ໃນ​ເຮືອນ​ຂອງ​ມະຫາ​ປະໂຣຫິດ​ກາຢະຟາ


ວັນ​ຕໍ່ມາ​ແຕ່​ເຊົ້າໆ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່​ທຸກຄົນ​ໄດ້​ວາງແຜນ​ຕໍ່ສູ້​ພຣະເຢຊູເຈົ້າ ເພື່ອ​ປະຫານ​ຊີວິດ​ພຣະອົງ.


ແລ້ວ​ພວກເພິ່ນ​ກໍ​ໃຊ້​ສະຫລາກ ເພື່ອ​ເລືອກ​ເອົາ​ຜູ້ໜຶ່ງ​ໃນ​ສອງ​ຄົນ​ນີ້ ແລະ​ຜູ້​ທີ່​ຖືກ​ເລືອກ​ໄດ້​ແມ່ນ​ມັດເທຍ. ດັ່ງນັ້ນ ມັດເທຍ​ຈຶ່ງ​ຖືກ​ນັບ​ເຂົ້າ​ເປັນ​ຄົນ​ໜຶ່ງ ໃນ​ພວກ​ອັກຄະສາວົກ​ສິບເອັດ​ຄົນ​ນັ້ນ.


ຂະນະທີ່​ເປໂຕ​ກັບ​ໂຢຮັນ​ຍັງ​ກ່າວ​ແກ່​ປະຊາຊົນ​ຢູ່​ນັ້ນ ພວກ​ປະໂຣຫິດ ພວກ​ເຈົ້າໜ້າທີ່​ເຝົ້າ​ຍາມ​ພຣະວິຫານ ແລະ​ພວກ​ຊາດູກາຍ​ກໍ​ມາ​ຫາ​ທ່ານ​ທັງສອງ.


ທັງ​ໄດ້​ພົບ​ກັບ​ອັນນາ ຜູ້​ທີ່​ເຄີຍ​ເປັນ​ມະຫາ​ປະໂຣຫິດ ແລະ​ກັບ​ກາຢະຟາ, ໂຢຮັນ, ອາເລັກຊັນເດີ ແລະ​ຄົນອື່ນ​ອີກ​ທີ່​ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ມະຫາ​ປະໂຣຫິດ.


ເມື່ອ​ພວກ​ຫົວໜ້າ​ພຣະວິຫານ​ກັບ​ຫົວໜ້າ​ປະໂຣຫິດ​ໄດ້ຍິນ​ດັ່ງນັ້ນ ພວກເຂົາ​ກໍ​ປະຫລາດ​ໃຈ ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ກັບ​ພວກ​ອັກຄະສາວົກ.


ໂຢຊວຍ​ໄດ້​ໃຊ້​ສະຫລາກ​ໃຫ້​ພວກເຂົາ​ຢູ່​ທີ່​ຊີໂລ​ຊ້ອງໜ້າ​ພຣະເຈົ້າຢາເວ ແລະ​ໄດ້​ມອບ​ດິນແດນ​ໃຫ້​ແກ່​ທຸກໆ​ເຜົ່າ​ທີ່​ເຫຼືອ​ຢູ່​ນັ້ນ ຕາມ​ສ່ວນແບ່ງ​ຂອງ​ໃຜ​ລາວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka