Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 24:1 - ພຣະຄຳພີສັກສິ

1 ຄົນ​ເຫຼົ່ານີ້​ໄດ້​ສືບ​ເຊື້ອສາຍ​ມາ​ຈາກ​ອາໂຣນ. ອາໂຣນ​ມີ​ລູກຊາຍ​ສີ່​ຄົນ​ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 24:1
16 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໄດ້​ແບ່ງ​ພວກ​ເລວີ​ອອກ​ເປັນ​ສາມ​ໝວດ ຕາມ​ຕະກຸນ​ຂອງ​ພວກເຂົາ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ.


ກະສັດ​ດາວິດ​ໄດ້​ມອບ​ໃຫ້​ໂຊໂລໂມນ ມີ​ລະບຽບ​ການ​ຈັດຕັ້ງ​ຂອງ​ບັນດາ​ປະໂຣຫິດ​ແລະ​ຂອງ​ພວກເລວີ ໃນ​ການ​ຮັບໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຮັກສາ​ເຄື່ອງໃຊ້​ທັງໝົດ​ປະຈຳ​ວິຫານ​ຂອງ​ພຣະເຈົ້າຢາເວ.


ອຳຣາມ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ອາໂຣນ​ແລະ​ໂມເຊ ແລະ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ມີຣີອາມ. ອາໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.


ຊາມູເອນ​ຜູ້​ເປັນ​ລູກຊາຍ​ຂອງ​ເອນການາ ຜູ້​ເປັນ​ລູກຊາຍ​ຂອງ​ເຢໂຣຮາມ ຜູ້​ເປັນ​ລູກຊາຍ​ຂອງ​ເອລີເອນ ຜູ້​ເປັນ​ລູກຊາຍ​ຂອງ​ໂຕອາ


ຊາວ​ເລວີ​ແລະ​ຊາວ​ຢູດາ​ໄດ້​ເຮັດ​ຕາມ​ຄຳແນະນຳ​ຂອງ​ເຢໂຮຍອາດາ. ເມື່ອ​ພວກ​ຜູ້ຊາຍ​ເຮັດ​ໜ້າທີ່​ຂອງ​ພວກເຂົາ​ໃນ​ວັນ​ຊະບາໂຕ​ແລ້ວ ພວກເຂົາ​ບໍ່ໄດ້​ກັບ​ເມືອ; ດັ່ງນັ້ນ ນາຍ​ທະຫານ​ທີ່​ບັນຊາການ​ຈຶ່ງ​ມີ​ຄົນ​ເຂົ້າ​ເວນຍາມ ແລະ​ຫວິດ​ຈາກ​ເວນຍາມ​ຢູ່​ຮ່ວມ​ດ້ວຍ.


ກະສັດ​ເຮເຊກີຢາ​ໄດ້​ຈັດຕັ້ງ​ຄະນະ​ປົກຄອງ​ປະໂຣຫິດ​ແລະ​ຊາວ​ເລວີ​ຂຶ້ນ​ໃໝ່ ຕາມ​ໜ້າທີ່​ສະເພາະ​ຂອງ​ໃຜ​ລາວ. ໜ້າທີ່​ເຫຼົ່ານັ້ນ​ລວມ​ເອົາ​ທັງ​ການ​ເຜົາ​ຖວາຍບູຊາ​ແລະ​ການຖວາຍ​ເພື່ອ​ຄວາມ​ສາມັກຄີທຳ, ການ​ປະກອບ​ສ່ວນ​ໃນ​ພິທີ​ນະມັດສະການ​ທີ່​ພຣະວິຫານ​ແລະ​ການຖວາຍ​ຄຳ​ຍົກຍໍ​ສັນລະເສີນ ແລະ​ການ​ໂມທະນາ​ຂອບພຣະຄຸນ​ໃນ​ເດີ່ນລານ​ຕ່າງໆ​ຂອງ​ພຣະເຈົ້າຢາເວ.


ແລ້ວ​ພວກ​ປະໂຣຫິດ​ກໍໄດ້​ຖອຍ​ອອກ​ຈາກ​ບ່ອນ​ສັກສິດ. ພວກ​ປະໂຣຫິດ​ທັງໝົດ​ທີ່​ຢູ່​ໃນ​ທີ່ນັ້ນ​ບໍ່​ວ່າ​ຢູ່​ໃນ​ໝວດ​ໃດ​ແມ່ນ​ໄດ້​ອຸທິດ​ຖວາຍຕົວ​ແລ້ວ.


ເພື່ອ​ປະຕິບັດ​ຕາມ​ກົດລະບຽບ​ທີ່​ກະສັດ​ດາວິດ​ພໍ່​ຂອງ​ເພິ່ນ​ໄດ້​ວາງ​ໄວ້ ເພິ່ນ​ໄດ້​ຈັດ​ວຽກ​ປະຈຳວັນ​ໃຫ້​ແກ່​ພວກ​ປະໂຣຫິດ ແລະ​ພວກເລວີ​ທີ່​ເປັນ​ຜູ້​ຊ່ວຍ​ຮ້ອງເພງ​ແລະ​ເຮັດ​ວຽກ​ໃຫ້​ພວກ​ປະໂຣຫິດ. ເພິ່ນ​ຍັງ​ໄດ້​ຈັດຕັ້ງ​ໃຫ້​ມີ​ທະຫານ​ເຝົ້າຍາມ​ພຣະວິຫານ​ເປັນ​ໝວດໆ ເພື່ອ​ເຮັດ​ໜ້າທີ່​ປະຈຳວັນ ຢູ່​ຕາມ​ແຕ່ລະ​ປະຕູ​ເຂົ້າ​ພຣະວິຫານ ຕາມ​ຂໍ້ຄຳສັ່ງ​ຂອງ​ກະສັດ​ດາວິດ​ຄົນ​ຂອງ​ພຣະເຈົ້າ.


ພວກເຂົາ​ຍັງ​ໄດ້​ແຕ່ງຕັ້ງ​ບັນດາ​ປະໂຣຫິດ​ແລະ​ຊາວ​ເລວີ​ໃຫ້​ເປັນ​ຜູ້​ເຮັດ​ວຽກ​ໃນ​ໜ້າທີ່​ຂອງ​ພວກເຂົາ​ເພື່ອ​ຮັບໃຊ້​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ ຕາມ​ຄຳແນະນຳ​ທີ່​ໄດ້​ມີ​ບັນທຶກ​ໄວ້​ຢູ່​ໃນ​ໜັງສື​ຂອງ​ໂມເຊ.


ບຸກກີ​ເປັນ​ລູກຊາຍ​ຂອງ​ອາບີຊູອາ, ອາບີຊູອາ​ເປັນ​ລູກຊາຍ​ຂອງ​ຟີເນຮາ, ຟີເນຮາ​ເປັນ​ລູກຊາຍ​ຂອງ​ເອເລອາຊາ, ເອເລອາຊາ​ເປັນ​ລູກຊາຍ​ຂອງ​ອາໂຣນ.


“ຈົ່ງ​ເອີ້ນ​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ມາ​ເຊັ່ນ​ວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ. ຈົ່ງ​ແຍກ​ພວກເຂົາ​ຢູ່​ຕ່າງຫາກ ຈາກ​ປະຊາຊົນ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ອາໂຣນ​ໄດ້​ແຕ່ງງານ​ກັບ​ນາງ​ເອລີເຊບາ ຜູ້​ທີ່​ເປັນ​ລູກສາວ​ຂອງ​ອຳມີນາດາບ ແລະ​ເປັນ​ເອື້ອຍ​ຂອງ​ນາໂຊນ. ນາງ​ເກີດ​ລູກຊາຍ​ສີ່​ຄົນ​ໃຫ້​ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.


ອາໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ນາດາບ ອາບີຮູ ເອເລອາຊາ ແລະ​ອີທາມາ.


ອາໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ນາດາບ​ຜູ້​ເປັນ​ອ້າຍກົກ, ອາບີຮູ, ເອເລອາຊາ ແລະ​ອີທາມາ.


ແຕ່​ນາດາບ​ແລະ​ອາບີຮູ​ໄດ້​ຕາຍ​ຕໍ່ໜ້າ​ພຣະເຈົ້າຢາເວ ຕອນ​ທີ່​ພວກເຂົາ​ໄດ້​ຖວາຍ​ໄຟ​ອັນ​ບໍ່​ບໍຣິສຸດ​ຕໍ່ໜ້າ​ພຣະເຈົ້າຢາເວ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ພວກເຂົາ​ບໍ່ມີ​ລູກ. ດັ່ງນັ້ນ​ຈຶ່ງ​ມີ​ແຕ່​ເອເລອາຊາ​ແລະ​ອີທາມາ​ເທົ່ານັ້ນ ທີ່​ໄດ້​ຮັບໃຊ້​ໃນ​ຕຳແໜ່ງ​ປະໂຣຫິດ​ໃນ​ຄາວ​ທີ່​ອາໂຣນ​ຍັງ​ມີ​ຊີວິດ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka