4 ແຕ່ກະສັດກໍບອກໃຫ້ໂຢອາບເຮັດຕາມຄຳສັ່ງ. ໂຢອາບໄດ້ເດີນທາງໄປທົ່ວປະເທດອິດສະຣາເອນ ແລ້ວລາວກໍກັບຄືນມານະຄອນເຢຣູຊາເລັມ.
ໂຢອາບຈຶ່ງຕອບວ່າ, “ຂໍພຣະເຈົ້າຢາເວ ຈົ່ງບັນດານໃຫ້ມີປະຊາຊົນອິດສະຣາເອນ ເພີ່ມຂຶ້ນຫລາຍກວ່າປັດຈຸບັນນີ້ຮ້ອຍເທົ່າເຖີດ ຂ້າແດ່ພະຣາຊາ ພວກເຂົາລ້ວນແຕ່ເປັນຄົນຮັບໃຊ້ຂອງທ່ານ. ດ້ວຍເຫດໃດ ທ່ານຈຶ່ງຢາກເຮັດສິ່ງນີ້ ແລະໃຫ້ປະຊາຊົນທັງຊາດມີຄວາມຜິດດ້ວຍ.”
ລາວໄດ້ລາຍງານໃຫ້ກະສັດດາວິດຮູ້ຈຳນວນຊາຍສະກັນທັງໝົດ ທີ່ເປັນທະຫານໄດ້ມີດັ່ງນີ້: ທີ່ດິນແດນອິດສະຣາເອນ ໜຶ່ງລ້ານໜຶ່ງຮ້ອຍພັນຄົນ ແລະທີ່ດິນແດນຢູດາຍ ສີ່ຮ້ອຍເຈັດສິບພັນຄົນ.
ແຕ່ນາງໝໍຕຳແຍທັງສອງເປັນຄົນຢຳເກງພຣະເຈົ້າ. ພວກນາງບໍ່ໄດ້ເຮັດຕາມຄຳສັ່ງຂອງກະສັດຟາໂຣ ແລະປ່ອຍເດັກນ້ອຍຜູ້ຊາຍໃຫ້ມີຊີວິດຢູ່.
ກະສັດເຮັດທຸກສິ່ງດ້ວຍອຳນາດ ແລະບໍ່ມີຜູ້ໃດທ້າທາຍສິ່ງທີ່ເພິ່ນເຮັດນັ້ນໄດ້.
ແຕ່ເຖິງແມ່ນວ່າພຣະອົງບໍ່ຊ່ວຍ ກໍຂໍໃຫ້ທ່ານຮູ້ໄວ້ວ່າພວກຂ້ານ້ອຍຈະບໍ່ຂາບໄຫວ້ພະຂອງທ່ານ ແລະຈະບໍ່ກົ້ມຂາບຕໍ່ຮູບປັ້ນເປັນຄຳ ທີ່ທ່ານໄດ້ສ້າງຂຶ້ນນັ້ນຢ່າງເດັດຂາດ.”
ແຕ່ເປໂຕກັບອັກຄະສາວົກຄົນອື່ນໆຕອບວ່າ, “ພວກຂ້ານ້ອຍຈຳຕ້ອງເຊື່ອຟັງພຣະເຈົ້າຫລາຍກວ່າມະນຸດ.