Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 22:5 - ພຣະຄຳພີສັກສິ

5 ກະສັດ​ດາວິດ​ຄິດ​ວ່າ, “ວິຫານ​ທີ່​ໂຊໂລໂມນ​ລູກຊາຍ​ເຮົາ​ຈະ​ສ້າງ​ຂຶ້ນ​ສຳລັບ​ພຣະເຈົ້າຢາເວ​ນີ້​ຕ້ອງ​ງາມ ແລະ​ເປັນ​ທີ່​ຊ່າລື​ກັນ​ໄປ​ທົ່ວໂລກ, ແຕ່​ລາວ​ຍັງ​ໜຸ່ມ ແລະ​ຂາດ​ປະສົບການ. ດັ່ງນັ້ນ ເຮົາ​ຈຶ່ງ​ຕ້ອງ​ເປັນ​ຜູ້​ຈັດຕຽມ​ສິ່ງ​ຕ່າງໆ​ໄວ້​ໃຫ້​ລາວ.” ສະນັ້ນ ກະສັດ​ດາວິດ​ຈຶ່ງ​ໄດ້​ຈັດຫາ​ວັດສະດຸ​ກໍ່ສ້າງ​ໄວ້ ເປັນ​ຈຳນວນ​ຫລວງຫລາຍ​ກ່ອນ​ເພິ່ນ​ຕາຍໄປ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 22:5
22 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະອົງ​ໄດ້​ໃຫ້​ຂ້ານ້ອຍ​ຂຶ້ນ​ເປັນ​ກະສັດ​ສືບແທນ​ພໍ່​ຂອງ​ຂ້ານ້ອຍ​ຄື​ດາວິດ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ຍັງ​ໜຸ່ມ ແລະ​ບໍ່​ຮູ້ຈັກ​ວ່າ​ຈະ​ປົກຄອງ​ຢ່າງໃດ.


ວິຫານ​ນີ້​ຈະ​ກາຍເປັນ​ກອງ​ສິ່ງ​ທີ່​ຮົກຮ້າງ​ເພພັງ ແລະ​ທຸກໆ​ຄົນ​ທີ່​ຜ່ານ​ໄປມາ​ຈະ​ງຶດງໍ້​ສະດຸ້ງ​ຕົກໃຈ. ແລ້ວ​ພວກເຂົາ​ກໍ​ຈະ​ຖາມ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ຕໍ່​ດິນແດນ ແລະ​ວິຫານ​ຢ່າງ​ນີ້?’


ແລ້ວ​ກະສັດ​ດາວິດ​ກໍ​ປະກາດ​ຕໍ່​ທີ່​ປະຊຸມ​ທັງໝົດ​ວ່າ, “ໂຊໂລໂມນ​ລູກຊາຍ​ຂອງ​ຂ້າພະເຈົ້າ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກເອົາ, ແຕ່​ລາວ​ຍັງ​ໜຸ່ມ ແລະ​ຂາດ​ປະສົບການ. ພາລະກິດ​ນີ້​ເປັນ​ວຽກ​ທີ່​ຍິ່ງໃຫຍ່​ຫລາຍ ເພາະ​ບໍ່ແມ່ນ​ວຽກ​ສຳລັບ​ສ້າງ​ຣາຊວັງ​ໃຫ້​ມະນຸດ​ຢູ່, ແຕ່​ເປັນ​ວຽກ​ທີ່​ສ້າງ​ວິຫານ​ສຳລັບ​ພຣະເຈົ້າຢາເວ ພຣະເຈົ້າ.


ຕໍ່ມາ ລາວ​ໄດ້​ເຕົ້າໂຮມ​ເອົາ​ພວກ​ນັກເລງ​ໝວດ​ໜຶ່ງ ມາ​ບັງຄັບ​ເຣໂຫໂບອາມ​ລູກຊາຍ​ຂອງ​ໂຊໂລໂມນ ຜູ້​ທີ່​ຍັງ​ໜຸ່ມນ້ອຍ​ທັງ​ຂາດ​ປະສົບການ​ທີ່​ຈະ​ຕໍ່ຕ້ານ​ພວກເຂົາ.


ຂ້າພະເຈົ້າ​ຈະ​ສ້າງ​ວິຫານ ເພື່ອ​ຖວາຍ​ກຽດ​ແກ່​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ. ພຣະວິຫານ​ນັ້ນ​ຈະ​ເປັນ​ບ່ອນ​ສັກສິດ ຊຶ່ງ​ປະຊາຊົນ​ຂອງ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ເອງ ຈະ​ເຜົາ​ເຄື່ອງຫອມ​ນະມັດສະການ​ພຣະອົງ ຄື​ບ່ອນ​ທີ່​ພວກ​ຂ້າພະເຈົ້າ​ຈະ​ຖວາຍ​ເຂົ້າຈີ່​ສັກສິດ​ຕະຫລອດໄປ ແລະ​ທັງ​ຈະ​ເປັນ​ບ່ອນ​ເຜົາ​ເຄື່ອງ​ຖວາຍ​ທຸກໆເຊົ້າ ແລະ​ທຸກໆແລງ​ຕະຫລອດ​ທັງ​ວັນ​ຊະບາໂຕ, ວັນ​ສະຫລອງ​ເດືອນ​ຂຶ້ນ​ໃໝ່ ແລະ​ວັນ​ສັກສິດ​ອື່ນໆ ເປັນ​ການ​ຍ້ອງຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ພຣະອົງ​ໄດ້​ສັ່ງ​ໃຫ້​ຊາດ​ອິດສະຣາເອນ​ປະຕິບັດ​ເຊັ່ນນີ້​ຕະຫລອດໄປ.


ຂ້າພະເຈົ້າ​ຕັ້ງໃຈ​ຈະ​ສ້າງ​ວິຫານ​ອັນ​ໃຫຍ່ໂຕ ເພາະ​ພຣະເຈົ້າ​ຂອງ​ພວກເຮົາ​ຍິ່ງໃຫຍ່​ກວ່າ​ພະອື່ນໆ.


ຂ້າພະເຈົ້າ​ຮູ້​ວ່າ ຊ່າງ​ຕັດໄມ້​ຂອງທ່ານ​ມີ​ສີມື​ດີ​ສໍ່າໃດ. ດັ່ງນັ້ນ ຈົ່ງ​ສົ່ງ​ໄມ້ແປກ, ໄມ້​ສົນ ແລະ​ໄມ້ດູ່​ຈາກ​ເລບານອນ ມາ​ໃຫ້​ຂ້າພະເຈົ້າ.


ໃນ​ເວລາ​ນີ້ ພຣະວິຫານ​ເປັນ​ທີ່​ຍົກຍໍ​ຢ່າງ​ສູງສົ່ງ​ແທ້, ແຕ່​ແລ້ວ​ໃນ​ເວລາ​ນັ້ນ ທຸກໆ​ຄົນ​ທີ່​ຜ່ານ​ໄປ​ກໍ​ຈະ​ສະດຸ້ງ​ໃນໃຈ ແລະ​ຖາມ​ວ່າ, ‘ເປັນຫຍັງ​ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ກັບ​ດິນແດນ ແລະ​ວິຫານ​ເຊັ່ນ​ນີ້?’


ແຕ່​ຍັງ​ມີ​ປະໂຣຫິດ​ຜູ້​ອາວຸໂສ​ຫລາຍ​ຄົນ, ພວກເລວີ, ຫົວໜ້າ​ຕະກຸນ​ຕ່າງໆ​ທີ່​ເຄີຍ​ເຫັນ​ວິຫານ​ຫລັງ​ກ່ອນ​ມາ​ແລ້ວ ເມື່ອ​ໄດ້​ລໍ​ເຝົ້າເບິ່ງ​ການ​ວາງ​ຮາກຖານ​ຂອງ​ວິຫານ​ຢູ່​ນັ້ນ ຕ່າງ​ກໍ​ຮ້ອງໄຫ້ ແລະ​ຄໍ່າຄວນ. ແຕ່​ຄົນອື່ນ​ຢູ່​ໃນ​ທີ່ນັ້ນ​ພາກັນ​ໂຮຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.


ເມື່ອ​ພໍ່​ຍັງ​ເປັນ​ເດັກນ້ອຍ​ຢູ່​ນັ້ນ ຄື​ເປັນ​ລູກ​ຄົນດຽວ​ຂອງ​ພໍ່ແມ່


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ແລະ​ພຣະວິຫານ​ຂອງ​ພວກ​ຂ້ານ້ອຍ ຄື​ສະຖານທີ່​ອັນ​ສັກສິດ​ແລະ​ສວຍງາມ ບ່ອນ​ທີ່​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ໄດ້​ສັນລະເສີນ​ພຣະອົງ​ນັ້ນ ກໍ​ຖືກ​ໄຟ​ທຳລາຍ. ສະຖານທີ່​ຕ່າງໆ​ທີ່​ພວກ​ຂ້ານ້ອຍ​ຮັກ​ຫວງ ກໍ​ເປັນ​ບ່ອນ​ຮົກຮ້າງ​ເພພັງ​ໄປ​ໝົດ.


ຄັ້ງໜຶ່ງ ພວກເຂົາ​ເຄີຍ​ອວດອົ່ງ​ທະນົງ​ຕົວ​ໃນ​ເຄື່ອງເອ້​ອັນ​ສວຍງາມ​ຂອງ​ພວກເຂົາ; ແຕ່​ພວກເຂົາ​ກໍໄດ້​ໃຊ້​ມັນ​ເຮັດ​ຮູບເຄົາຣົບ​ຕ່າງໆ​ອັນ​ໜ້າກຽດຊັງ. ສະນັ້ນ ເຮົາ​ຈຶ່ງ​ເຮັດ​ໃຫ້​ຊັບສົມບັດ​ນັ້ນ ຊຸກດັນ​ໃຫ້​ພວກເຂົາ​ເກີດ​ເບື່ອໜ່າຍ.


“ໃນ​ທ່າມກາງ​ພວກເຈົ້າ​ມີ​ຜູ້ໃດ​ແດ່ ທີ່​ຍັງ​ລະນຶກ​ຄິດເຖິງ​ຄວາມ​ສະຫງ່າງາມ ຄັ້ງ​ທຳອິດ​ຂອງ​ພຣະວິຫານ​ໄດ້? ມາບັດນີ້ ພວກເຈົ້າ​ເບິ່ງ​ເຫັນ​ເປັນ​ຈັ່ງໃດ? ບໍ່​ເຫັນ​ມີ​ຄຸນຄ່າ​ຫຍັງ​ເລີຍ​ແມ່ນ​ບໍ.


ພຣະວິຫານ​ຫລັງ​ໃໝ່​ນີ້​ຈະ​ສະຫງ່າງາມ​ກວ່າ​ຫລັງເກົ່າ; ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້: ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ຈະເລີນ​ຮຸ່ງເຮືອງ​ແລະ​ມີ​ສັນຕິສຸກ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ມີ​ບາງຄົນ​ກໍ​ກ່າວ​ຍ້ອງຍໍ​ພຣະວິຫານ​ວ່າ​ຊ່າງ​ງາມ​ແທ້ ແລະ​ຕົບແຕ່ງ​ດ້ວຍ​ຫີນ​ອັນ​ງົດງາມ​ກັບ​ເຄື່ອງ​ຖວາຍ​ແກ່​ພຣະເຈົ້າ,


ກ່ອນ​ເຖິງ​ວັນ​ເທດສະການ​ປັດສະຄາ ພຣະເຢຊູເຈົ້າ​ຮູ້​ດີ​ວ່າ ເວລາ​ທີ່​ພຣະອົງ​ຈະ​ຈາກ​ໂລກນີ້ ໄປ​ຫາ​ພຣະບິດາເຈົ້າ​ກໍ​ມາ​ເຖິງ​ແລ້ວ ພຣະອົງ​ຮັກ​ພວກ​ຂອງ​ພຣະອົງ​ຢູ່​ໃນ​ໂລກນີ້ ແລະ​ພຣະອົງ​ຮັກ​ພວກເຂົາ​ຈົນເຖິງ​ທີ່ສຸດ.


ພຣະອົງ​ນັ້ນ​ຕ້ອງ​ໃຫຍ່​ຂຶ້ນ ແຕ່​ເຮົາ​ຈະ​ຕ້ອງ​ນ້ອຍ​ລົງ.”


ເມື່ອ​ຍັງ​ເວັນ​ຢູ່ ເຮົາ​ທັງຫລາຍ​ຕ້ອງ​ເຮັດ​ພາລະກິດ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ເວລາ​ກາງຄືນ​ກໍ​ໃກ້​ຈະ​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ບໍ່ມີ​ຜູ້ໃດ​ເຮັດ​ການ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka