Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 23:2 - ພຣະຄຳພີສັກສິ

2 ກະສັດ​ດາວິດ​ໄດ້​ເອີ້ນ​ຜູ້ນຳ​ຊາດ​ອິດສະຣາເອນ​ທັງໝົດ​ປະໂຣຫິດ​ທຸກຄົນ ແລະ​ພວກເລວີ​ທັງໝົດ​ມາ​ປະຊຸມ​ກັນ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 23:2
8 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໄດ້​ປຶກສາ​ກັບ​ນາຍ​ທະຫານ ທີ່​ບັນຊາການ​ກອງພັນ​ແລະ​ກອງຮ້ອຍ​ທຸກຄົນ.


ເມື່ອ​ກະສັດ​ດາວິດ​ໄດ້​ແກ່ຊະຣາ​ຫລາຍ​ແລ້ວ ເພິ່ນ​ໄດ້​ແຕ່ງຕັ້ງ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ໃຫ້​ຂຶ້ນ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ​ແທນ​ເພິ່ນ.


ເພິ່ນ​ໄດ້​ນັບ​ຈຳນວນ​ຜູ້ຊາຍ​ຊາວ​ເລວີ​ທັງໝົດ​ທີ່​ມີ​ອາຍຸ​ສາມສິບ​ປີ​ຂຶ້ນ​ໄປ. ຈຳນວນ​ທັງໝົດ​ມີ​ສາມສິບແປດ​ພັນ​ຄົນ.


ກະສັດ​ໄດ້​ສັ່ງ​ບັນດາ​ຂ້າຣາຊການ​ທັງໝົດ​ໃນ​ຊາດ​ອິດສະຣາເອນ ໃຫ້​ມາ​ປະຊຸມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ. ດັ່ງນັ້ນ ຂ້າຣາຊການ​ທັງໝົດ​ຂອງ​ເຜົ່າ​ຕ່າງໆ, ບັນດາ​ຂ້າຣາຊການ​ຜູ້​ທີ່​ໄດ້​ບໍລິຫານ​ວຽກ​ການ​ຂອງ​ອານາຈັກ ບັນດາ​ຜູ້ນຳ​ຂອງ​ຕະກຸນ​ຕ່າງໆ, ບັນດາ​ເຈົ້າໜ້າທີ່​ຜູ້​ເບິ່ງແຍງ​ຊັບສົມບັດ ແລະ​ສັດ​ຂອງ​ກະສັດ ແລະ​ຂອງ​ບັນດາ​ລູກຊາຍ​ຂອງ​ເພິ່ນ ຕະຫລອດ​ທັງ​ບັນດາ​ຂ້າຣາຊການ​ໃນ​ວັງ, ພວກ​ທະຫານ​ທີ່​ເກັ່ງກ້າ, ພວກ​ນັກຮຽນ​ຮູ້ ແລະ​ບັນດາ​ຜູ້​ອາວຸໂສ ກໍໄດ້​ມາ​ເຕົ້າໂຮມ​ກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ.


ສາຍ​ຄອບຄົວ​ຂອງ​ຜູ້​ທີ່​ໄດ້​ຮັບ​ມອບໝາຍ​ຕຳແໜ່ງ ມີ​ດັ່ງນີ້: ຕະກຸນ​ໂກຮາດ: ສາຍ​ຄອບຄົວ​ຂອງ​ລາວ ເມື່ອ​ນັບ​ຄືນ​ໄປ​ຫາ​ຢາໂຄບ ມີ​ດັ່ງນີ້: ເຮມານ ເປັນ​ຜູ້ນຳ​ຂອງ​ກຸ່ມ​ຮ້ອງເພງ​ໝວດ​ທີໜຶ່ງ ຜູ້​ເປັນ​ລູກຊາຍ​ຂອງ​ໂຢເອນ, ໂຢເອນ ຜູ້​ເປັນ​ລູກຊາຍ​ຂອງ​ຊາມູເອນ,


ສະນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຊາວ​ອິດສະຣາເອນ​ທຸກຄົນ​ມາ ມີ​ດັ່ງນີ້: ພວກ​ເຖົ້າແກ່, ພວກຫົວໜ້າ, ພວກ​ຜູ້ປົກຄອງ ແລະ​ພວກ​ເຈົ້າໜ້າທີ່​ຂອງ​ປະຊາຊົນ. ເພິ່ນ​ບອກ​ພວກເຂົາ​ວ່າ, “ດຽວ​ນີ້​ຂ້າພະເຈົ້າ​ກໍ​ເຖົ້າແກ່​ຫລາຍ​ແລ້ວ


ຕໍ່ມາ ໂຢຊວຍ​ໄດ້​ເອີ້ນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ເຂົ້າ​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີເຄມ. ເພິ່ນ​ໄດ້​ເອີ້ນ​ເອົາ​ພວກ​ເຖົ້າແກ່, ພວກ​ຫົວໜ້າ, ພວກ​ຜູ້ປົກຄອງ ແລະ​ບັນດາ​ເຈົ້າໜ້າທີ່​ຂອງ​ຊາດ​ອິດສະຣາເອນ ມາ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka