1 ເມື່ອກະສັດດາວິດໄດ້ແກ່ຊະຣາຫລາຍແລ້ວ ເພິ່ນໄດ້ແຕ່ງຕັ້ງໂຊໂລໂມນລູກຊາຍຂອງເພິ່ນໃຫ້ຂຶ້ນເປັນກະສັດຂອງຊາດອິດສະຣາເອນແທນເພິ່ນ.
ຈາກນັ້ນ ອັບຣາຮາມກໍໄດ້ສິ້ນລົມຫາຍໃຈ ແລະໄດ້ຕາຍໄປໃນຂະນະທີ່ມີອາຍຸສູງ ເປັນຜູ້ເຖົ້າທີ່ມີອາຍຸໝັ້ນຍືນ ແລະໄດ້ຖືກຮວບຮວມໄວ້ກັບຄົນທັງຫລາຍຂອງຕົນ.
ເພິ່ນໄດ້ຕາຍໄປເມື່ອອາຍຸສູງຫລາຍ; ຢາໂຄບ ແລະເອຊາວລູກຊາຍຂອງເພິ່ນເອງ ເປັນຜູ້ຝັງສົບເພິ່ນໄວ້.
ມາບັດນີ້ ກະສັດດາວິດກໍເຖົ້າແກ່ຊະຣາຫລາຍແລ້ວ ເຖິງແມ່ນວ່າ ພວກຄົນຮັບໃຊ້ຫົ່ມຜ້າໃຫ້ເພິ່ນຫລາຍຜືນກໍຍັງບໍ່ອົບອຸ່ນ.
ທ່ານເຫັນດີນຳສິ່ງທັງໝົດນີ້ ແລະບໍ່ບອກແມ່ນແຕ່ບັນດາຂ້າຣາຊການຂອງທ່ານໃຫ້ຮູ້ຈັກນຳວ່າ ແມ່ນຜູ້ໃດຈະຂຶ້ນເປັນກະສັດປົກຄອງສືບແທນທ່ານ ມັນຈະເປັນໄປໄດ້ບໍ?”
ວ່າວັນນີ້ ເຮົາຂໍສາບານຕໍ່ເຈົ້າ ໂດຍພຣະເຈົ້າຢາເວ ພຣະເຈົ້າແຫ່ງຊາດອິດສະຣາເອນ ໂຊໂລໂມນລູກຊາຍຂອງເຈົ້າຈະຂຶ້ນເປັນກະສັດປົກຄອງສືບແທນເຮົາ ແລະຈະນັ່ງບັນລັງຂອງເຮົາແທນເຮົາ.”
ກະສັດໂຊໂລໂມນຂຶ້ນເປັນກະສັດສືບແທນກະສັດດາວິດພໍ່ຂອງຕົນ ແລະອຳນາດໃນຕຳແໜ່ງກະສັດຂອງເພິ່ນກໍດຳລົງຢູ່ຢ່າງໝັ້ນຄົງ.
ກະສັດດາວິດໄດ້ເອີ້ນຜູ້ນຳຊາດອິດສະຣາເອນທັງໝົດປະໂຣຫິດທຸກຄົນ ແລະພວກເລວີທັງໝົດມາປະຊຸມກັນ.
ພຣະເຈົ້າຢາເວໄດ້ໃຫ້ຂ້າພະເຈົ້າມີລູກຊາຍຫລາຍຄົນ ແລະໃນພວກລູກຊາຍທັງໝົດຂອງຂ້າພະເຈົ້ານັ້ນ ພຣະອົງກໍໄດ້ເລືອກເອົາໂຊໂລໂມນໃຫ້ຂຶ້ນເປັນຜູ້ປົກຄອງຊາດອິດສະຣາເອນ ອານາຈັກຂອງພຣະເຈົ້າຢາເວ.
ເພິ່ນໄດ້ຕາຍໄປເມື່ອເຖົ້າແກ່ຊະຣາຫລາຍແລ້ວ ທັງຮັ່ງມີ ແລະໄດ້ຮັບຄວາມເຄົາຣົບນັບຖືຢ່າງສູງ. ໂຊໂລໂມນລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດແທນ.
ເໝືອນດັ່ງເຂົ້າສຸກແລ້ວ ລໍເຖິງລະດູກ່ຽວ ເຈົ້າຈະມີອາຍຸຍືນໝັ້ນຈົນແກ່ຊະຣາ.