1 ຂ່າວຄາວ 21:7 - ພຣະຄຳພີສັກສິ7 ພຣະເຈົ້າບໍ່ພໍໃຈໃນສິ່ງທີ່ໄດ້ເຮັດໄປນັ້ນ. ດັ່ງນັ້ນ ພຣະອົງຈຶ່ງລົງໂທດປະຊາຊົນອິດສະຣາເອນ. Uka jalj uñjjattʼäta |
ແຕ່ຫລັງຈາກກະສັດດາວິດໄດ້ສຳຫລວດເບິ່ງຈຳນວນປະຊາຊົນແລ້ວ ເພິ່ນກໍເປັນທຸກໃຈຫລາຍ. ສະນັ້ນ ເພິ່ນຈຶ່ງໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວວ່າ, “ຂ້ານ້ອຍເຮັດຜິດຢ່າງຮ້າຍແຮງທີ່ໄດ້ກະທຳເຊັ່ນນີ້. ແຕ່ບັດນີ້ ຂ້າແດ່ພຣະເຈົ້າຢາເວ ຂໍພຣະອົງຍົກໂທດໃຫ້ຂ້ານ້ອຍຜູ້ຮັບໃຊ້ຂອງພຣະອົງດ້ວຍເທີ້ນ ເພາະຂ້ານ້ອຍໄດ້ເຮັດໄປຢ່າງໂງ່ຈ້າທີ່ສຸດ.”
ຈົ່ງລຸກຂຶ້ນ ໄປເຮັດພິທີຊຳລະປະຊາຊົນໃຫ້ບໍຣິສຸດ ແລະຕຽມພວກເຂົາໃຫ້ພ້ອມທີ່ຈະເຂົ້າມາພົບເຮົາ. ຈົ່ງບອກພວກເຂົາໃຫ້ຕຽມພ້ອມໃນມື້ອື່ນ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວດັ່ງນີ້, ‘ຊາດອິດສະຣາເອນເອີຍ ພວກເຈົ້າໄດ້ລັກເອົາບາງສິ່ງບາງຢ່າງທີ່ເຮົາໄດ້ສັ່ງໃຫ້ທຳລາຍນັ້ນ ມາເປັນຂອງຕົນ ພວກເຈົ້າຈະສູ້ຮົບເຫຼົ່າສັດຕູບໍ່ໄດ້ ຈົນກວ່າພວກເຈົ້າຈະທຳລາຍສິ່ງເຫຼົ່ານັ້ນເສຍ.’