Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 21:2 - ພຣະຄຳພີສັກສິ

2 ກະສັດ​ດາວິດ​ໄດ້​ໃຫ້​ຄຳສັ່ງ​ແກ່​ໂຢອາບ ແລະ​ນາຍ​ທະຫານ​ຄົນອື່ນໆ​ວ່າ, “ຈົ່ງ​ໄປ​ໃຫ້​ທົ່ວ​ດິນແດນ​ອິດສະຣາເອນ ຕັ້ງແຕ່​ເໜືອ​ຕະຫລອດ​ໃຕ້​ຂອງ​ປະເທດ ແລະ​ຈົ່ງ​ນັບ​ຈຳນວນ​ປະຊາຊົນ. ເຮົາ​ຢາກ​ຮູ້​ວ່າ​ມີ​ຈຳນວນ​ເທົ່າ​ໃດ?”

Uka jalj uñjjattʼäta Copia luraña




1 ຂ່າວຄາວ 21:2
14 Jak'a apnaqawi uñst'ayäwi  

ມື້​ຕໍ່ມາ ຕັ້ງແຕ່​ເຊົ້າໆ ອັບຣາຮາມ​ໄດ້​ເອົາ​ເຂົ້າຈີ່ ແລະ​ນໍ້າ​ໃສ່​ຖົງ​ໜັງ​ໃຫ້​ນາງ​ຮາກາ. ເພິ່ນ​ເອົາ​ເດັກນ້ອຍ​ເຈ່ຍ​ໃສ່​ຫລັງ​ໃຫ້​ນາງ ແລະ​ສົ່ງ​ນາງ​ໜີໄປ. ນາງ​ພະເນຈອນ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເບເອນເຊບາ.


ຕາມ​ຄຳແນະນຳ​ຂອງ​ຂ້ານ້ອຍ​ແລ້ວ ຢາກ​ຈະ​ໃຫ້​ທ່ານ​ນຳ​ເອົາ​ພວກ​ອິດສະຣາເອນ​ທຸກຄົນ​ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້​ເຂົ້າ​ມາ​ເຕົ້າໂຮມ​ກັນ​ໃຫ້​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ແລ້ວ​ໃຫ້​ທ່ານ​ເປັນ​ຜູ້ນຳ​ພວກເຂົາ​ອອກ​ໄປ​ສູ້ຮົບ​ເອງ.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ເຮັດ​ໃຫ້​ໂຣກ​ລະບາດ​ເກີດຂຶ້ນ​ໃນ​ຊາດ​ອິດສະຣາເອນ, ຕັ້ງແຕ່​ເຊົ້າ​ຈົນເຖິງ​ຍາມ​ທີ່​ພຣະອົງ​ໄດ້​ກຳນົດ​ໄວ້. ຊາວ​ອິດສະຣາເອນ​ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້​ໄດ້​ຕາຍໄປ​ເຈັດສິບພັນ​ຄົນ.


ຕາບໃດ​ທີ່​ກະສັດ​ໂຊໂລໂມນ​ຍັງ​ມີ​ຊີວິດ​ຢູ່ ປະຊາຊົນ​ທົ່ວ​ທັງ​ຢູດາຍ ແລະ​ອິດສະຣາເອນ​ຕ່າງ​ກໍ​ຢູ່​ກັນ​ຢ່າງ​ປອດໄພ, ແຕ່ລະ​ຄອບຄົວ​ກໍ​ມີ​ສວນອະງຸ່ນ ແລະ​ສວນ​ໝາກເດື່ອເທດ​ເປັນ​ຂອງ​ຕົນເອງ.


ສະນັ້ນ ພວກເຂົາ​ຈຶ່ງ​ເຊີນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ຮ່ວມ ເປັນ​ຈຳນວນ​ຫລວງຫລາຍ​ກວ່າ​ສະໄໝ​ກ່ອນ ຄື​ເລີ່ມ​ແຕ່​ເມືອງ​ດານ​ທາງທິດ​ຕາເວັນອອກ ຈົນຮອດ​ເມືອງ​ເບເອນເຊບາ​ທາງທິດໃຕ້ ເພື່ອ​ໃຫ້​ພ້ອມກັນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຕາມ​ທີ່​ກົດບັນຍັດ​ໄດ້​ກຳນົດ​ໄວ້.


ການ​ອວດດີ​ພາ​ໃຫ້​ຕົນ​ຕົກຕໍ່າ, ແຕ່​ການ​ຖ່ອມຕົວ​ນັ້ນ​ເຮັດ​ໃຫ້​ຄົນ​ນັບຖື.


ແລະ​ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນ​ໄປ ເນື່ອງ​ຈາກ​ການ​ຊົງ​ສຳແດງ​ອັນ​ຫລວງຫລາຍ ຊຶ່ງ​ມາ​ຈາກ​ພຣະເຈົ້າ. ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ມີ​ສ້ຽນໜາມ​ໃນ​ເນື້ອກາຍ​ຂອງເຮົາ ເປັນ​ບໍລິວານ​ຂອງ​ມານຊາຕານ​ທີ່​ທຸບຕີ​ເຮົາ ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນໄປ.


ດັ່ງນັ້ນ ຊາວ​ອິດສະຣາເອນ​ທຸກຄົນ​ຈາກ​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້ ຕະຫລອດ​ທັງ​ພວກ​ທີ່​ມາ​ຈາກ​ດິນແດນ​ກີເລອາດ ທາງພາກ​ຕາເວັນອອກ​ຈຶ່ງ​ໄດ້​ຕອບສະໜອງ​ຄຳ​ຮຽກຮ້ອງ. ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ເປັນ​ນໍ້າໜຶ່ງໃຈດຽວ ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ມີຊະປາ.


ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້ ໄດ້​ຮູ້ຈັກ​ວ່າ​ຊາມູເອນ​ເປັນ​ຜູ້ທຳນວາຍ​ແທ້​ຂອງ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka