7 ອາການ ລູກຊາຍຂອງການໝີແລະໜຶ່ງໃນເຊື້ອສາຍຂອງເຊຣາ ໄດ້ນຳຄວາມຈິບຫາຍມາສູ່ປະຊາຊົນອິດສະຣາເອນ ໂດຍຮັກສາຂອງທີ່ປຸ້ນມາໄດ້ໄວ້ ຊຶ່ງຂອງເຫຼົ່ານັ້ນໄດ້ມອບຖວາຍແລ້ວ.
ເຊຣານ້ອງຊາຍຂອງລາວ ມີລູກຊາຍຫ້າຄົນ ດັ່ງນີ້: ຊິມຣີ, ເອທານ, ເຮມານ, ການໂກນ ແລະດາກດາ.
ເອທານມີລູກຊາຍຜູ້ໜຶ່ງຊື່ວ່າ ອາຊາຣີຢາ.
ຄົນເຫຼົ່ານີ້ແມ່ນເຊື້ອສາຍບາງສ່ວນຂອງຢູດາ ມີດັ່ງນີ້: ເປເຣັດ, ເຮຊະໂຣນ, ການໝີ, ຮູເຣ ແລະໂຊບານ.
ຢ່າເອົາສິ່ງຂອງໃດໆທີ່ຈະຕ້ອງສາບແຊ່ງແລະທຳລາຍຖິ້ມນັ້ນມາເປັນຂອງຕົນ ແລ້ວພຣະເຈົ້າຢາເວກໍຈະເຊົາໂກດຮ້າຍ ແລະຫັນມາເມດຕາພວກເຈົ້າ. ພຣະອົງຈະເມດຕາພວກເຈົ້າ ແລະຈະໃຫ້ພວກເຈົ້າມີປະຊາຊົນເພີ່ມພູນຂຶ້ນ ເປັນຈຳນວນຫລວງຫລາຍຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ
ຢ່ານຳຮູບເຄົາຣົບໃດໆເຂົ້າໄປໃນບ້ານເຮືອນຂອງພວກເຈົ້າ ເພາະຄຳສາບແຊ່ງທີ່ຢູ່ໃນຮູບເຄົາຣົບນັ້ນຈະຕົກຖືກພວກເຈົ້າ. ພວກເຈົ້າຕ້ອງກຽດຊັງແລະດູໝິ່ນຮູບເຄົາຣົບເຫຼົ່ານີ້ ເພາະມັນຢູ່ໃຕ້ຄຳສາບແຊ່ງແລ້ວ.”
ພວກເຈົ້າຈື່ຫລືບໍ່ວ່າ ເມື່ອອາການລູກຊາຍຂອງເຊຣາບໍ່ຍອມເຮັດຕາມພຣະຄຳສັ່ງກ່ຽວກັບສິ່ງທີ່ຕ້ອງທຳລາຍນັ້ນ; ຊຸມຊົນອິດສະຣາເອນທັງໝົດໄດ້ຖືກລົງໂທດ ແລະບໍ່ແມ່ນແຕ່ອາການຜູ້ດຽວເທົ່ານັ້ນທີ່ໄດ້ຕາຍຍ້ອນບາບຂອງລາວ.”
ແຕ່ພວກເຈົ້າຢ່າໄດ້ຈັບເອົາສິ່ງທີ່ພຣະເຈົ້າໄດ້ສັ່ງໃຫ້ທຳລາຍ ຖ້າພວກເຈົ້າເອົາສິ່ງເຫຼົ່ານັ້ນໄປ ພວກເຈົ້າກໍຈະນຳເອົາຄວາມເດືອດຮ້ອນກັບຄວາມຈິບຫາຍ ມາສູ່ຄ້າຍພັກຂອງຊາວອິດສະຣາເອນ.
ໂຢຊວຍໄດ້ກ່າວວ່າ, “ເປັນຫຍັງເຈົ້າຈຶ່ງໄດ້ເຮັດໃຫ້ພວກເຮົາເດືອດຮ້ອນຢ່າງນີ້? ບັດນີ້ພຣະເຈົ້າຢາເວຈະເຮັດໃຫ້ເຈົ້າເດືອດຮ້ອນ.” ພໍກ່າວສຸດແລ້ວ ທຸກຄົນກໍແກວ່ງກ້ອນຫີນໃສ່ອາການຈົນຕາຍ; ພວກເຂົາຍັງໄດ້ແກວ່ງກ້ອນຫີນໃສ່ຄົນໃນຄອບຄົວຂອງລາວ ແລະຈູດພວກເຂົາຕະຫລອດທັງທຸກສິ່ງທີ່ພວກເຂົາມີ.