Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 2:21 - ພຣະຄຳພີສັກສິ

21 ເມື່ອ​ເຮຊະໂຣນ​ມີ​ອາຍຸ​ໄດ້​ຫົກສິບ​ປີ ເພິ່ນ​ໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ມາກີ ນ້ອງສາວ​ຂອງ​ກີເລອາດ ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ເສກຸບ,

Uka jalj uñjjattʼäta Copia luraña




1 ຂ່າວຄາວ 2:21
9 Jak'a apnaqawi uñst'ayäwi  

ເພິ່ນ​ມີ​ຊີວິດ​ຢູ່​ຈົນ​ເຫັນ​ລູກ ແລະ​ຫລານ​ຂອງ​ເອຟຣາອິມ. ເພິ່ນ​ມີ​ຊີວິດ​ຢູ່​ຈົນ​ໄດ້​ຮັບ​ເອົາ​ລູກ​ຂອງ​ມາກີ ລູກຊາຍ​ຂອງ​ມານາເຊ​ເຂົ້າ​ໃນ​ຄອບຄົວ​ຄືກັນ.


ລູກຊາຍ​ຂອງ​ຮູເຣ​ຊື່​ວ່າ ອູຣິ ແລະ​ຫລານຊາຍ​ຊື່​ວ່າ ເບຊາເລນ.


ແລະ​ເສກຸບ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ຢາອີ ຢາອີ​ໄດ້​ປົກຄອງ ຊາວສາມ​ເມືອງ​ໃນ​ເຂດແດນ​ກີເລອາດ.


ມານາເຊ​ມີ​ລູກຊາຍ​ສອງ​ຄົນ​ທີ່​ເກີດ​ຈາກ​ເມຍນ້ອຍ​ຊາວ​ອາຣາມ ມີ​ດັ່ງນີ້: ອາສະຣິເອນ​ແລະ​ມາກີ. ມາກີ​ເປັນ​ພໍ່​ຂອງ​ກີເລອາດ,


ເຜົ່າ​ມານາເຊ: ມາກີ​ລູກຊາຍ​ຂອງ​ມານາເຊ​ພໍ່​ຂອງ​ກີເລອາດ ແລະ​ຕະກຸນ​ດັ່ງ​ຕໍ່ໄປນີ້​ໄດ້​ສືບ​ເຊື້ອສາຍ​ໃຫ້​ກີເລອາດ ດັ່ງນີ້:


ມາຮະລາ, ໂນອາ, ໂຮກະລາ, ມີລະກາ ແລະ​ຕີຣະຊາ ແມ່ນ​ລູກສາວ​ຂອງ​ເຊໂລເຟຮັດ ຜູ້​ທີ່​ເປັນ​ລູກຊາຍ​ຂອງ​ເຮເຟ ແລະ​ຫລານຊາຍ​ຂອງ​ກີເລອາດ ເຫຼັນ​ຂອງ​ມາກີ​ແລະ​ຫລ້ອນ​ຂອງ​ມານາເຊ ລູກຊາຍ​ຂອງ​ໂຢເຊັບ.


ຢາອີ ຊາວ​ມານາເຊ​ໄດ້​ບຸກໂຈມຕີ​ແລະ​ຢຶດເອົາ​ໝູ່​ບ້ານ​ບາງ​ແຫ່ງ ແລະ​ໃສ່​ຊື່​ໝູ່ບ້ານ​ນັ້ນ​ວ່າ, ໝູ່ບ້ານ​ຢາອີ.


“ຂ້າພະເຈົ້າ​ໄດ້​ມອບ​ເຂດແດນ​ກີເລອາດ ໃຫ້​ຕະກຸນ​ມາກີ​ໃນ​ເຜົ່າ​ມານາເຊ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka