Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຂ່າວຄາວ 2:12 - ພຣະຄຳພີສັກສິ

12 ໂບອາດ​ເປັນ​ພໍ່​ຂອງ​ໂອເບັດ ແລະ​ໂອເບັດ​ເປັນ​ພໍ່​ຂອງ​ເຢຊີ.

Uka jalj uñjjattʼäta Copia luraña




1 ຂ່າວຄາວ 2:12
11 Jak'a apnaqawi uñst'ayäwi  

ແທນ​ທີ່​ຈະ​ປຶກສາ​ນຳ​ພຣະເຈົ້າຢາເວ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ຂ້າ​ເພິ່ນ ແລະ​ມອບ​ອານາຈັກ​ໃຫ້​ດາວິດ​ລູກຊາຍ​ຂອງ​ເຢຊີ ຂຶ້ນ​ປົກຄອງ​ແທນ.


ນາໂຊນ​ເປັນ​ພໍ່​ຂອງ​ສານໂມນ, ສານໂມນ​ເປັນ​ພໍ່​ຂອງ​ໂບອາດ,


ເຢຊີ​ມີ​ລູກຊາຍ​ເຈັດ​ຄົນ. ເມື່ອ​ໄລ່​ຕາມ​ລຳດັບ​ອາຍຸ​ແລ້ວ ມີ​ດັ່ງນີ້: ເອລີອາບ, ອາບີນາດາບ, ຊາມມາ,


ເຊື້ອວົງ​ຂອງ​ກະສັດ​ດາວິດ​ເປັນ​ດັ່ງ​ກົກໄມ້​ທີ່​ຖືກ​ປໍ້າ​ລົງ​ແລ້ວ, ແຕ່​ຍັງ​ມີ​ກິ່ງ​ເກີດ​ອອກ​ມາ​ຈາກ​ຕໍ​ນັ້ນ​ສັນໃດ ກໍ​ຈະ​ມີ​ກະສັດ​ອົງ​ໃໝ່ ເກີດຂຶ້ນ​ມາ​ຈາກ​ເຊື້ອສາຍ​ຂອງ​ດາວິດ​ສັນນັ້ນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ກະສັດ​ອົງ​ໃໝ່​ຈາກ​ເຊື້ອວົງ​ຂອງ​ດາວິດ ຈະ​ເປັນ​ສັນຍາລັກ​ຂອງ​ຊົນຊາດ​ທັງຫລາຍ. ພວກເຂົາ​ຈະ​ເຕົ້າໂຮມ​ກັນ​ຢູ່​ໃນ​ເມືອງ​ຂອງ​ກະສັດ ແລະ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ.


ດາວິດ​ເປັນ​ລູກຊາຍ​ຂອງ​ເຢຊີ, ເຢຊີ​ເປັນ​ລູກຊາຍ​ຂອງ​ໂອເບັດ, ໂອເບັດ​ເປັນ​ລູກຊາຍ​ຂອງ​ໂບອາດ, ໂບອາດ​ເປັນ​ລູກຊາຍ​ຂອງ​ສານໂມນ, ສານໂມນ​ເປັນ​ລູກຊາຍ​ຂອງ​ນາໂຊນ,


ຫລັງຈາກ​ປົດ​ໂຊນ​ລົງ​ແລ້ວ ພຣະເຈົ້າ​ກໍໄດ້​ຕັ້ງ​ດາວິດ​ໃຫ້​ຂຶ້ນ​ເປັນ​ກະສັດ​ຂອງ​ພວກເພິ່ນ, ພຣະເຈົ້າ​ກ່າວ​ກ່ຽວກັບ​ດາວິດ​ດັ່ງນີ້​ວ່າ, ‘ເຮົາ​ໄດ້​ພົບ ດາວິດ​ລູກຊາຍ​ຂອງ​ເຢຊີ ເປັນ​ຄົນ​ທີ່​ເຮັດ​ຖືກ​ໃຈ​ເຮົາ ເປັນ​ຜູ້​ທີ່​ຈະ​ເຮັດ​ຕາມ​ຄວາມປະສົງ​ຂອງເຮົາ​ທຸກຢ່າງ.’


ແລະ​ເອຊາຢາ​ກໍ​ກ່າວ​ອີກ​ວ່າ, “ຈະ​ມີ​ໜໍ່ແນວ​ອອກ​ມາ​ຈາກ​ເຢຊີ ຄື​ຜູ້​ຈະ​ຊົງ​ບັງເກີດ​ມາ ຄຸ້ມຄອງ​ປະຊາຊາດ​ທັງຫລາຍ ປະຊາຊາດ​ທັງຫລາຍ​ ຈະ​ໄວ້ວາງໃຈ​ໃນ​ພຣະອົງ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ຊາມູເອນ​ວ່າ, “ເຈົ້າ​ຍັງ​ຈະ​ໂສກເສົ້າ​ເສຍໃຈ​ນຳ​ໂຊນ​ອີກ​ດົນ​ປານໃດ? ເຮົາ​ໄດ້​ປົດ​ລາວ​ອອກ​ຈາກ​ຕຳແໜ່ງ​ກະສັດ​ແລ້ວ, ແຕ່​ບັດນີ້ ຈົ່ງ​ຖື​ນໍ້າມັນ​ສັກສິດ​ໄປ​ທີ່​ເມືອງ​ເບັດເລເຮັມ ແລະ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ເຢຊີ ເພາະ​ເຮົາ​ໄດ້​ເລືອກ​ເອົາ​ລູກຊາຍ​ຂອງ​ລາວ​ຄົນ​ໜຶ່ງ​ໃຫ້​ເປັນ​ກະສັດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka