6 ເຊຣານ້ອງຊາຍຂອງລາວ ມີລູກຊາຍຫ້າຄົນ ດັ່ງນີ້: ຊິມຣີ, ເອທານ, ເຮມານ, ການໂກນ ແລະດາກດາ.
ເພິ່ນເປັນຜູ້ສະຫລາດກວ່າຄົນທັງປວງ ຄືສະຫລາດກວ່າຊາວເອທານ, ຊາວເອຊະຣາ, ຊາວເຮມານ, ຊາວການໂກນ ແລະຊາວດາກດາ, ບັນດາລູກຊາຍຂອງມາໂຮນ ແລະຊື່ສຽງຂອງເພິ່ນກໍຊ່າລືໄປທົ່ວປະເທດໃກ້ຄຽງ.
ສ່ວນກະສັດໂຊໂລໂມນກໍສົ່ງສະບຽງອາຫານໄປລ້ຽງຄົນຂອງກະສັດຮີຣາມທຸກປີມີດັ່ງນີ້: ເຂົ້າເດືອຍສີ່ພັນໂຕນ ແລະນໍ້າມັນໝາກກອກເທດສົດສີ່ພັນລິດ.
ເປເຣັດມີລູກຊາຍສອງຄົນຊື່ວ່າ ເຮຊະໂຣນແລະຮາມູນ.
ອາການ ລູກຊາຍຂອງການໝີແລະໜຶ່ງໃນເຊື້ອສາຍຂອງເຊຣາ ໄດ້ນຳຄວາມຈິບຫາຍມາສູ່ປະຊາຊົນອິດສະຣາເອນ ໂດຍຮັກສາຂອງທີ່ປຸ້ນມາໄດ້ໄວ້ ຊຶ່ງຂອງເຫຼົ່ານັ້ນໄດ້ມອບຖວາຍແລ້ວ.
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງຄວາມພົ້ນຂອງຂ້ານ້ອຍເອີຍ ຂ້ານ້ອຍມາເຝົ້າ ຢູ່ຕໍ່ໜ້າພຣະອົງຮ້ອງໄຫ້ທັງເວັນທັງຄືນ.
ແຕ່ຊາວອິດສະຣາເອນໄດ້ລະເມີດໃນສິ່ງຂອງທີ່ຕ້ອງຖວາຍນັ້ນຄື: ອາການເປັນລູກຂອງການໝີ ຫລານຊາຍຂອງຊັບດີ ແລະຄົນໃນຕະກຸນເຊຣາເຜົ່າຢູດາໄດ້ເອົາສິ່ງຂອງທີ່ຕ້ອງຖວາຍນັ້ນໄປເປັນຂອງຕົນ; ສະນັ້ນ ພຣະເຈົ້າຢາເວຈຶ່ງໂກດຮ້າຍຊາວອິດສະຣາເອນຢ່າງໜັກ.