1 ຂ່າວຄາວ 24:4 - ພຣະຄຳພີສັກສິ4 ເຊື້ອສາຍຂອງເອເລອາຊາໄດ້ຖືກແບ່ງອອກເປັນສິບຫົກໝວດ ສ່ວນເຊື້ອສາຍຂອງອີທາມາໄດ້ຖືກແບ່ງອອກເປັນແປດໝວດ; ການເຮັດເຊັ່ນນີ້ເພາະເຊື້ອສາຍຂອງເອເລອາຊາມີເພດຊາຍ ເປັນຫົວໜ້າຄອບຄົວຫລາຍກວ່າ. Uka jalj uñjjattʼäta |
ເມື່ອໂຢອີອາກິມໄດ້ເປັນມະຫາປະໂຣຫິດ ບັນດາປະໂຣຫິດທີ່ມີຊື່ດັ່ງຕໍ່ໄປນີ້ ແມ່ນເປັນຫົວໜ້າຂອງຕະກຸນຕ່າງໆ ດັ່ງນີ້: ປະໂຣຫິດ ຕະກຸນ ເມຣາອີຢາ ເສຣາອີຢາ; ຮານານີຢາ ເຢເຣມີຢາ; ເມຊຸນລຳ ເອຊະຣາ; ເຢໂຮຮານານ ອາມາຣີຢາ; ໂຢນາທານ ມັນລູກີ; ໂຢເຊັບ ເຊບານີຢາ; ອັດນາ ຮາຣິມ; ເຮນໄກ ເມຣາອີໂຢດ; ເຊກາຣີຢາ ອິດໂດ; ເມຊຸນລຳ ກິນເນໂທນ; ຊີກະຣີ ອາບີຢາ; ... ມີນີອາມິນ; ປີນໄຕ ໂມອາດີຢາ; ຊາມມູອາ ບີນກາ; ເຢໂຮນາທານ ເຊມາອີຢາ; ມັດເຕໄນ ໂຢອີອາຣິບ; ອຸດຊີ ເຢດາອີຢາ; ກັນໄລ ສານໄລ; ເອເບ ອາມົກ; ຮາຊາບີຢາ ຮິນກີຢາ; ເນທາເນນ ເຢດາອີຢາ;