Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 2:4 - ພຣະຄຳພີສັກສິ

4 ລູກຊາຍ​ສອງ​ຄົນ​ທີ່​ເກີດ​ຈາກ​ນາງ​ຕາມາ​ລູກໃພ້​ຂອງຕົນ ມີ​ດັ່ງນີ້: ເປເຣັດ​ແລະ​ເຊຣາ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 2:4
14 Jak'a apnaqawi uñst'ayäwi  

ແລ້ວ​ຢູດາ​ກໍ​ເວົ້າ​ຕໍ່​ຕາມາ​ລູກໃພ້​ຂອງຕົນ​ວ່າ, “ຈົ່ງ​ກັບຄືນ​ເມືອ​ບ້ານ​ພໍ່​ຂອງ​ເຈົ້າ​ສາ ແລະ​ຢູ່​ເປັນ​ຍິງໝ້າຍ​ຄອຍ​ຖ້າ​ໃຫ້​ເຊລາ​ລູກຊາຍ​ຂອງຂ້ອຍ​ໃຫຍ່.” ເພິ່ນ​ເວົ້າ​ເຊັ່ນນີ້​ຍ້ອນ​ເພິ່ນ​ຢ້ານ​ວ່າ ເຊລາ​ອາດ​ຈະ​ຖືກ​ຂ້າ​ຄື​ກັນ​ກັບ​ອ້າຍ​ຂອງ​ລາວ. ສະນັ້ນ ຕາມາ​ຈຶ່ງ​ກັບຄືນ​ເມືອ​ຢູ່​ບ້ານ​ນຳ​ພໍ່​ຂອງຕົນ.


ເປເຣັດ​ມີ​ລູກຊາຍ​ສອງ​ຄົນ​ຊື່​ວ່າ ເຮຊະໂຣນ​ແລະ​ຮາມູນ.


ຄົນ​ເຫຼົ່ານີ້​ແມ່ນ​ເຊື້ອສາຍ​ບາງສ່ວນ​ຂອງ​ຢູດາ ມີ​ດັ່ງນີ້: ເປເຣັດ, ເຮຊະໂຣນ, ການໝີ, ຮູເຣ ແລະ​ໂຊບານ.


ເຜົ່າຢູດາ ຫົກຮ້ອຍ​ເກົ້າສິບ​ຄອບຄົວ ໄດ້​ໄປ​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ເຊື້ອສາຍ​ຂອງ​ເປເຣັດ​ລູກຊາຍ​ຂອງ​ຢູດາ ມີ​ຜູ້ນຳ​ຊື່​ວ່າ​ອູໄທ​ເປັນ​ລູກຊາຍ​ຂອງ​ອາມມີຮຸດ​ແລະ​ຫລານຊາຍ​ຂອງ​ອົມຣີ. ສ່ວນ​ບັນພະບຸລຸດ​ຄົນອື່ນໆ​ຂອງ​ລາວ​ນັ້ນ​ແມ່ນ​ອິມຣີ​ແລະ​ບານີ. ເຊື້ອສາຍ​ຂອງ​ເຊລາ​ລູກຊາຍ​ຂອງ​ຢູດາ ມີ​ຜູ້ນຳ​ຊື່​ວ່າ ອາສາອີຢາ ຜູ້​ເປັນ​ຫົວໜ້າ​ຄອບຄົວ​ຂອງ​ລາວ​ເອງ. ເຊື້ອສາຍ​ຂອງ​ເຊຣາ​ລູກຊາຍ​ຂອງ​ຢູດາ ມີ​ຜູ້ນຳ​ຊື່​ວ່າ ເຢອູເອນ.


ເປທາຮີຢາ​ລູກຊາຍ​ຂອງ​ເມເຊຊາເບນ​ແຫ່ງ​ຕະກຸນ​ເຊຣາ ແລະ​ຢູ່​ໃນ​ເຜົ່າ​ຢູດາ ໄດ້​ປະຈຳ​ຢູ່​ທີ່​ສຳນັກ​ຂອງ​ກະສັດ ເພື່ອ​ຕາງໜ້າ​ໃຫ້​ປະຊາຊົນ​ອິດສະຣາເອນ.


ບັນດາ​ສະມາຊິກ​ຂອງ​ເຜົ່າຢູດາ: ອາທາອີຢາ​ລູກຊາຍ​ຂອງ​ອຸດຊີຢາ ແລະ​ຫລານຊາຍ​ຂອງ​ເຊກາຣີຢາ. ບັນພະບຸລຸດ​ຄົນອື່ນ​ຂອງ​ລາວ​ມີ​ດັ່ງນີ້: ອາມາຣີຢາ, ເຊຟາຕີຢາ ແລະ​ມະຫາລາເລນ ເຊື້ອສາຍ​ຂອງ​ເປເຣັດ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ຢູດາ.


ນາໂຊນ​ເປັນ​ລູກຊາຍ​ຂອງ​ອຳມີນາດາບ, ອຳມີນາດາບ​ເປັນ​ລູກຊາຍ​ຂອງ​ອັດມີນ, ອັດມີນ​ເປັນ​ລູກຊາຍ​ຂອງ​ອານີ, ອານີ​ເປັນ​ລູກຊາຍ​ຂອງ​ເຮຊະໂຣນ, ເຮຊະໂຣນ​ເປັນ​ລູກຊາຍ​ຂອງ​ເປເຣັດ, ເປເຣັດ​ເປັນ​ລູກຊາຍ​ຂອງ​ຢູດາ,


ຂໍ​ໃຫ້​ລູກ​ທີ່​ພຣະເຈົ້າຢາເວ​ໂຜດ​ໃຫ້​ເຈົ້າ​ຈາກ​ຍິງ​ຄົນ​ນີ້ ຈົ່ງ​ເປັນ​ດັ່ງ​ຄົນ​ໃນ​ຄອບຄົວ​ຂອງ​ເປເຣັດ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ຢູດາ​ແລະ​ນາງ​ຕາມາ​ນັ້ນ​ເທີ້ນ.”


ເຊື້ອສາຍ​ຂອງ​ດາວິດ​ນັບ​ແຕ່​ເປເຣັດ ມີ​ດັ່ງນີ້: ເປເຣັດ, ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ, ໂອເບັດ, ເຢຊີ, ດາວິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka