Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 20:1 - ພຣະຄຳພີສັກສິ

1 ຕໍ່ມາ ໃນ​ລະດູ​ໃບ​ໄມ້​ປົ່ງ ອັນ​ເປັນ​ເວລາ​ທີ່​ບັນດາ​ກະສັດ​ເຄີຍ​ເຮັດ​ເສິກ ໂຢອາບ​ໄດ້​ນຳ​ກອງທັບ​ໄປ​ຮຸກຮານ​ປະເທດ​ອຳໂມນ; ແຕ່​ກະສັດ​ດາວິດ​ຍັງ​ພັກ​ຢູ່​ນະຄອນ​ເຢຣູຊາເລັມ. ພວກເຂົາ​ໄດ້​ປິດລ້ອມ​ເມືອງ​ຣັບບາ​ໄວ້ ທັງ​ໂຈມຕີ ແລະ​ທຳລາຍ​ເມືອງ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 20:1
15 Jak'a apnaqawi uñst'ayäwi  

ປີ​ຕໍ່ມາ ໃນ​ລະດູ​ໃບ​ໄມ້​ປົ່ງ ເປັນ​ເວລາ​ທີ່​ກະສັດ​ທັງຫລາຍ​ເຄີຍ​ອອກ​ໄປ​ສູ້ຮົບ. ກະສັດ​ດາວິດ​ໄດ້​ສົ່ງ​ໂຢອາບ, ພວກ​ນາຍ​ທະຫານ​ຂອງຕົນ ແລະ​ກອງທັບ​ອິດສະຣາເອນ​ອອກ​ໄປ​ເຮັດ​ເສິກ. ພວກເຂົາ​ໄດ້​ເອົາ​ຊະນະ​ຊາວ​ອຳໂມນ ແລະ​ປິດລ້ອມ​ເມືອງ​ຣັບບາ​ໄວ້ ສ່ວນ​ກະສັດ​ດາວິດ​ນັ້ນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


ເມື່ອ​ກະສັດ​ດາວິດ​ມາ​ຮອດ​ເມືອງ​ມະຫານາອິມ; ໂຊບີ ລູກຊາຍ​ຂອງ​ນາຮາດ​ຈາກ​ເມືອງ​ຣັບບາ​ໃນ​ອຳໂມນ​ກໍ​ມາ​ພົບ​ເພິ່ນ; ມາກີ ລູກຊາຍ​ຂອງ​ອຳມີເອນ​ຈາກ​ໂລເດບາ​ກໍໄດ້​ມາ​ພົບ​ເພິ່ນ​ຄື​ກັນ ແລະ​ບາກຊິນໄລ ຈາກ​ໂຣເກລິມ​ໃນ​ກີເລອາດ​ກໍ​ມາ​ພົບ​ເພິ່ນ​ດ້ວຍ.


ຫຼັງຈາກ​ນັ້ນ ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄດ້​ໄປ​ຫາ​ກະສັດ​ອາຮາບ ແລະ​ບອກ​ວ່າ, “ໃຫ້​ທ່ານ​ກັບຄືນ​ເມືອ​ຮວບຮວມ​ເອົາ​ກຳລັງ​ຂອງທ່ານ ແລະ​ວາງແຜນ​ຢ່າງ​ລະມັດ​ລະວັງ ເພາະ​ກະສັດ​ຊີເຣຍ​ຈະ​ກັບຄືນ​ມາ​ໂຈມຕີ​ອີກ​ໃນ​ລະດູ​ໃບໄມ້ປົ່ງ​ໃນ​ປີ​ຕໍ່ໄປ.”


ພໍ​ເຖິງ​ລະດູ​ໃບໄມ້ປົ່ງ ເພິ່ນ​ກໍ​ລະດົມ​ເອົາ​ທະຫານ​ຂອງ​ເພິ່ນ ແລະ​ຍົກທັບ​ໄປ​ເມືອງ​ອາເຟັກ​ເພື່ອ​ໂຈມຕີ​ຊາວ​ອິດສະຣາເອນ.


ເອລີຊາ​ໄດ້​ຕາຍໄປ​ແລະ​ໄດ້​ຖືກ​ຝັງ​ໄວ້. ແຕ່ລະປີ ຊາວ​ໂມອາບ​ໄດ້​ບຸກລຸກ​ດິນແດນ​ຂອງ​ຊາດ​ອິດສະຣາເອນ.


ເມື່ອ​ພວກ​ທີ່​ຂຶ້ນ​ກັບ​ກະສັດ​ຮາດາເດເຊ​ເຫັນ​ວ່າ ພວກຕົນ​ໄດ້​ພ່າຍແພ້​ໃຫ້​ແກ່​ຊາດ​ອິດສະຣາເອນ​ແລ້ວ ຕ່າງ​ກໍໄດ້​ເຮັດ​ສັນຍາ​ສະຫງົບ​ເສິກ​ກັບ​ກະສັດ​ດາວິດ ແລະ​ຍອມ​ຢູ່​ໃຕ້​ອຳນາດ​ການປົກຄອງ​ຂອງ​ເພິ່ນ. ພວກ​ຊີເຣຍ​ຈຶ່ງ​ບໍ່ຍອມ​ຊ່ວຍເຫລືອ​ພວກ​ອຳໂມນ​ອີກ​ຕໍ່ໄປ​ຈັກເທື່ອ.


ເຮົາ​ສ້າງ​ຊ່າງ​ຕີເຫລັກ​ເປົ່າ​ໄຟ​ເຮັດ​ອາວຸດ ເຮົາ​ສ້າງ​ທະຫານ​ໃຫ້​ໃຊ້​ອາວຸດ​ຂ້າຟັນກັນ.


ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດການ​ເຊັ່ນ​ນັ້ນ​ຈະ​ເປັນ​ຢູ່​ຢ່າງນີ້​ເຫິງນານ​ປານໃດ?” ພຣະອົງ​ຕອບ​ວ່າ, “ຈົນກວ່າ​ເມືອງ​ຕ່າງໆ​ຖືກ​ທຳລາຍ​ແລະ​ຮ້າງເປົ່າ ໝູ່ບ້ານ​ທັງຫລາຍ​ບໍ່ມີ​ຄົນ​ຢູ່​ອາໄສ​ແລະ​ຜືນ​ແຜ່ນດິນ​ງຽບເຫງົາ​ເປົ່າປ່ຽວ.


ທາງ​ສາຍ​ທີ​ໜຶ່ງ​ຊີ້​ໃຫ້​ກະສັດ​ມາ​ທາງ​ຣັບບາ ເມືອງ​ຂອງ​ຊາວ​ອຳໂມນ; ແລະ​ຖະໜົນ​ສາຍ​ອື່ນ​ອີກ​ໃຫ້​ມາ​ທາງ​ດິນແດນ​ຢູດາຍ ຄື​ມາ​ສູ່​ນະຄອນ​ເຢຣູຊາເລັມ​ເມືອງ​ທີ່​ມີ​ປ້ອມລ້ອມ​ດ້ວຍ​ກຳແພງ.


ເຮົາ​ຈະ​ປ່ຽນ​ເມືອງ​ຣັບບາ​ໃຫ້​ກາຍເປັນ​ບ່ອນ​ຮັກສາ​ຝູງ​ອູດ ແລະ​ທົ່ວ​ດິນແດນ​ອຳໂມນ​ໃຫ້​ກາຍເປັນ​ບ່ອນ​ຮັກສາ​ຝູງແກະ ກໍ​ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ສະນັ້ນ ເຮົາ​ຈະ​ສົ່ງ​ໄຟ​ລົງ​ມາ​ໄໝ້​ກຳແພງ​ເມືອງ​ຣັບບາ ແລະ​ຈູດ​ປ້ອມ​ປ້ອງກັນ​ຂອງ​ເມືອງ​ນີ້. ໃນ​ວັນ​ສູ້ຮົບ​ນັ້ນ​ຈະ​ມີ​ສຽງ​ໂຮ່ຮ້ອງ​ກ້ອງສະໜັ່ນ ແລະ​ການ​ຕໍ່ສູ້​ກໍ​ຈະ​ດຸເດືອດ​ດັ່ງ​ລົມພະຍຸ.


ເຈົ້າໂອກ​ແມ່ນ​ກະສັດ​ຄົນ​ສຸດທ້າຍ​ຂອງ​ຊາວ​ເຣຟາອິມ. ບ່ອນ​ໃສ່​ສົບ ຂອງ​ເພິ່ນ​ເຮັດ​ດ້ວຍ​ຫີນ ຍາວ 4 ແມັດ ແລະ​ກວ້າງ​ປະມານ 2 ແມັດ ຊຶ່ງ​ຍັງ​ມີ​ຄົນ​ເຫັນ​ຢູ່​ໃນ​ເມືອງ​ຣັບບາ​ຂອງ​ຊາວ​ອຳໂມນ.)”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka