9 ເຮຊະໂຣນມີລູກຊາຍສາມຄົນ ດັ່ງນີ້: ເຢຣາເມເອນ, ຣາມ ແລະເຄລູໄບ (ກາເລັບ).
ເຊື້ອສາຍຄອບຄົວທີ່ສືບຈາກຣາມເຖິງເຢຊີ ມີດັ່ງນີ້: ຣາມເປັນພໍ່ຂອງອຳມີນາດາບ, ອຳມີນາດາບເປັນພໍ່ຂອງນາໂຊນ, (ບຸກຄົນສຳຄັນຂອງເຜົ່າຢູດາຍ)
ຫລັງຈາກເຮຊະໂຣນໄດ້ຕາຍໄປແລ້ວ ກາເລັບຜູ້ເປັນລູກຊາຍຈຶ່ງໄດ້ແຕ່ງງານກັບນາງເອຟຣັດ ເມຍໝ້າຍຂອງພໍ່ຕົນ. ພວກເຂົາມີລູກຊາຍຜູ້ໜຶ່ງຊື່ວ່າອາຊະຮູ ຜູ້ທີ່ໄດ້ສ້າງເມືອງເຕກົວ.
ເຢຣາເມເອນລູກຊາຍກົກຂອງເຮຊະໂຣນມີລູກຊາຍຫ້າຄົນ ດັ່ງນີ້: ຣາມເປັນລູກກົກ, ບູນາ, ໂອເຣນ, ໂອເຊມ ແລະອາຮີຢາ.
ລູກຊາຍກົກຂອງກາເລັບນ້ອງຂອງເຢຣາເມເອນຊື່ວ່າ ເມຊາ ລາວເປັນພໍ່ຂອງຊີເຟ ຊີເຟເປັນພໍ່ຂອງມາເຣຊາ ແລະມາເຣຊາເປັນພໍ່ຂອງເຮັບໂຣນ.
ເອທານມີລູກຊາຍຜູ້ໜຶ່ງຊື່ວ່າ ອາຊາຣີຢາ.
ດັ່ງນັ້ນ ໂຢຮັນຈຶ່ງໄດ້ອອກໄປທົ່ວຂົງເຂດແມ່ນໍ້າຈໍແດນ ເທດສະໜາປ່າວປະກາດວ່າ, “ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ເຊົາເຮັດບາບແລະຮັບບັບຕິສະມາ ແລ້ວພຣະເຈົ້າກໍຈະອະໄພບາບກຳຂອງເຈົ້າ.”
ເຈົ້າອາກີເຊໄດ້ຖາມເພິ່ນວ່າ, “ໃນເທື່ອນີ້ ເຈົ້າໄປຫລອນໂຈມຕີຢູ່ທາງໃດ?” ດາວິດຕອບເພິ່ນວ່າ, “ໄປທາງໃຕ້ຂອງຢູດາຍ ຫລືເຂດແດນຂອງເຜົ່າເຢຣາເມເອນ ຫລືເຂດແດນທີ່ຊາວເກນິດອາໄສຢູ່.”