6 ຍ້ອນໂຢອາບບໍ່ເຫັນພ້ອມກັບຄຳສັ່ງຂອງກະສັດ ເພິ່ນຈຶ່ງບໍ່ໄດ້ນັບຈຳນວນຄົນໃນເຜົ່າເລວີ ແລະເຜົ່າເບັນຢາມິນ.
ເມື່ອອັບເນມາເຖິງເມືອງເຮັບໂຣນ ໂຢອາບຈຶ່ງພາລາວຫລີກໄປທາງປະຕູເມືອງໂດຍທຳທ່າວ່າຢາກເວົ້າກັບລາວເປັນທາງສ່ວນຕົວ. ໃນທີ່ນັ້ນ ໂຢອາບໄດ້ໃຊ້ມີດແທງທີ່ທ້ອງຂອງລາວ. ອັບເນຖືກລອບສັງຫານເຊັ່ນນີ້ ເພາະລາວໄດ້ຂ້າອາສາເຮນນ້ອງຊາຍໂຢອາບ.
ພຣະເຈົ້າບໍ່ພໍໃຈໃນສິ່ງທີ່ໄດ້ເຮັດໄປນັ້ນ. ດັ່ງນັ້ນ ພຣະອົງຈຶ່ງລົງໂທດປະຊາຊົນອິດສະຣາເອນ.
ໂຢອາບ ລູກຊາຍຂອງນາງເຊຣູອີຢາໄດ້ລົງມືຈົດຊື່ປະຊາຊົນ ແຕ່ເພິ່ນເຮັດບໍ່ສຳເລັດ. ພຣະເຈົ້າໄດ້ລົງໂທດຊາດອິດສະຣາເອນ ຍ້ອນການຈົດຊື່ຈຳນວນປະຊາຊົນນີ້; ດັ່ງນັ້ນ ຕົວເລກອັນແທ້ຈິງຈຶ່ງບໍ່ໄດ້ຖືກບັນທຶກໄວ້ໃນເອກະສານທາງການຂອງກະສັດດາວິດ.