Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 2:53 - ພຣະຄຳພີສັກສິ

53 ແລະ​ຕະກຸນ​ຕ່າງໆ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ກີຣີອາດ​ເຢອາຣີມ ມີ​ດັ່ງນີ້: ຊາວ​ອີທາ, ປູທະ, ຊູມາ ແລະ​ມິດຊະຣາ. (ປະຊາຊົນ​ໃນ​ເມືອງຕ່າງໆ​ຂອງ​ໂຊຣາ ແລະ​ເອຊະຕາໂອນ ເປັນ​ສະມາຊິກ​ຂອງ​ຄອບຄົວ​ເຫຼົ່ານີ້.)

Uka jalj uñjjattʼäta Copia luraña




1 ຂ່າວຄາວ 2:53
11 Jak'a apnaqawi uñst'ayäwi  

ອີຣາ​ຊາວ​ອິດໄຣ​ແລະ​ຄາເຣັບ​ຊາວ​ອິດໄຣ.


ອີຣາ​ຊາວ​ອິດໄຣ​ແລະ​ຄາເຣັບ​ຊາວ​ອິດໄຣ,


ໂຊບານ ຜູ້​ທີ່​ໄດ້​ສ້າງ​ເມືອງ​ກີຣີອາດ​ເຢອາຣີມ ເປັນ​ບັນພະບຸລຸດ​ຂອງ​ປະຊາຊົນ​ເມືອງ​ຮາໂລເອ, ປະຊາຊົນ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ເມນູໂຮດ,


ສານມາ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເບັດເລເຮັມ ຊາວ​ເນໂຕຟັດ ຊາວ​ອາໂຣດ​ເບັດ​ໂຢອາບ ແລະ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ມານາຮາດ​ກັບ​ຊາວ​ໂຊເຣ.


ໂຊບານ​ເປັນ​ພໍ່​ຂອງ​ເຣອາອີຢາ ແລະ​ເຣອາອີຢາ​ເປັນ​ພໍ່​ຂອງ​ຢາຮາດ; ຢາຮາດ​ເປັນ​ພໍ່​ຂອງ​ອາຮູມາຍ​ແລະ​ລາຮາດ ຊຶ່ງ​ເປັນ​ບັນພະບຸລຸດ​ຂອງ​ຊົນຊາດ​ໂຊຣາ.


ເມືອງ​ຕ່າງໆ​ທີ່​ຢູ່​ຕາມ​ຕີນ​ພູ ມີ​ດັ່ງນີ້: ເອຊະຕາໂອນ, ໂຊຣາ, ອາຊະນາ,


ເຂດແດນ​ຂອງ​ພວກເຂົາ​ມີ​ດັ່ງນີ້: ໂຊຣາ, ເອຊະຕາໂອນ, ອີຣະເຊເມດ,


ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ອອກ​ເດີນທາງ ແລະ​ໄປ​ຮອດ​ເມືອງ​ຂອງ​ພວກເຂົາ​ພາຍ​ໃນ​ສາມ​ວັນ. ເມືອງ​ເຫຼົ່ານີ້ ມີ​ດັ່ງນີ້: ກີເບໂອນ, ເກຟີຣາ, ເບເອໂຣດ ແລະ​ກີຣີອາດ​ເຢອາຣີມ.


ໃນ​ເວລາ​ນັ້ນ ໄດ້​ມີ​ຊາຍ​ຄົນ​ໜຶ່ງ​ຈາກ​ເມືອງ​ໂຊຣາ​ຊື່​ວ່າ, ມາໂນອາ. ລາວ​ເປັນ​ຄົນ​ເຜົ່າ​ດານ ສ່ວນ​ເມຍ​ຂອງ​ລາວ​ນັ້ນ​ເປັນ​ໝັນ.


ໃນ​ຂະນະທີ່​ແຊມຊັນ​ພັກ​ຢູ່​ໃນ​ຄ້າຍ​ຂອງ​ຄົນ​ໃນ​ເຜົ່າ​ດານ ລະຫວ່າງ​ເມືອງ​ໂຊຣາ​ແລະ​ເມືອງ​ເອຊະຕາໂອນ​ນັ້ນ ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ເລີ່ມຕົ້ນ​ໃຫ້​ກຳລັງ​ແກ່​ລາວ.


ພວກ​ຍາດຕິພີ່ນ້ອງ​ກັບ​ຄອບຄົວ​ຂອງ​ແຊມຊັນ​ໄດ້​ມາ​ເອົາ​ຊາກສົບ​ຂອງ​ລາວ​ກັບ​ເມືອ ແລະ​ນຳ​ໄປ​ຝັງ​ໄວ້​ຢູ່​ໃນ​ບ່ອນ​ຝັງສົບ​ຂອງ​ມາໂນອາ​ພໍ່​ຂອງ​ລາວ ທີ່​ຢູ່​ລະຫວ່າງ​ເມືອງ​ໂຊຣາ ແລະ​ເມືອງ​ເອຊະຕາໂອນ. ແຊມຊັນ​ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ເປັນ​ເວລາ​ຊາວ​ປີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka