Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 24:2 - ພຣະຄຳພີສັກສິ

2 ນາດາບ​ແລະ​ອາບີຮູ​ຕາຍໄປ​ກ່ອນ​ພໍ່ ແລະ​ບໍ່ໄດ້​ສືບ​ເຊື້ອສາຍ​ໃຫ້​ຜູ້ໃດ​ເລີຍ; ດັ່ງນັ້ນ ເອເລອາຊາ​ແລະ​ອີທາມາ ນ້ອງ​ຂອງ​ພວກເຂົາ​ຈຶ່ງ​ຂຶ້ນ​ເປັນ​ປະໂຣຫິດ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 24:2
11 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າ​ໄດ້​ບອກ​ໂມເຊ​ວ່າ, “ເຈົ້າ​ກັບ​ອາໂຣນ, ນາດາບ, ອາບີຮູ, ພ້ອມ​ທັງ​ບັນດາ​ຫົວໜ້າ 70 ຄົນ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຂຶ້ນ​ມາ​ຫາ​ພຣະເຈົ້າຢາເວ​ທີ່​ເທິງ​ພູເຂົາ; ເມື່ອ​ຂຶ້ນ​ມາ​ແລ້ວ​ໃຫ້​ກົ້ມຂາບ​ນະມັດສະການ​ຢູ່​ຫ່າງໆ.


ໂມເຊ, ອາໂຣນ, ນາດາບ, ອາບີຮູ ແລະ​ບັນດາ​ຫົວໜ້າ​ເຈັດສິບ​ຄົນ​ຂອງ​ຊາດ​ອິດສະຣາເອນ ຈຶ່ງ​ພາກັນ​ຂຶ້ນ​ໄປ​ເທິງ​ພູ;


ອາໂຣນ​ໄດ້​ແຕ່ງງານ​ກັບ​ນາງ​ເອລີເຊບາ ຜູ້​ທີ່​ເປັນ​ລູກສາວ​ຂອງ​ອຳມີນາດາບ ແລະ​ເປັນ​ເອື້ອຍ​ຂອງ​ນາໂຊນ. ນາງ​ເກີດ​ລູກຊາຍ​ສີ່​ຄົນ​ໃຫ້​ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.


ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ແລະ​ເອເລອາຊາ​ແລະ​ອີທາມາ ລູກຊາຍ​ສອງ​ຄົນ​ຂອງ​ລາວ​ວ່າ, “ຈົ່ງ​ເອົາ​ພືດຜົນ​ເປັນເມັດ​ທີ່​ເຫຼືອ​ຈາກ​ການ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ ມາ​ເຮັດ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ແລະ​ກິນ​ທີ່​ຂ້າງ​ແທ່ນບູຊາ​ເພາະ​ການ​ຖວາຍ​ນີ້​ແມ່ນ​ບໍຣິສຸດ​ທີ່ສຸດ.


ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ສົ່ງ​ໄຟ​ລົງ​ມາ​ໄໝ້​ພວກເຂົາ​ຕາຍ​ຄາ​ທີ່​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ.


ແຕ່​ແມ່ນ​ເຈົ້າ​ກັບ​ພວກ​ລູກຊາຍ​ຂອງ​ເຈົ້າ​ເທົ່ານັ້ນ ທີ່​ຈະ​ປະຕິບັດ​ໜ້າທີ່​ຄວາມ​ຮັບຜິດຊອບ​ທັງໝົດ​ຂອງ​ປະໂຣຫິດ ກ່ຽວກັບ​ແທ່ນບູຊາ​ແລະ​ໃນ​ບ່ອນ​ສັກສິດ​ທີ່ສຸດ​ໃຫ້​ສຳເລັດ. ສິ່ງ​ເຫຼົ່ານີ້​ເປັນ​ຄວາມ​ຮັບຜິດຊອບ​ຂອງ​ເຈົ້າ ກໍ​ຍ້ອນ​ວ່າ​ເຮົາ​ໄດ້​ມອບ​ຕຳແໜ່ງ​ປະໂຣຫິດ​ໃຫ້​ເຈົ້າ. ຜູ້ອື່ນໃດ​ທີ່​ເຂົ້າ​ມາ​ໃກ້ ຈະ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.”


ນາດາບ​ແລະ​ອາບີຮູ​ໄດ້​ຕາຍ ຕອນ​ທີ່​ພວກເຂົາ​ໄດ້​ຖວາຍ​ບູຊາ​ໄຟ​ທີ່​ຕ້ອງຫ້າມ​ຕໍ່ໜ້າ​ພຣະເຈົ້າຢາເວ.


ອາໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ນາດາບ​ຜູ້​ເປັນ​ອ້າຍກົກ, ອາບີຮູ, ເອເລອາຊາ ແລະ​ອີທາມາ.


ແຕ່​ນາດາບ​ແລະ​ອາບີຮູ​ໄດ້​ຕາຍ​ຕໍ່ໜ້າ​ພຣະເຈົ້າຢາເວ ຕອນ​ທີ່​ພວກເຂົາ​ໄດ້​ຖວາຍ​ໄຟ​ອັນ​ບໍ່​ບໍຣິສຸດ​ຕໍ່ໜ້າ​ພຣະເຈົ້າຢາເວ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ພວກເຂົາ​ບໍ່ມີ​ລູກ. ດັ່ງນັ້ນ​ຈຶ່ງ​ມີ​ແຕ່​ເອເລອາຊາ​ແລະ​ອີທາມາ​ເທົ່ານັ້ນ ທີ່​ໄດ້​ຮັບໃຊ້​ໃນ​ຕຳແໜ່ງ​ປະໂຣຫິດ​ໃນ​ຄາວ​ທີ່​ອາໂຣນ​ຍັງ​ມີ​ຊີວິດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka