Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 2:51 - ພຣະຄຳພີສັກສິ

51 ສານມາ​ລູກຊາຍ​ຜູ້​ທີ​ສອງ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເບັດເລເຮັມ ແລະ​ຮາເຣັບ​ລູກຊາຍ​ຜູ້​ທີ​ສາມ ຜູ້​ທີ່​ໄດ້​ສ້າງ​ເມືອງ​ເບັດກາເດ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 2:51
11 Jak'a apnaqawi uñst'ayäwi  

ຣາເຊັນ​ໄດ້​ຕາຍໄປ ແລະ​ຢາໂຄບ​ໄດ້​ຝັງສົບ​ຂອງ​ນາງ​ໄວ້ ໃກ້​ແຄມ​ທາງ​ໄປ​ເມືອງ​ເອຟຣາທາ ປັດຈຸບັນ​ນີ້​ແມ່ນ​ເມືອງ​ເບັດເລເຮັມ.


ຕໍ່ໄປນີ້​ແມ່ນ​ເຊື້ອສາຍ​ຂອງ​ກາເລັບ​ອີກ ດັ່ງນີ້: ຮູເຣ​ແມ່ນ​ລູກຊາຍກົກ​ຂອງ​ກາເລັບ​ທີ່​ໄດ້​ກັບ​ນາງ​ເອຟຣັດ ເມຍ​ຂອງ​ເພິ່ນ. ໂຊບານ​ລູກຊາຍ​ຂອງ​ຮູເຣ ຜູ້​ທີ່​ໄດ້​ສ້າງ​ເມືອງ​ກີຣີອາດ​ເຢອາຣີມ.


ໂຊບານ ຜູ້​ທີ່​ໄດ້​ສ້າງ​ເມືອງ​ກີຣີອາດ​ເຢອາຣີມ ເປັນ​ບັນພະບຸລຸດ​ຂອງ​ປະຊາຊົນ​ເມືອງ​ຮາໂລເອ, ປະຊາຊົນ​ເຄິ່ງ​ໜຶ່ງ​ຂອງ​ຊາວ​ເມນູໂຮດ,


ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເມືອງ​ເບັດເລເຮັມ ແຂວງ​ຢູດາຍ​ໃນ​ສະໄໝ​ທີ່​ເຮໂຣດ​ເປັນ​ກະສັດ. ເບິ່ງແມ! ມີ​ພວກ​ໂຫຣາຈານ​ໄດ້​ມາ​ຈາກ​ທິດ​ຕາເວັນອອກ​ໄປ​ທີ່​ນະຄອນ​ເຢຣູຊາເລັມ.


‘ເບັດເລເຮັມ​ໃນ​ດິນແດນ​ຢູດາຍ​ເອີຍ, ເຈົ້າ​ກໍ​ບໍ່ແມ່ນ​ຜູ້​ເລັກນ້ອຍ​ທີ່ສຸດ ໃນ​ບັນດາ​ເມືອງ​ໃຫຍ່ໆ​ຂອງ​ຢູດາຍ ເພາະ​ຜູ້ນຳ​ຄົນ​ໜຶ່ງ​ຈະ​ມາ​ຈາກ​ເຈົ້າ ຜູ້​ທີ່​ຈະ​ມາ​ປົກຄອງ​ປະຊາຊົນ​ຂອງເຮົາ ຄື ຊາວ​ອິດສະຣາເອນ.”’


ພຣະຄຳພີ​ກ່າວ​ໄວ້​ວ່າ, “ພຣະຄຣິດ​ມາ​ຈາກ​ເຊື້ອວົງ​ຂອງ​ກະສັດ​ດາວິດ ແລະ​ຈະ​ເກີດ​ຢູ່​ໃນ​ເບັດເລເຮັມ ບ້ານເກີດ​ເມືອງນອນ​ຂອງ​ດາວິດ.”


ດົນນານ​ມາ​ແລ້ວ ໃນ​ຄາວ​ທີ່​ຊາດ​ອິດສະຣາເອນ​ຍັງ​ບໍ່ທັນ​ມີ​ກະສັດ​ປົກຄອງ ໄດ້​ມີ​ການ​ອຶດຢາກ​ເກີດຂຶ້ນ​ໃນ​ດິນແດນ. ດັ່ງນັ້ນ ຈຶ່ງ​ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ, ເອລີເມເຫຼັກ ທີ່​ເປັນ​ຄົນ​ໃນ​ຕະກຸນ​ເອຟຣັດ ແລະ​ນາງ​ນາໂອມີ​ເມຍ​ຂອງຕົນ​ພ້ອມ​ກັບ​ລູກຊາຍ​ສອງ​ຄົນ ຄື​ມາໂລນ​ແລະ​ກີລີໂອນ; ພວກເຂົາ​ໄດ້​ໜີ​ຈາກ​ເມືອງ​ເບັດເລເຮັມ​ແຂວງ​ຢູດາຍ ແລະ​ໄປ​ອາໄສ​ຢູ່​ຊົ່ວຄາວ​ທີ່​ດິນແດນ​ໂມອາບ. ໃນ​ຂະນະທີ່​ພວກເຂົາ​ຢູ່​ໃນ​ດິນແດນ​ນັ້ນ


ແລ້ວ​ທັງສອງ​ກໍ​ເດີນທາງ​ຕໍ່ໄປ​ຮອດ​ເມືອງ​ເບັດເລເຮັມ. ເມື່ອ​ເດີນທາງ​ມາ​ເຖິງ ຄົນ​ທັງ​ເມືອງ​ກໍ​ຕື່ນເຕັ້ນ ແລະ​ພວກຜູ້ຍິງ​ໃນ​ທີ່ນັ້ນ​ທ້ວງ​ວ່າ, “ແມ່ນ​ນາໂອມີ​ແທ້​ບໍ?”


ເວລາ​ຕໍ່ມາ ໂບອາດ​ເອງ​ໄດ້​ມາ​ຈາກ​ເມືອງ​ເບັດເລເຮັມ ເພື່ອ​ຖາມ​ຄວາມສຸກ​ທຸກ​ຂອງ​ຄົນງານ. ເພິ່ນ​ເວົ້າ​ວ່າ, “ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຈົ້າ​ເທີ້ນ.” ພວກເຂົາ​ຕອບ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ທ່ານ​ເຖີດ.”


ພວກ​ຜູ້ນຳ​ແລະ​ຄົນອື່ນ​ຈຶ່ງ​ຕອບ​ວ່າ, “ແມ່ນແລ້ວ ພວກເຮົາ​ເປັນ​ພະຍານ. ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ເມຍ​ຂອງ​ເຈົ້າ​ກາຍເປັນ​ດັ່ງ​ນາງ​ຣາເຊັນ​ແລະ​ນາງ​ເລອາ​ເທີ້ນ ຄື​ຜູ້​ທີ່​ມີ​ລູກ​ຫລາຍ​ຄົນ​ກັບ​ຢາໂຄບ. ຂໍ​ໃຫ້​ເຈົ້າ​ເປັນ​ຄົນ​ຮັ່ງມີ​ໃນ​ຕະກຸນ​ເອຟຣັດ ແລະ​ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ເມືອງ​ເບັດເລເຮັມ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka