Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 2:16 - ພຣະຄຳພີສັກສິ

16 ເພິ່ນ​ຍັງ​ມີ​ລູກສາວ​ສອງ​ຄົນ ດັ່ງນີ້: ນາງ​ເຊຣູອີຢາ ແລະ​ນາງ​ອາບີກາຍ. ນາງ​ເຊຣູອີຢາ​ລູກສາວ​ຂອງ​ເຢຊີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ອາບີໄຊ, ໂຢອາບ ແລະ​ອາສາເຮນ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 2:16
11 Jak'a apnaqawi uñst'ayäwi  

ໂຢອາບ​ລູກຊາຍ​ຂອງ​ເຊຣູອີຢາ​ຮູ້​ວ່າ​ກະສັດ​ດາວິດ​ຄິດຮອດ​ອັບຊາໂລມ​ຫລາຍ​ທີ່ສຸດ


ອັບຊາໂລມ​ໄດ້​ແຕ່ງຕັ້ງ​ໃຫ້​ອາມາສາ ເປັນ​ຜູ້​ບັນຊາການ​ທະຫານ​ແທນ​ໂຢອາບ. ອາມາສາ​ເປັນ​ລູກຊາຍ​ຂອງ​ເຢເທີ ຄົນ​ອິດຊະມາເອນ; ແມ່​ຂອງ​ລາວ​ຊື່​ວ່າ ອາບີການ​ລູກສາວ​ຂອງ​ນາຮາດ​ແລະ​ເປັນ​ເອື້ອຍ​ຂອງ​ນາງ​ເຊຣູອີຢາ ແມ່​ຂອງ​ໂຢອາບ.


ແຕ່​ກະສັດ​ດາວິດ​ໄດ້​ເວົ້າ​ກັບ​ອາບີໄຊ ແລະ​ໂຢອາບ​ອ້າຍ​ຂອງ​ລາວ​ວ່າ, “ແມ່ນ​ຜູ້ໃດ​ຖາມ​ເອົາ​ຄວາມ​ຄິດ​ເຫັນ​ນຳ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ເດືອດຮ້ອນ​ອີກ​ບໍ? ດຽວ​ນີ້​ເຮົາ​ເອງ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ວັນ​ນີ້​ຈະ​ບໍ່ມີ​ຄົນ​ອິດສະຣາເອນ​ຜູ້ໃດ​ຖືກ​ປະຫານ​ຊີວິດ.”


ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ແລະ​ບັນດາ​ຂ້າຣາຊການ​ຄົນອື່ນໆ​ຂອງ​ກະສັດ​ດາວິດ​ໄດ້​ໄປ​ພົບ​ພວກເຂົາ​ທີ່​ສະນໍ້າ​ກີເບໂອນ ບ່ອນ​ທີ່​ຕ່າງ​ຝ່າຍ​ຕ່າງ​ກໍ​ຕັ້ງ​ທ່າ​ຢູ່​ຟາກ​ສະນໍ້າ​ແຕ່ລະ​ເບື້ອງ.


ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ກະສັດ​ທີ່​ພຣະເຈົ້າ​ໄດ້​ຊົງ​ຫົດສົງ, ແຕ່​ເຮົາ​ກໍ​ຮູ້​ສຶກ​ອ່ອນແອ​ໃນວັນນີ້. ພວກ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ​ນີ້​ຊ່າງ​ໂຫດຮ້າຍ​ແກ່​ເຮົາ​ແທ້ນໍ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຄາດຕະກອນ​ເຫຼົ່ານີ້ ຕາມ​ທີ່​ພວກເຂົາ​ຄວນ​ຈະ​ໄດ້​ຮັບ​ເຖີດ.”


ອາບີໄຊ ນ້ອງຊາຍ​ຂອງ​ໂຢອາບ​ເປັນ​ຫົວໜ້າ​ຂອງ “ທະຫານ​ເອກ​ສາມສິບ​ຄົນ. ລາວ​ໄດ້​ໃຊ້​ຫອກ​ຕໍ່ສູ້​ສັດຕູ​ສາມຮ້ອຍ​ຄົນ ແລະ​ໄດ້​ຂ້າ​ພວກເຂົາ​ຕາຍ​ໝົດ ແລະ​ລາວ​ຈຶ່ງ​ໄດ້​ກາຍເປັນ​ຜູ້​ມີ​ຊື່ສຽງ​ໃນ​ທ່າມກາງ​ທະຫານ​ເອກ​ສາມ​ຄົນ.”


ໂອເຊມ ແລະ​ດາວິດ.


ນາງ​ອາບີກາຍ​ລູກສາວ​ຜູ້ໜຶ່ງ​ອີກ​ໄດ້​ແຕ່ງງານ​ກັບ​ເຢເທີ ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ອິດຊະມາເອນ ແລະ​ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ອາມາສາ.


ແລ້ວ​ດາວິດ​ກໍ​ຖາມ​ອາຮີເມເຫຼັກ​ຄົນ​ຮິດຕີ ແລະ​ອາບີໄຊ​ນ້ອງຊາຍ​ຂອງ​ໂຢອາບ (ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ) ວ່າ, “ແມ່ນ​ຜູ້ໃດ​ຈະ​ໄປ​ທີ່​ຄ້າຍ​ຂອງ​ກະສັດ​ໂຊນ​ນຳ​ຂ້ອຍ​ແດ່?” ອາບີໄຊ​ຕອບ​ວາ, “ຂ້ານ້ອຍ​ຈະ​ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka