1 ຂ່າວຄາວ 24:3 - ພຣະຄຳພີສັກສິ3 ກະສັດດາວິດຈັດເຊື້ອສາຍຂອງອາໂຣນເປັນສອງໝວດ ຕາມໜ້າທີ່ການຂອງພວກເຂົາ. ຊາດົກຜູ້ສືບເຊື້ອສາຍມາຈາກເອເລອາຊາ ແລະອາຮີເມເຫຼັກຜູ້ສືບເຊື້ອສາຍມາຈາກອີທາມາ ເປັນຜູ້ຊ່ວຍເພິ່ນໃນວຽກງານນີ້. Uka jalj uñjjattʼäta |
ຫົວໜ້າຂອງແຕ່ລະຄອບຄົວ ແລະນ້ອງຊາຍຂອງພວກເຂົາກໍເໝືອນກັນ ໄດ້ໃຊ້ສະຫລາກເລືອກເອົາໜ້າທີ່ ຊຶ່ງໄດ້ຖືກມອບໝາຍໃຫ້ ເໝືອນກັນກັບຍາດຕິພີ່ນ້ອງຂອງພວກເຂົາຄືບັນດາປະໂຣຫິດ ທີ່ສືບເຊື້ອສາຍມາຈາກອາໂຣນໄດ້ປະຕິບັດຕໍ່ໜ້າກະສັດດາວິດ, ຊາດົກ, ອາຮີເມເຫຼັກ ແລະບັນດາຫົວໜ້າຄອບຄົວຂອງປະໂຣຫິດແລະຂອງຊາວເລວີ ຕ່າງກໍໄດ້ຮູ້ເຫັນເປັນພະຍານນຳ.
ເຊື້ອສາຍຂອງເອເລອາຊາ ແລະຂອງອີທາມາໄດ້ປ່ຽນຜຽນກັນໃຊ້ສະຫລາກ. ແລ້ວພວກເຂົາກໍໄປຈົດຊື່ນຳເຊມາອີຢາລູກຊາຍຂອງເນທາເນນຜູ້ເປັນເລຂາທິການຂອງຊາວເລວີ. ກະສັດ, ບັນດາຂ້າຣາຊການ, ປະໂຣຫິດຊາດົກ, ອາຮີເມເຫຼັກຜູ້ເປັນລູກຊາຍຂອງອາບີອາທາ ແລະບັນດາຫົວໜ້າຄອບຄົວຂອງປະໂຣຫິດ ແລະຂອງຊາວເລວີ ທັງໝົດຕ່າງກໍຮູ້ເຫັນເປັນພະຍານນຳ.
ເພື່ອປະຕິບັດຕາມກົດລະບຽບທີ່ກະສັດດາວິດພໍ່ຂອງເພິ່ນໄດ້ວາງໄວ້ ເພິ່ນໄດ້ຈັດວຽກປະຈຳວັນໃຫ້ແກ່ພວກປະໂຣຫິດ ແລະພວກເລວີທີ່ເປັນຜູ້ຊ່ວຍຮ້ອງເພງແລະເຮັດວຽກໃຫ້ພວກປະໂຣຫິດ. ເພິ່ນຍັງໄດ້ຈັດຕັ້ງໃຫ້ມີທະຫານເຝົ້າຍາມພຣະວິຫານເປັນໝວດໆ ເພື່ອເຮັດໜ້າທີ່ປະຈຳວັນ ຢູ່ຕາມແຕ່ລະປະຕູເຂົ້າພຣະວິຫານ ຕາມຂໍ້ຄຳສັ່ງຂອງກະສັດດາວິດຄົນຂອງພຣະເຈົ້າ.